ຂປລ
ຈີນ ແລະ ຝຣັ່ງ ອອກຖະແຫລງການຮ່ວມ ກ່ຽວກັບການເສີມສ້າງ ການກຳກັບດູແລລະດັບໂລກ, ການຕອບສະໜອງຮ່ວມກັນຕໍ່ການຮ່ວມມືຢ່າງຕໍ່ເນື່ອງ ດ້ານການນຳໃຊ້ພະລັງງານີວເຄລຍ ເພື່ອສັນຕິ,
ຂປລ.ສຳນັກຂ່າວ ອິນໂຟເຄວສ: ຈີນ ແລະ ຝຣັ່ງ ອອກຖະແຫລງການຮ່ວມ ກ່ຽວກັບການເສີມສ້າງ ການກຳກັບດູແລ ລະດັບໂລກ, ການຕອບສະໜອງ ຮ່ວມກັນຕໍ່ການຮ່ວມມືຢ່າງຕໍ່ເນື່ອງ ດ້ານການນຳໃຊ້ພະລັງງານີວເຄລຍ ເພື່ອສັນຕິ, ການແລກປ່ຽນ ແລະ ຄວາມຮ່ວມມືດ້ານກະສິກຳ ແລະ ອາຫານ ລວມທັງສະຖານະການ ໃນອູແກຣນ ແລະ ປາແລສຕິນ ລະຫວ່າງການຢ້ຽມຢາມ ປະເທດ ຈີນ ຢ່າງເປັນທາງການ ຂອງປະທານາທິບໍດີ ເອັມມານູແອນ ມາຄົງ ຂອງຝຣັ່ງ. ໂດຍທ່ານ ສີຈິ້ນຜິງ ປະທານປະເທດຂອງຈີນ ແລະ ປະທານາທິບໍດີ ເອັມມານູແອນ ມາຄົງ ໃຫ້ຄຳໝັ້ນສັນຍາ ຈະຮ່ວມມືກັນ ຢ່າງເລິກເຊິ່ງ ຍິ່ງຂຶ້ນພາຍໃນ ປະເດັນລະດັບໂລກ. ໃນຂະນະທີ່ ທັງສອງຜູ້ນຳ ກວດພົບປະກັນທີ່ຈີນ ກ່ອນທີ່ຝຣັ່ງ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດກຸ່ມ ຈີ7 ໃນປີໜ້າ./
KPL