ຂປລ
ກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ປະກາດ “ແຜນພັດທະນາ ຂະແໜງ ການລ້ຽງສັດ ແລະ ສັດຕະວະແພດ ແຫ່ງຊາດ 5 ປີຄັ້ງທີ 15”, ໄດ້ວາງເປົ້າໝາຍ ກຳນົດ ປະລິມານ 15 ຂໍ້
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ປະກາດ “ແຜນພັດທະນາ ຂະແໜງ ການລ້ຽງສັດ ແລະ ສັດຕະວະແພດ ແຫ່ງຊາດ 5 ປີຄັ້ງທີ 15”, ໄດ້ວາງເປົ້າໝາຍ ກຳນົດ ປະລິມານ 15 ຂໍ້, ລວມທັງ ຜົນຜະລິດລວມຂອງຊີ້ນ, ໄຂ່ສັດປີກ ແລະ ນົມ ເປັນຕົ້ນ. ແຜນການດັ່ງກ່າວ ສະແດງໃຫ້ເຫັນວ່າ, ຮອດປີ 2030, ຍອດການຜະລິດພືດລ້ຽງສັດຂອງ ສປ ຈີນ ຈະບັນລຸເຖິງ 130 ລ້ານໂຕນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL