ຮ​ອງປະທານ​ປະ​ເທດ ພົບ​ປະໂອ້ລົມ ພະນັກງານ​ຫລັກ​ແຫ​ລ່ງເມືອງໄຊສະຖານ

19/01/2023 14:47
Email Print 767
ຂປລ ຂປລ. ຕອນບ່າຍຂອງວັນທີ 18 ມັງກອນ 2023, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫລັກແຫລ່ງທົ່ວເມືອງໄຊສະຖານ ແຂວງໄຊຍະບູລີ ​ໂດຍ​ມີ ໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ​ເຂົ້າ​ຮ່ວມ.

 

     ຂປລ. ຕອນບ່າຍຂອງວັນທີ 18 ມັງກອນ 2023, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫລັກແຫລ່ງທົ່ວເມືອງໄຊສະຖານ ແຂວງໄຊຍະບູລີ ​ໂດຍ​ມີ ໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ​ເຂົ້າ​ຮ່ວມ.
   ໂອກາດນີ້,
ທ່ານ ບຸນທອງ ຈິດມະນີ ​ໄດ້​ເນັ້ນໃຫ້ການນໍາ, ພະນັນງານຫລັກແຫລ່ງ ແລະ ນາຍບ້ານທົ່ວເມືອງໄຊສະຖານ ສືບຕໍ່ຮັກສາຄວາມສະຫງົບຮອບດ້ານ, ສືບຕໍ່ລົງຮາກຖານ ເຮັດໃຫ້ຮາກຖານບ້ານມີຄວາມເຂັ້ມແຂງ, ສືກສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ ແລະ ປະຊາຊົນ, ສືບຕໍ່ເຮັດວຽກງານເສດຖະກິດ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ, ພັດທະນາຕົວເມືອງໃຫ້ມີຄວາມຮຸ່ງເຮືອງ, ສືບຕໍ່ຊຸກຍູ້ປະຊາຊົນທໍາການຜະລິດເປັນສິນຄ້າ ແລະ ສືບຕໍ່ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນ.
 ພ້ອມ​ກັນ​ນີ້, ທ່ານ
 ສີສະໝອນ ນາມວົງ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງໄຊສະຖານກໍ​ໄດ້ລາຍງານສະພາບ ການພັດທະນາອັນພົ້ນເດັ່ນຂອງເມືອງ ວ່າ: ປັດຈຸບັນທົ່ວເມືອງ ຍັງສຶບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພໂດຍພື້ນຖານ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ສະພາບຢູ່ບໍລິເວນຊາຍແດນ ໂດຍລວມແລ້ວແມ່ນບໍ່ມີບັນຫາໃດທີ່ຮ້າຍແຮງ, ດ້ານເສດຖະກິດ ເຖິງວ່າມີຄວາມຫຍຸ້ງຍາກກໍຕາມ ຜ່ານການນໍາພາ-ຊີ້ນໍາຜັນຂະຫຍາຍມະຕິ II ຂອງເມືອງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ທຽບໃສ່ຄາດໝາຍວາງໄວ້ ເຫັນວ່າເສດຖະກິດຂອງເມືອງ ຂະຫຍາຍຕົວ 6% ຍັງບໍ່ສາມາດບັນລຸຄາດໝາຍ 1,2% (ແຜນວາງໄວ້ 7,2 %), ລວມຍອດລາຍຮັບ 90,7 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 5,7 ລ້ານກີບ ຫລື ເທົ່າກັບ 335 ໂດລາຕໍ່ຄົນຕໍ່ປີ. ສ່ວນວຽກງານອື່ນໆ ກໍໄດ້ຮັບການພັດທະນາດີ​ຂຶ້ນເປັນກ້າວໆ.
      ​ໃນ​ໂອກາດ​ດຽວ​ກັນ, ທ່ານ ບຸນທອງ ຈິດມະນີ ພ້ອມ​ຄະນະນກໍໄດ້ ​ໄປຢ້ຽມຢາມກອງບັນຊາການທະຫານເມືອງ, ຢ້ຽມຢາມສວນກ້າເບ້ຍ ໝາກກາເຟ ຂອງຜູ້ປະກອບການຈາກຕ່າງປະເທດ ແລະ ຍັງໄດ້ມອບເຂົ້າສານຈໍານວນ 2 ໂຕນ ແລະ ອຸປະກອນການຮຽນຈໍານວນໜຶ່ງໃຫ້ເມືອງ​ໄຊ​ສະຖານ ຕື່ມ​ອີກ.
   ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

KPL

ຂ່າວອື່ນໆ

ads
ads

Top