ທູດໄທ ປະຈໍາລາວ ເຂົ້າຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີ

14/03/2023 13:16
Email Print 818
ຂປລ ຂປລ. ວັນທີ 13 ມີນາ 2023 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກຳມະການກົມ ການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອາ ນາຈັກໄທ ປະຈໍາ ສປປ ລາວ

ຂປລ. ວັນທີ 13 ມີນາ 2023 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກຳມະການກົມ ການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອາ ນາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກ ຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ທ່ານ ນາງ ມໍລະກົດ ສີສະຫວັດດີ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ ໃຫ້ມາດໍາລົງ ຕໍາແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບ ສ່ວນອັນສໍາຄັນ​ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ແໜ້ນແຟ້ນ ແລະ ເພີ່ມທະວີຂຶ້ນ ໃນທຸກລະດັບ ໂດຍສະເພາະ ແມ່ນການເຫັນດີຮ່ວມກັນ ໃນການຮ່ວມມື, ແລກປ່ຽນ ຂໍ້ມູນເຊິ່ງກັນ ແລະ ກັນ ໃນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ,  ບັນຫາການຄ້າມະນຸດ, ບັນຫາການລັກລອບ ຂ້າມຊາຍແດນ ແບບຜິດກົດໝາຍ ແລະ ການຄ້າຂາຍເຖື່ອນ ຂ້າມຊາຍແດນ ລະຫວ່າງ ສອງປະເທດ, ແນໃສ່ຮັບປະກັນ ໃຫ້ການທ່ອງທ່ຽວ, ການໄປ-ມາ ຫາສູ່ກັນເຊິ່ງກັນ ແລະ ກັນ, ການທໍາມາຫາກິນ ຂອງປະຊາຊົນທັງສອງປະເທດ ໃຫ້ມີຄວາມສະດວກສະບາຍ ແລະ ຮັບປະກັນ ໄດ້ຄວາມສະຫງົບປອດໄພຍິ່ງຂຶ້ນ.

​ໂອກາດ​ດຽວ​ກັນ​ນີ້, ທ່ານ ນາງ ມໍລະກົດ ສີສະຫວັດດີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເຂົ້າຢຽມ ຂ່ຳນັບໃນຄັ້ງນີ້ ແລະ ພ້ອມໃຫ້ການພົວພັນ ຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນ ໃນການປະຕິບັດວຽກງານ ດ້ານການທູດ ມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດ ຫລາຍຂຶ້ນ ກວ່າທີ່ຜ່ານມາ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ປກສ
KPL

ຂ່າວອື່ນໆ

ads
ads

Top