ຂປລ
ທະນາຄານກາງ ອາກຊັງຕິນ ອອກພັນທະບັດ 2.000 ເປໂຊ ອາກຊັງຕິນ ແບບໃໝ່ ເພື່ອຕໍ່ສູ້ກັບ ໄພເງິນເຟີ້ ຊຶ່ງຈະມີມູນຄ່າ ເພີ່ມຂຶ້ນ 2ເທົ່າ ຂອງພັນທະບັດ ສະກຸນ ເງິນຫລັກ ຂອງປະເທດ ມີມູນຄ່າ 11 ໂດລາສະຫະລັດ ຢ່າງເປັນທາງການ

ຂປລ.ສຳນັກຂ່າວ ຣອຍເຕີ,ວັນທີ3 ກຸມພານີ້, ທະນາຄານກາງ ອາກຊັງຕິນ ອອກພັນທະບັດ 2.000 ເປໂຊ ອາກຊັງຕິນ ແບບໃໝ່ ເພື່ອຕໍ່ສູ້ກັບ ໄພເງິນເຟີ້ ຊຶ່ງຈະມີມູນຄ່າ ເພີ່ມຂຶ້ນ 2ເທົ່າ ຂອງພັນທະບັດ ສະກຸນ ເງິນຫລັກ ຂອງປະເທດ ມີມູນຄ່າ 11 ໂດລາສະຫະລັດ ຢ່າງເປັນທາງການ ແລະ ພຽງ 5ໂດລາ ສະຫະລັດ ໃນຕະຫລາດ ຄູ່ຂະໜານ ທີ່ໃຊ້ກັນ ທົ່ວໄປ. ຂະນະທີ່ ອາກຊັງຕິນ ພວມຮັບມືກັບ ໄພເງິນເຟີ້ ສູງທີ່ສຸດ ໃນໂລກ ສ້າງສະຕິຖິ ສູງສຸດ ໃນຮອບ 30ປີຜ່ານມາ ລະດັບ 95% ເມື່ອປີກາຍນີ້ ຄຽງຄູ່ກັບ ສະກຸນເງິນ ເປໂຊ ອາກຊັງຕິນ ອ່ອນຄ່າລົງ ຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ ຊາວອາກຊັງຕີນ ແລະ ນັກທ່ອງທ່ຽວ ຕ່າງປະເທດ ຕ້ອງຖື ພັນທະບັດ ຈຳນວນຫລາຍ ເພື່ອໃຊ້ຈ່າຍ ທົ່ວໄປ. ປັດຈຸບັນ ພັນທະບັດ 1.000 ເປໂຊ ອາກຊັງຕິນ ມີມູນຄ່າພຽງ 2,70 ໂດລາ ສະຫະລັດ ໃນຕະຫລາດ ທາງເລືອກ ທີ່ຄົນສ່ວນໃຫຍ່ ໃຊ້ໃນການແລກປ່ຽນ ສະກຸນເງິນ ລວມທັງ ຜ່ານບໍລິສັດ ຮັບແລກປ່ຽນ ເງິນຕາ ທາງການ ເນື່ອງຈາກ ການຊື້ ສະກຸນເງິນ ໂດລາ ສະຫະລັດ ໃນອັດຕາ ທີ່ເປັນທາງການນັ້ນ ຖືກຈຳກັດ ຢ່າງເຂັ້ມງວດ. ນອກນີ້ ຍັງມີການສຶກສາ ຄວາມເປັນໄປໄດ້ ໃນການອອກ ພັນທະບັດ 5.000 ເປໂຊ ອາກຊັງຕິນ ໃນຕໍ່ໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL