ສີລັງກາ ສົ່ງອອກຜະລິດຕະພັນຢາງ ມູນຄ່າ 900 ລ້ານໂດລາສະຫະລັດ

24/01/2023 18:20
Email Print 347
ຂປລ ສິລັງກາ ສ້າງ​ລາຍ​ໄດ້​ ຈາກ​ການ​ສົ່ງ​ອອກ​ ຜະລິດ​ ຕະພັນ​ຢາງ​ ໃນ​ປີ2022 ຄິດ​ເປັນ ​ມູນ​ຄ່າ 900 ລ້ານ​ໂດ​ລາ​ ສະຫະລັດ ​ເມື່ອ​ທຽບ​ໃສ່ ​ປີ 2021 ຫລຸດ​ລົງ​ ບໍ່​ຫລາຍ ຈາກ​ລະດັບ 1ຕື້​ໂດ​ລາ​ ສະຫະລັດ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ,ກົມ​ພັດທະນາ​ຢາງ ຂອງ​ສີ​ລັງກາ ​ເປີດ​ເຜີຍ​ວ່າ: ສິລັງກາ ສ້າງ​ລາຍ​ໄດ້​ ຈາກ​ການ​ສົ່ງ​ອອກ​ ຜະລິດ​ ຕະພັນ​ຢາງ​ ໃນ​ປີ2022 ຄິດ​ເປັນ ​ມູນ​ຄ່າ 900 ລ້ານ​ໂດ​ລາ​ ສະຫະລັດ ​ເມື່ອ​ທຽບ​ໃສ່ ​ປີ 2021 ຫລຸດ​ລົງ​ ບໍ່​ຫລາຍ ຈາກ​ລະດັບ 1ຕື້​ໂດ​ລາ​ ສະຫະລັດ. ຂະນະ​ທີ່ ສີ​ລັງກາ ມີ​ເປົ້າໝາຍ ​ເພີ່ມ​ລາຍ​ໄດ້ ​ຈາກ​ພະ​ລິດ​ຕະພັນ​ຢາງ ຢ່າງ​ໜ້ອຍ 3ຕື້​ໂດ​ລາ​ ສະຫະລັດ ພາຍ​ໃນ​ປີ2025. ກຸ່ມຕະຫລາດ​ຫລັກ ສຳລັບ​ ຜະລິດ​ ຕະພັນຢາງ​ ສຳ​ເລັດ​ຮູບ ​ໄດ້​ແກ່ ສ.ອາ​ເມ​ລິ​ກາ,​ເຢຍລະ​ມັນ ​ແລະ ຍີ່ປຸ່ນ.ຂະນະ​ທີ່ ປາ​ກິດ​ສະຖານ,​ເຢຍລະ​ມັນ ​ແລະ ຍີ່ປຸ່ນ ​ເປັນ​ຕະຫລາດ​ຫລັກ ສຳລັບ ​ຢາງ​ທຳ​ມະ​ຊາດ​ ຈາກ​ສີ​ລັງກາ. ທັງ​ນີ້ ສີ​ລັງ​ກາ ​ເປັນ​ໜຶ່ງ​ ໃນ​ຜູ້​ສົ່ງ​ອອກ​ຢາງ ​ທຳ​ມະ​ຊາດ ​ແຖວ​ໜ້າ​ ຂອງ​ໂລກ ​ໂດຍ​ລາຍ​ໄດ້​ ຈາກ​ການ​ສົ່ງ​ອອກ​ຢາງ ປະມານ70% ​ໃນ​ປີ2021 ມາ​ຈາກ​ ຢາງ​ລົດ​ໃຫຍ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top