ການນຳຂັ້ນສູງ ແລະ ຄະນະຊາວໜຸ່ມ ສະພາແຫ່ງຊາດ ໄດ້ຮັບຫລຽນຊາວໜຸ່ມຕະລຸມບອນ

02/02/2023 14:24
Email Print 231
ຂປລ ຂປລ. ພິທີມອບຫລຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (ວັນທີ 14 ເມສາ 1955-14 ເມສາ 2020) ໃຫ້ແກ່ການນຳຂັ້ນສູງ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 1 ກຸມພາ 2023

  

ຂປລ. ພິທີມອບຫລຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (ວັນທີ 14 ເມສາ 1955-14 ເມສາ 2020) ໃຫ້ແກ່ການນຳຂັ້ນສູງ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 1 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີ ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ການນຳຂັ້ນສູງຂອງສະພາແຫ່ງຊາດ ເຂົ້າຮ່ວມ.
   ໂອກາດນີ້, ທ່ານ ມອນໄຊ ລາວມົວຊົງ ໄດ້ເປັນກຽດມອບຫລຽນກາຊາວໜຸ່ມຕະລຸມບອນ ແລະ ຫລຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ແກ່ການນໍາຂັ້ນສູງຂອງສະພາແຫ່ງຊາດ 7 ທ່ານ ແລະມອບຫລຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຄະນະນໍາຂອງສະພາແຫ່ງຊາດ ແລະ ຄະນະບໍລິຫານ ງານຊາວໜຸ່ມສະພາແຫ່ງຊາດ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດ 165 ທ່ານ. ທັງນີ້, ກໍເພື່ອ ສະແດງໃຫ້ເຫັນເຖິງຂະບວນການວິວັດແຫ່ງການ ເຕີບໃຫຍ່ຂອງຊາວໜຸ່ມລາວ ທີ່ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ໃນຫລາຍໄລຍະປະຫວັດສາດ. ໃນນັ້ນ ມີໄລຍະຈະເລີນຮຸ່ງເຮືອງ
, ໄລຍະຖືກການຮຸກຮານຂອງຕ່າງຊາດ ຊຶ່ງໃນແຕ່ລະໄລຍະປະຫວັດສາດ ຊາວໜຸ່ມ ແລະ ບັນພະບຸລຸດລາວ ຜູ້ທີ່ຮັກຊາດ ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ກອບກູ້ເອົາຜືນແຜນດິນອັນແສນຮັກຂອງ ພວກເຮົາກັບຄືນມາ ຈຶ່ງເຮັດໃຫ້ກໍາເນີດວິລະຊົນ ແລະ ບັນພະບຸລຸດຫລາຍໆທ່ານ.
   ຊາວໜຸ່ມລາວເວລາໃດ ກໍສະແດງບົດບາດປະຈັນບານຕໍ່ສູ້ກັບອິດທິກໍາລັງປໍລະປັກ ໂດຍສະເພາະແມ່ນລັດ ທິລ່າເມືອງຂຶ້ນແບບເກົ່າ ໂດຍບໍ່ໄດ້ຢ້ານກົວຕໍ່ອຸປະສັກໃດໆ ທັງສູ້ຮົບ
, ທັງສ້າງກໍາລັງ, ສ້າງເຂດທີ່ໝັ້ນຕໍ່ຕ້ານ, ຕໍ່ສູ້ຍາດເອົາໄຊຊະນະ ໄດ້ຢ່າງຕໍ່ເນື່ອງມາ. ສະນັ້ນ, ພັກຈຶ່ງໃຫ້ຂະໜາມນາມຕໍ່ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສຶບທອດທີ່ຈົ່ງຮັກພັກດີຂອງພັກ; ການກຳເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ຮົ່ມທຸງປະຕິວັດຂອງພັກຕະຫລອດ ໄລຍະຜ່ານມາ ບໍ່ວ່າເວລາໃດຊາວໜຸ່ມ-ເຍົາວະຊົນ ໄດ້ຮັບການຖະນຸຖະໜອມ ແລະ ເອົາໃຈໃສ່ ນໍາພາ-ຊີ້ນໍາ ຈາກສູນກາງພັກ, ຄະນະພັກ-ຄະນະນໍາແຕ່ລະຂັ້ນ, ຊາວໜຸ່ມພວກເຮົາຍາມໃດກໍຮັກສາໄດ້ມູນ ເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະຫຍາຍໄດ້ບົດບາດປະຈັນບານໃນທຸກຂົງເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນພາລະກິດປະຕິວັດຂອງພັກ, ສະມາຊິກຊາວໜຸ່ມຫລາຍສະຫາຍໄດ້ເສຍ ສະຫລະ ເພື່ອປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ມີຫລາຍສະຫາຍໄດ້ກາຍເປັນວິລະຊົນ-ນັກຮົບແຂ່ງຂັນ ແລະ ການນໍາຂັ້ນສູງຂອງພັກ-ລັດ ນັບແຕ່ອອະດີດຈົນເຖິງປັດຈຸບັນ. ຜົນງານເຫລົ່ານັ້ນ ບໍ່ສາມາດສັງລວມໄດ້ໝົດ ແຕ່ພວກເຮົາຂໍອະນຸຍາດຍົກເຫດການໃຫຍ່ໆ ແລະ ລາຍງານຜົນງານທີ່ພົ້ນ ເດັ່ນຈຳນວນໜຶ່ງ ແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຕະຫລອດໄລຍະ 65 ປີ ຜ່ານມາພາຍໃນການນໍາພາຂອງພັກ.

ຂ່າວ: ວຽງສະຫວັນ

KPL

ຂ່າວອື່ນໆ

ads
ads

Top