ພື້ນທີ່ບໍລິການໂທລະຄົມມະນາຄົມ ລະບົບ 4G ກວມ 75% ໃນທົ່ວປະເທດ

13/03/2023 16:44
Email Print 692
ຂປລ ຂປລ. ປັດຈຸບັນ, ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມ ລະບົບ 2G ໄດ້ກວມເອົາ 96%, 3G ໄດ້ກວມເອົາ 83% ແລະ 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ. ໃນຂະນະທີ່ ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ ມີຫລາຍກ່ວາ 1,9 ລ້ານກ່ວາເລກໝາຍ,

 

   ຂປລ. ປັດຈຸບັນ, ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມ ລະບົບ 2G ໄດ້ກວມເອົາ 96%, 3G ໄດ້ກວມເອົາ 83% ແລະ 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ. ໃນຂະນະທີ່ ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ ມີຫລາຍກ່ວາ 1,9 ລ້ານກ່ວາເລກໝາຍ, ໂທລະສັບ ມືຖື 14 ລ້ານກວ່າເລກໝາຍ, ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ຈໍານວນ 4,4 ລ້ານກວ່າບັນຊີ, ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນ ໃນທົ່ວປະເທດ.
  ທ່ານ ບໍ່ວຽງຄຳ ວົງດາລາ
ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ເມື່ອບໍ່ດົນມານີ້ ວ່າ: ໃນປີ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດການສະ ເຫລີມສະຫລອງ 2 ສຳຄັນດັ່ງກ່າວ ພາຍໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດີຈິຕອນໃນທົ່ວປະເທດ” ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ. ໃນຊຸມປີຜ່ານມາ, ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ, ປັດຈຸບັນ, ມີຜູ້ບໍລິການໂທລະຄົມ ມະນາຄົມ ຈໍານວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈຳນວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈຳນວນ 715 ຕື້ກວ່າກີບ, ສະເພາະໃນນີ້ ຍັງບໍ່ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ. ການບໍລິການໄປສະນີໄດ້ເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ ໃນການຈັດສົ່ງ ແລະ ແຈກຢາຍພັດສະດຸທາງໄປສະນີ ກໍຄືອາຫານ, ເຄື່ອງອຸປະໂພກບໍລິໂພກ, ຢາປິ່ນປົວພະຍາດ ແລະ ເຄື່ອງມືການແພດໃຫ້ແກ່ສັງຄົມ ໃນການຂັບເຄື່ອນຕະ ຫລາດເສດຖະກິດດີຈິຕອນ ທີ່ມີຫລາຍກິດຈະການທຸລະກິດ ຕ້ອງອາໄສການບໍລິການ ຂອງຂະແໜງໄປສະນີ ເປັນຕົ້ນ ການບໍລິການດ້ານໂລຈິສຕິກ ແລະ ການຄ້າເອເລັກໂຕຣນິກ ເພື່ອບໍລິການຮັບຝາກ, ຈັດສົ່ງ, ແຈກຢາຍສິນຄ້າ ຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. ໃນປີຜ່ານມາ ມີຈຳນວນປ່ອງບໍລິການໄປສະນີ ໃນຂອບເຂດທົ່ວປະເທດ ຈຳນວນ 990 ແຫ່ງ, ໃນນັ້ນ ມີບໍລິສັດທີ່ດໍາເນີນທຸລະກິດບໍລິການໄປສະນີ ຈໍານວນ 43 ບໍລິສັດ, ໃຫ້ບໍລິການພາຍໃນ ແລະ ລະຫວ່າງປະເທດ 9 ບໍລິສັດ ແລະ ໃຫ້ບໍລິການພາຍໃນແຂວງ 34 ບໍລິສັດ ເມື່ອທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ 11 ແຫ່ງ. ການບໍລິການດ້ານໄປສະນີ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຊິ່ງສາມາດມອບພັນທະອາກອນເຂົ້າງົບປະ ມານແຫ່ງຊາດ ຈຳນວນ 12 ຕື້ກວ່າກີບ.
   ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວຕື່ມວ່າ: ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ດີຈິຕອນ ແຫ່ງຊາດ
5 ປີ (2021-2025) ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ສຸມໃສ່ບັນດາໜ້າວຽກ ຄື: ຂະແໜງການໄປສະນີ: ໄດ້ກຳນົດ 6 ເປົ້າໝາຍ, 18 ແຜນວຽກຈຸດສຸມ, 25 ແຜນງານ ແລະ 16 ໂຄງການທີ່ຕິດພັນກັບການຫັນເປັນດີຈິຕອນ. ພ້ອມນັ້ນ, ຈະຂະຫຍາຍ ເຄືອຂ່າຍໂທລະຄົມມະນາຄົມ ເພື່ອເປັນໂຄງລ່າງພື້ນຖານໃນການຫັນເປັນ ດີຈິຕອນ ຂອງ ສປປ ລາວ ໂດຍຮັບປະກັນໃຫ້ສັນຍານໂທລະສັບ 3G, 4G ແລະ 5G ກວມເອົາໄດ້ 100%, 90% ແລະ 50% ຂອງຈໍານວນບ້ານໃນທົ່ວປະເທດ ໃນປີ 2025.

KPL

ຂ່າວອື່ນໆ

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top