ສຄອຊ ມອບລາງວັນທຸລະກິດຊັ້ນນຳດີເດັ່ນໃຫ້ຫົວໜ່ວຍທຸລະກິດ ໃນທົ່ວປະເທດ

24/01/2023 13:59
Email Print 4167
ຂປລ ຂປລ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດພິທີມອບລາງວັນ ທຸລະກິດຊັ້ນນຳດີ ເດັ່ນປະຈຳປີ 2022 ໃຫ້ 80 ຫົວໜ່ວຍທຸລະກິດ ຈາກນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ວຽງຈັນ, ບໍລິຄຳໄຊ, ສະວັນນະເຂດ, ສາລະວັນ, ຈຳປາສັກ ແລະ ອັດຕະປື

ຂປລ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດພິທີມອບລາງວັນ ທຸລະກິດຊັ້ນນຳດີ ເດັ່ນປະຈຳປີ 2022 ໃຫ້ 80 ຫົວໜ່ວຍທຸລະກິດ ຈາກນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ວຽງຈັນ, ບໍລິຄຳໄຊ, ສະວັນນະເຂດ, ສາລະວັນ, ຈຳປາສັກ ແລະ ອັດຕະປື ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 23 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ບັນດາ 80 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນ ທຸລະກິດຊັ້ນນຳດີເດັ່ນ ໃນຄັ້ງນີ້, ແມ່ນໄດ້ການຄັດເລືອກຕາມມາດຕະຖານຄື:  ເປັນສະມາຊິກຂອງ ສຄອຊ, ສຄອ ແຂວງ-ນະຄອນຫລວງ, ສະມາຄົມ, ກຸ່ມທຸລະກິດ ແລະ ສຄອ ຕ່າງປະເທດປະຈຳ ສປປ ລາວ ທີ່ຢູ່ໃຕ້ການຄຸ້ມຄອງຂອງ ສຄອຊ, ເປັນທຸລະກິດທີ່ໄດ້ດຳເນີນ ທຸລະກິດຕາມລະບຽບກົດໝາຍ ແລະ ເສຍພັນທະເຂົ້າລັດຖະບານ, ໃນໄລຍະວິກິດການໄດ້ບຸກບືນສ້າງ ທຸລະກິດຂອງຕົນເອງ ໃຫ້ເຂັ້ມແຂງ, ສາມາດປະຄັບປະຄອງທຸລະກິດ ຫລື  ມີການປ່ຽນແປງຂະຫຍາຍຕົວ, ສ້າງວຽກເຮັດງານທຳ, ປະກອບການຟື້ນ ເສດຖະກິດຂອງຊາດ; ເປັນທຸລະກິດທີ່ມີການ ປະກອບສ່ວນຊ່ວຍເຫລືອສັງຄົມ ເພື່ອຜ່ານຜ່າວິກິດຕ່າງໆ ແລະ ມີການເຄື່ອນໄຫວເຂົ້າຮ່ວມກິດຈະກຳ, ວຽກງານຂອງ ສຄອຊ ຕາມແຜນງານ 6 ເສົາຄໍ້າ, ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອຊ, ສຄອ ແຂວງ-ນະຄອນຫລວງ, ສຄອເມືອງ, ສະມາຄົມ, ກຸ່ມທຸລະກິດ ແລະ ອື່ນໆ.

ທ່ານ ອຸເດດ ສຸວັນນະວົງ  ໄດ້ກ່າວວ່າ: ໃນປີ 2022  ເສດຖະກິດຂອງລາວ ຍັງຢູ່ໃນໄລຍະການຟື້ນຟູ ຈາກຜົນກະທົບ ຂອງພະຍາດໂຄວິດ- 19 ແລະ ຜົນກະທົບຂອງສະພາບ ການສະໜອງ ວັດຖຸປັດໄຈການຜະລິດ, ສະພາບການຂາດເຂີນເງິນຕາ, ເງິນສະກຸນເງິນກີບອ່ອນຄ່າ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ເຄື່ອງບໍລິໂພກ-ອຸ ປະໂພກ ຈຳນວນໜຶ່ງ ເຖິງຢ່າງໃດກໍຕາມ ມີທຸລະກິດຈໍານວນໜຶ່ງ ໃນເກືອບທຸກໆຂະແໜງການ ໂດຍສະເພາະ ໃນຂະແໜງການກະສິກຳ, ອຸດສາຫະກຳປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງໂລຈິດຕິກ ແລະ ການບໍລິການອື່ນໆ ແມ່ນໄດ້ບຸກບືນ ພັດທະນາສ້າງທຸລະກິດຂອງຕົນເອງ ໃຫ້ເຂັ້ມແຂງ, ຈໍານວນໜຶ່ງແມ່ນໄດ້ຫັນ ຈາກການຜະລິດທຸລະກິດແບບເດີມ ມາເຂົ້າສູ່ການຜະລິດແບບໃໝ່, ຕາມຕະຫລາດໃໝ່ ເພື່ອໄດ້ປະຄອງຕົວ ແລະ ສືບຕໍ່ດຳເນີນທຸລະກິດປະກອບ ເຂົ້າໃນໂຄງປະກອບການຜະລິດແຫ່ງຊາດ, ສືບຕໍ່ສ້າງລາຍຮັບ ດ້ານງົບປະມານພາສີ-ອາກອນໃຫ້ແກ່ລັດຖະບານ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້​ມີບາງຄໍາຄິດຄໍາເຫັນ ຕໍ່ກັບທິດທາງວຽກ​ງານ​ຈຸດ​ສຸມ ຂອງລັດຖະບານ ແລະ ແຜນ​ການ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ ​ຄັ້ງທີ IX ​ທີ່​ພົວ​ພັນ​ກັບ​ພາກ​ທຸ​ລະ​ກິດ ເຊິ່ງໃນປີ 2023 ລັດຖະບານ ຈະສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆເຊັ່ນ: ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2023 ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດ  (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາສະຫາລັດ; ສູ້ຊົນ ຜະລິດກະສິກໍາ ເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ມູນຄ່າ 41.321 ຕື້ກີບ, ຜະລິດແຮ່ທາດ ໃຫ້ໄດ້ 19.795 ຕື້ກີບ; ສູ້ຊົນສ້າງມູນຄ່າ ການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້  73.541,80 ຕື້ກີບ, ການບໍລິການຂົນສົົ່ງສິນຄ້າ ໃນທຸກເສັ້ນທາງ(ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້  12.754 ພັນໂຕນ, ການຂົນສົົ່ງໂດຍສານ ໃນທຸກເສັັ້ນທາງໃຫ້ໄດ້ 95.864 ພັນຄົນ ແລະ ສູ້ຊົນດຶງດູດນັກທ່ອງທ່ຽວ ມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທື່ອຄົນ ແລະ ສ້າງລາຍຮັບໝູນວຽກ ຈາກການທ່ອງທ່ຽວປະມານ 340 ລ້ານໂດລາສະຫະລັດ.

ຂ່າວ:ກິດຕາ

ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top