ຂປລ
ຂປລ. ກອງປະຊຸມສະຫລຸບ ວຽກງານຮອບດ້ານ ປະຈຳປີ 2022 ເເລະ ວາງທິດທາງເເຜນການ ປະຈໍາປີ 2023 ຂອງກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ ຈັດຂຶ້ນໃນວັນທີ 30 ມັງກອນ 2023 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໜອນ ຄະນະພັກອົງການກົມໃຫຍ່, ຫົວໜ້າກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມຊ່າງເເສງ, ຄະນະພັກ-ຄະນະບັນຊາ, ພະແນກການ, ຫ້ອງການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ຂປລ. ກອງປະຊຸມສະຫລຸບ ວຽກງານຮອບດ້ານ ປະຈຳປີ 2022 ເເລະ ວາງທິດທາງເເຜນການ ປະຈໍາປີ 2023 ຂອງກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ ຈັດຂຶ້ນໃນວັນທີ 30 ມັງກອນ 2023 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໜອນ ຄະນະພັກອົງການກົມໃຫຍ່, ຫົວໜ້າກົມຊ່າງເເສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມຊ່າງເເສງ, ຄະນະພັກ-ຄະນະບັນຊາ, ພະແນກການ, ຫ້ອງການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງເເສງ ກົມໃຫຍ່ເສນາທິການ ກອງທັບໄດ້ສະຫລຸບຕີລາຄາຄືນ ເຖິງການເຄື່ອນໄຫວ ຈັກຕັ້ງປະຕິວັດວຽກງານ ໃນຫລາຍດ້ານທີ່ພົ້ນເດັ່ນ ຂອງ ຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບ ທົ່ວກົມຊ່າງເເສງ ສ້າງມາໄດ້ໃນໜຶ່ງປີທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນຈັດຕັ້ງປະຕິບັດ ວຽກງານໃນຊຸມປີຕໍ່ໜ້າ ໃຫ້ໄດ້ຮັບຜົນສໍາເລັດດີກວ່າເກົ່າ, ເຊິ່ງຕະຫລອດໄລຍະ 1 ປີ ຜ່ານມາ ຄະນະພັກ-ຄະນະບັນຊາ ກໍຄື ພະນັກງານ-ນັກຮົບ ໄດ້ປະຕິບັດໜ້າທີ່ຂອງຕົນ ບັນລຸຜົນສຳເລັດເປັນຢ່າງດີ, ໃນການຈັດຕັ້ງປະຕິບັດແນວ ທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກົມໃຫຍ່ ເສນາທິການກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ວຽກງານຕົວຈິງ ຂອງແຕ່ລະກົມກອງ ເປັນຕົ້ນ ຄະນະພັກ-ຄະນະບັນຊາ ເເຕ່ລະກົມກອງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ເຊື່ອມຊຶມແນວທາງປ່ຽນແປງ ໃໝ່ໃຫ້ໜັກແໜ້ນ, ໃກ້ຊິດຕິດແທດກັບບັນດາກົມກອງ ທີ່ຂຶ້ນກັບໃຫ້ມີຄວາມ ຮັບຜິດຊອບສູງຕໍ່ວຽກງານ ວິຊາສະເພາະ, ຊີ້ນຳວຽກງານກໍ່ສ້າງຮາກຖານ ການເມືອງ-ພັດທະນາ ຊົນນະບົດຮອບດ້ານ, ກໍ່ສ້າງສຳຫລວດ, ເກັບກໍາຂໍ້ມູນ ຕໍ່ກັບບັນດາໂຄງການຕ່າງໆ ໃນເເຕ່ລະເເຂວງ ມີຜົນສໍາເລັດຕາມເເຜນການ, ເປັນເຈົ້າການມີສະຕິກຽມ ພ້ອມສູ້ຮົບຕໍ່ເເນວທາງ ຍຸດທະສາດໃຫ້ມີຄວາມໜັກເເໜ້ນ ເພື່ອຕິດຕາມເກັບກໍາ ສະພາບຮອບດ້ານ ໃຫ້ມີຄວາມສະຫງົບປອດໄພ, ເຊື່ອມຊຶມກໍາເເໜ້ນເເນວທາງ ນະໂຍບາຍຂອງພັກ-ລັດ, ຊີ້ນຳ-ນໍາພາພະ ນັກງານ-ສະມາຊິກພັກ ເຂົ້າຮ່ວມຂະບວນການດ້ານຕ່າງໆ ໃຫ້ມີຄວາມຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນ ສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ກໍ່ສ້າງພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມປອດໃສ, ເຂັ້ມເເຂງ, ໜັກເເໜ້ນ, ຈັດຕັ້ງກໍ່ສ້າງບໍາລຸງ ພະນັກງານໄປຮຽນຕໍ່ພາຍໃນ ເເລະ ຕ່າງປະເທດ. ພ້ອມນັ້ນ ກໍໄດ້ພ້ອມກັນປະຕິບັດຕາມ 7 ລະບອບ 18 ວຽກ ໃນວຽກງານຊີ້ນໍາ ການອົບຮົມຫັດເເອບ, ປັບປຸງລະບຽບເເບບແຜນ, ຝຶກຝົນຫລໍ່ຫລອມ ກຳລັງເເຮງກາຍໃຫ້ ພະນັກງານ-ນັກຮົບ, ຄຽງຄູ່ກັນນັ້ນ ກໍໄດ້ສຸມໃສ່ຮັບປະກັນ ພະລາທິການເເກ້ໄຂຊີວິດການເປັນຢູ່ ໃຫ້ພະນັກງານ-ນັກຮົບ, ດ້ານວຽກງານເຕັກນິກ ກໍໄດ້ເອົາໃຈໃສ່ພ້ອມກັນບົວລະບັດຮັກສາ ພາຫະນະເຕັກນິກຕ່າງໆ ໃຫ້ນຳໃຊ້ໄດ້ຍາວນານ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໜອນ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງນາຍ ເເລະ ພົນທະຫານ ທົ່ວກົມຊ່າງເເສງ ສ້າງມາໄດ້ໃນໄລຍະໜຶ່ງປີຜ່າມມາ, ພ້ອມທັງເນັ້ນ ໃຫ້ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃ ຫ້ພະນັກງານ-ນັກຮົບຢ່າງເລິກເຊິ່ງ ແລະ ທົ່ວເຖິງ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ຕ້ອງຮັກສາຄວາມສາມັກຄີ ເປັນເອກະພາບພາຍໃນໝູ່ຄະ ນະ, ເອົາໃຈໃສ່ປັບປຸງກໍ່ສ້າງ ພະນັກງານໃຫ້ໜັກແໜ້ນເຂັ້ມແຂງ, ກຳແໜ້ນໜ້າທີ່ການເມືອງຂອງຕົນ ກໍຄື ຂອງກອງທັບແຕ່ລະໄລຍະ, ປັບປຸງກໍ່ສ້າງແບບແຜນ ວິທີ່ເຮັດວຽກ ເເລະ ກຳເເໜ້ນວິຊາສະເພາະ ສາມາດໝູນໃຊ້ໃນກົມກອງ ກໍຄື ພາຍໃນກອງທັບ ໃຫ້ປາກົດຜົນເປັນຈິງ.
ຂ່າວ-ພາບ: ເກນ ວິໄລສານ
KPL