ປີນີ້ ຈະມີນັກທ່ອງທ່ຽວເຂົ້າເມືອງເຟືອງ 1 ແສນກວ່າຄົນ

31/01/2023 12:45
Email Print 1986
ຂປລ ທ່ານ ຄໍາເພັດ ຈັນສົມພູ ຍັງໃຫ້ຮູ້ຕື່ມວ່າ: ຂໍກຸນແຈສໍາຄັນທີ່ເຮັດໃຫ້ເມືອງເຟືອງ ມີທ່າແຮງຕ່າງຈາກເມືອງອື່ນໆ ພາຍແຂວງວຽງຈັນຄື: ທ່ອງທ່ຽວ ແລະ ການປູກການລ້ຽງ ຍ້ອນເມືອງດັ່ງກ່າວ ມີພູຫີນປູນ ເປັນຮູບຮ່າງຄ້າຍ ຄີປາບາງໆ ຕັ້ງຢູ່ກະແຈກກະຈາຍ ສະຫລັບສັບຊ້ອນເປັນຈຸດໆ ມີສາຍນໍ້າລີກໄຫລຜ່ານ, ອ້ອມຮອບດ້ວຍປ່າດົງ, ທົ່ງນາ ແລະ ພູດອຍບ່ອນສູງ ຕໍ່າແຕກຕ່າງກັນອອກໄປ.





ປັດຈຸບັນ ຜູ້ປະກອບການທຸລະກິດທ່ອງທ່ຽວເຮືອນພັກເຮືອແພ ເມືອງເຟືອງ ຍິ້ມຢ່າງມີຄວາມສຸກ ເມື່ອນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລັ່ງໄຫລ ມາສັ່ງຈ່ອງຫ້ອງນອນອັ່ງອໍ ເຕັມເກືອບທຸກໆມື້ ແລະ ບາງວັນເກືອບບໍ່ມີວັນວ່າງ ໃນນັ້ນ ນັກທ່ອງທ່ຽວຊາວໄທກວມ ຫລາຍກວ່າ 30%-40% ສ່ວນທີ່ເຫລືອແມ່ນ ຍີ່ປຸ່ນ, ເກົ່າຫລີ, ເອີຣົບ, ອາເມລິກາ ແລະ ອື່ນໆ ຂະນະທີ່ ທ່ານ ຄໍາເພັດ ຈັນສົມພູ ເຈົ້າເມືອງເຟືອງ ຢືນຢັນວ່າ: ທ່ອງທ່ຽວ ແມ່ນໜຶ່ງໃນວຽກງານ ທີ່ເປັນ ບຸລິມະສິດ ສໍາຄັນຂອງເມືອງ ຕິດພັນກັບການປູກການລ້ຽງ ແລະ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງໃນການປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາ ແລະ ໃຫ້ປະຊາຊົນ ມີສ່ວນ ຮ່ວມ. ນັບແຕ່ລັດຖະບານ ປະກາດເປີດປະເທດ ໃນຕົ້ນປີ 2022 ມາເຖິງວັນທີ 24 ມັງກອນ 2023 ເຫັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວເມືອງເຟືອງ ຫລາຍກວ່າ 47.000 ຄົນ ແລະ ຄາດວ່ານັກ ທ່ອງທ່ຽວ ຈະສືບຕໍ່ ເພີ່ມຂຶ້ນຫລາຍກວ່າ 100.000 ກວ່າຄົນພາຍໃນປີ 2023 ນີ້.

ເມືອງເຟືອງ ແມ່ນໜຶ່ງໃນຫລາຍເມືອງຂຶ້ນກັບແຂວງວຽງຈັນ, ມີປະຊາກອນປະມານ 50 ພັນກວ່າຄົນ ຕັ້ງຫ່າງ ຈາກນະຄອນຫລວງວຽງຈັນ ປະມານ 100 ກິໂລແມັດ ຖ້າຂີ່ລົດເດິນທາ ງຜ່ານທາງດ່ວນ ວັງວຽງ-ວຽງຈັນ ໃຊ້ເວລາພຽງ 1 ຊົ່ວໂມງເທົ່ານັ້ນ, ເມືອງດັ່ງກ່າວຂຶ້ນຊື່ລືນາມວ່າ ນໍ້າຄໍາ ພູເງິນ ແລະ ດິນທອງໝາຍວ່າ: ຄວາມອຸດົມສົມບູນ ຂອງທໍາມະຊາດ ກໍ່ໃຫ້ເກີດອູ່ເຂົ້າອູ່ປາ ແລະ ກາຍເປັນໄມ້ງັດເສດຖະກິດ ໃຫ້ເມືອງເຟືອງມີເສດຖະກິດ ເຂັ້ມແຂງບໍ່ເປັນສອງ ຮອງຈາກເມືອງອື່ນໆ ພາຍໃນແຂວງວຽງຈັນ ໂດຍສະເພາະສາຍນໍ້າລີກ ບໍ່ພຽງແຕ່ປະກອບສ່ວນ ເຂົ້າໃນການພັດທະນາ ສ້າງພະລັງງານໄຟຟ້າທີ່ສະອາດ ຫາກຍັງເປັນສາຍເລືອດໃຫຍ່ ຂອງຊາວເມືອງເຟືອງ ທີ່ຫລໍ່ລ້ຽງ ຊີວິດເຂົາເຈົ້າມາ ແຕ່ ບັນພະບູລຸດຄື: ສະໜອງນໍ້າກິນນໍ້າໃຊ້ ໃຫ້ແກ່ການຜະລິດພືດພັນ ທັນຍາຫານເປັນສິນຄ້າ, ສັດລ້ຽງ ລວມທັງກໍ່ໃຫ້ເກີດໜໍ່ແໜງ ຕໍ່ພາກອຸດສາຫະກໍາທ່ອງທ່ຽວ ພົ້ນເດັ່ນ ແລະ ໂດ່ງດັງອີກດ້ວຍ.





ທ່ານ ຄໍາເພັດ ຈັນສົມພູ ຍັງໃຫ້ຮູ້ຕື່ມວ່າ: ຂໍກຸນແຈສໍາຄັນທີ່ເຮັດໃຫ້ເມືອງເຟືອງ ມີທ່າແຮງຕ່າງຈາກເມືອງອື່ນໆ ພາຍແຂວງວຽງຈັນຄື: ທ່ອງທ່ຽວ ແລະ ການປູກການລ້ຽງ ຍ້ອນເມືອງດັ່ງກ່າວ ມີພູຫີນປູນ ເປັນຮູບຮ່າງຄ້າຍ ຄີປາບາງໆ ຕັ້ງຢູ່ກະແຈກກະຈາຍ ສະຫລັບສັບຊ້ອນເປັນຈຸດໆ ມີສາຍນໍ້າລີກໄຫລຜ່ານ, ອ້ອມຮອບດ້ວຍປ່າດົງ, ທົ່ງນາ ແລະ ພູດອຍບ່ອນສູງ ຕໍ່າແຕກຕ່າງກັນອອກໄປ ພ້ອມດຽວກັນນັ້ນ ປະຊາຊົມເມືອງເຟືອງ ກໍມີມູນເຊື້ອດຸໝັ່ນ ເຮັດການຜະລິດ ມາແຕ່ດົນນານ ເຊິ່ງນັ້ນຄື ທ່າແຮງບົ່ມຊ້ອນ ກໍ່ໃຫ້ເກີດເສດຖະກິດ ສາມາດເນລະມິດ ເປັນເງິນເປັນຄໍາກໍວ່າໄດ້. ໂດຍໄດ້ກໍານົດວຽກປາຍແຫລມ ຂອງເມືອງດັ່ງນີ້: ນໍ້າລີກ ຕ້ອງພັດທະນາ ໃຫ້ເປັນແຫລ່ງທ່ອງທ່ຽວ ເຮືອນແພ ເປັນເອກະ ລັກໜຶ່ງ ດຽວແຕກຕ່າງ ຈາກບ່ອນອື່ນໆໃນ ສປປ ລາວ ໂດຍເປີດໄຟຂຽວ ໃຫ້ນັກລົງທຶນພັດທະນາ ໃຫ້ຖືກລະບົບລະບຽບ ແລະ ມີໃຈມັກຮັກທໍາມະຊາດ ຢ່າງດູດດື່ມຄື: ຮັກສາອະນາໄມຢ່າງເຄັ່ງຄັດ, ຫ້າມຂີ້ເຫຍື້ອ ລົງໃສ່ນໍ້າເດັດຂາດ, ຫ້າມ ຜູ້ປະກອບການສ້າງຫ້ອງນໍ້າ ຫລື ປ່ອຍອາຈົມລົງນໍ້າເດັດຂາດ, ຮັກສາລະບຽບການ ຫລິ້ນກິນຕາມກໍານົດເວລາ ເພື່ອບໍ່ໃຫ້ວົນແຊວຜູ້ມາພັກ ( 22.30 ໂມງຕ້ອງງຽບ ແລະ ບໍ່ສົ່ງສຽງດັງ); ເມືອງຂອງພວກເຮົາ ມີແຫລ່ງນໍ້າສະອາດ ຫລາຍ ສາຍ ແລະ ມີດິນອຸດົມສົມບູນ ສະນັ້ນເຮົາຕ້ອງ ຜະລິດກະສິກໍາຄື: ປູກເຂົ້າ ແລະ ພືດພັນທັນຍາຫານ ເພື່ອເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ໄປຄວບຄູ່ກັບການລ້ຽງສັດ; ສືບຕໍ່ພັດທະນາຖະໜົນຫົນທາງ ເຂົ້າພື້ນຖານການຜະລິດ ແລະ ບ່ອນທ່ອງທ່ຽວແຫ່ງໃໝ່ ເພື່ອຮັບປະກັນ ໃຫ້ສາມາດທຽວໄດ້ຕະຫລອດປີ. ມາຮອດປັດຈຸບັນນີ້ ພວກເຮົາໄດ້ສໍາເລັດການກໍ່ສ້າງ ເສັ້ນທາງຫລາຍເສັ້ນ ແລະ ສ້ອມແປງທາງປູຢາງ ເຂົ້າມາຫາເທສະບານ ເມືອງເຟືອງ ຍາວປະມານ 30 ກວ່າກິໂລແມັດ ຈາກຈຸດເຊື່ອມຕໍ່ ທາງດ່ວນວັງວຽງ-ວງຽຈັນ.

ທ່ານ ເຈົ້າເມືອງເຟືອງ ຍັງໃຫ້ຮູ້ເຖິງແຜນພັດທະນາໃນອະນາຄົດ ແມ່ນຈະສືບຕໍ່ພັດທະນາ ແຫລ່ງທ່ອງທ່ຽວໃໝ່ ຫລາຍແຫ່ງເປັນຕົ້ນ: ຖໍ້າຜາຫລວງ, ນໍ້າສາງຜີບັງບົດ, ນໍ້າຕົກຕາດຫລາຍແຫ່ງ, ສ້າງເຮືອນແພເຄື່ອນທີ່ ຢູ່ລຸ່ມເຂື່ອນໄຟຟ້າ ນໍ້າລີກ, ສ້າງເສັ້ນທາງລຽບແຄມນໍ້າລີກ ທັງສອງເບື້ອງ ເພື່ອໃຫ້ນັກທ່ອງທ່ຽວນັ່ງຫລິ້ນ ແລະ ຍ່າງອອກກໍາລັງກາຍ ໃນບໍລິເວນໃກ້ເຮືອນແພແຄມນໍ້າ, ສ້າງຂົວຂ້າມນໍ້າລີກ ຈາກບ້ານເມືອງເຟືອງ ໄປຫາອີກຝັ່ງໜຶ່ງທີ່ມີ 4 ບ້ານ ເພື່ອເອື້ອຍ ອໍານວຍສະດວກສະບາຍ ໃຫ້ປະຊາຊົນ, ນັກທ່ອງທ່ຽວໃນຍາມແລ້ງ. ແຕ່ເຖິງແນວໃດກໍດີ. ຖ້າພວກເຮົາຢາກເຮັດ ໄດ້ຕາມແຜນນັ້ນ ຕ້ອງຮ່ວມໄມ້ຮ່ວມມືກັນ, ມີຄວາມເອກະພາບ, ມີຄວາມສາມັກຄີກັນ, ໃຫ້ປະຊາຊົນ ມີສ່ວນຮ່ວມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕາມແນວທາງນະບາຍຂອງ ພັກ-ລັດ, ລະບຽບກົດໝາຍ ແລະ ຂໍ້ກໍານົດອື່ນໆ. ສິ່ງສຳຄັນແມ່ນສຸມໃສ່ 3 ຜົນປະໂຫຍດ ຄື ຜູ້ປະກອບການ ໄດ້ຜົນປະໂຫຍດ, ລັດໄດ້ຜົນປະໂຫຍດ ແລະ ປະຊາຊົນໄດ້ຜົນປະໂຫຍດທັງ ໝົດນັ້ນ ລ້ວນແຕ່ເປັນສິ່ງສໍາຄັນ ຕິດພັນກັນຢ່າງສະໜິດແໜ້ນ.


ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top