ລັດຖະມົນຕີ ກະຊວງສາທາລະນະສຸກ ເຄື່ອນໄຫວວຽກງານ ຢູ່ 4 ແຂວງພາກໃຕ້

05/01/2023 12:50
Email Print 9525
ຂປລ ຂປລ. ໃນລະຫວ່າງວັນທີ 3- 10 ມັງກອນ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິ ລັດຖະ ມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi)ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ທ່ານ ນາງ ເພຍ ຣີ ແບນໂລ ບະຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳລາວ ລົງເຄື່ອນໄຫວຢ້ຽມຢາມ ​ແລະ ເຮັດວຽກຢູ່ 4 ແຂວງ ພາກໃຕ້


ຂປລ. ໃນລະຫວ່າງວັນທີ 3- 10 ມັງກອນ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິ ລັດຖະ ມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi)ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ທ່ານ ນາງ ເພຍ ຣີ ແບນໂລ ບະຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳລາວ ລົງເຄື່ອນໄຫວຢ້ຽມຢາມ ​ແລະ ເຮັດວຽກຢູ່ 4 ແຂວງ ພາກໃຕ້ ຄື: ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຂອງວຽກງານສາທາລະສຸກ ລວມທັງການຄຸ້ມຄອງ ການສັກຢາກັນພະຍາດ.

ທ່ານ ອາຄົມ ລຳວິຈິດ ຫົວໜ້າພະແນກ ສາທາລະນະສຸກ ແຂວງສາລະວັນ ໄດ້ລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ຂອງການປະຕິບັດວຽກງານ ສາທາລະນະສຸກແຂວງ  ໂດຍສະເພາະ ການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງຮັບຮອງ ເຊິ່ງອັດຕາເດັກລຸ່ມ 5 ປີ ນໍ້າໜັກຕໍ່າກວ່າມາດຕະຖານ ຄາດໝາຍ 2022 (25%), ປະຕິບັດໄດ້ 11 ເດືອນ (12,39 %), ລວງສູງບໍ່ໄດ້ມາດຕະຖານ ຄາດໝາຍ (33%), ປະຕິບັດໄດ້ 18,52%, ອັດຕາ ການຕາຍຂອງເດັກລຸ່ມ 1 ປີ ຄາດໝາຍ (26/1.000),  ປະຕິບັດໄດ້ 15,12/1.000, ອັດຕາການຕາຍຂອງເດັກລຸ່ມ 5 ປີ ຄາດໝາຍ (32/1.000), ປະຕິບັດໄດ້ 19,09/1.000, ອັດຕາສ່ວນການຕາຍ ຂອງ ແມ່ ຄາດໝາຍ (120/100.000), ປະຕິບັດໄດ້ 93/100.000, ອັດຕາການເກີດລູກມີແພດ ຄາດໝາຍ (84%), ປະຕິບັດໄດ້ 76,32%, ອັດຕາການໃຫ້ວັກຊິນກັນພະຍາດ (Penta3) ຄາດໝາຍ (96%), ປະຕິບັດໄດ້ 93,57% (ຄາດວ່າໝົດປີບັນລຸ 97%), ອັດຕາຊົມໃຊ້ນ້ຳສະອາດ ຄາດໝາຍ(92%), ປະຕິ ບັດໄດ້ 94,65%, ອັດຕາຊົມໃຊ້ວິດຖ່າຍ ຄາດໝາຍ (87%), ປະຕິບັດໄດ້ 79,23% (ໝົດປີຈະບັນລຸໃນຕົ້ນເດືອນ 1/2023 ຈະປະກາດ 2 ເມືອງ ເປັນເມືອງຢຸດຕິ ການຖ່າຍຊະຊາຍ), ອັດຕາການປົກຄຸມ ດ້ວຍປະກັນສຸຂະພາບ 100%, ອັດຕາການຮັບຮອງ ບ້ານສາທາລະນະສຸກແບບຢ່າງ ຄາດໝາຍ(64%), ປະຕິບັດໄດ້ 67,47%, ດ້ານວຽກງານສັກຢາ ປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ປະຕິບັດໄດ້ 81,75%, ເຂັມທີ 2 ປະຕິບັດໄດ້ 68,86%ແລະ  ເຂັມກະຕຸ້ນ 1 ປະຕິບັດໄດ້ 30,66% ດ້ານການຄວບຄຸມ ພະຍາດໄຂ້ຍູງລາຍໃນປີ 2022 (ມີການລະບາດແຕ່ບໍ່ຮຸນແຮງ), ມີທັງໝົດ 1.445 ກໍລະ ນີ, ເສຍຊີວິດ 3 ແລະ ກໍລະນີ ແລະ ໂຄວິດ-19 ມີຜູ້ຕິດເຊື້ອ 4.988 ກໍລະນີ, ຍິງ 2.507 ກໍລະນີ, ເສຍຊີວິດ 23 ກໍລະນີ, ຍິງ 13 ກໍລະນີ. ໃນນັ້ນ, ຕິດເຊື້ອໃນຊຸມຊົນ 3.478 ກໍລະນີ, ຍິງ 1.736 ກໍລະນີ, ແຮງງານນໍາເຂົ້າ 1.510 ກໍລະນີ, ຍິງ 1.771 ກໍລະນີ.

 ໃນວັນດຽວກັນ, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມໂຮງໝໍ ແຂວງສາລະວັນ, ສາງເກັບຢາ ແລະ ໂຮງຮຽນແພດສາດແຂວງ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ໂຮງໝໍ ເມືອງສະໝ້ວຍ ແລະ ຕະໂອ້ຍ ແລະ ພົບປະກັບອຳນາດ ການປົກຄອງແຂວງ ແລະ ເມືອງ ເພື່ອຮັບຟັງສິ່ງທ້າທາຍ ໃນວຽກງານການສັກຢາກັນ. ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ກວດກາຄືນ ຄວາມຄືບໜ້າ ຂອງການສັກຢາປ້ອງກັນ ພະຍາດໂຄ ວິດ-19 ຢູ່ບັນດາແຂວງ ໃນນັ້ນມີບັນດາສິ່ງທ້າທ້າຍ ກ່ຽວກັບການຄຸ້ມຄອງ ການຊ່ວຍເຫລືອ ທີ່ຕ່ຳ

ໂອກາດ ​ເຄື່ອນ​ໄຫວ​ວຽກ​ງານ​ຄັ້ງ​ນີ້, ຍັງຈະມີການມອບ-ຮັບ ລົດຂົນສົ່ງວັກຊີນຕູ້ເຢັນ WHO-PQS ຈຳນວນ 2 ຄັນ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ ຜ່ານອົງການອຸຍນີເຊບ ປະຈໍາ ສປປ ສາວ ໃຫ້ພະແນກສາທາລະນະສຸກ ແຂວງອັດຕະປື ແລະ ແຂວງເຊກອງ ໃນວັນທີ 7 ມັງ ກອນ 2023. ພາຫະນະຂົນສົ່ງວັກຊິນຕູ້ເຢັນ (RVTV) ເປັນລົດ 4WD (ສີ່ລໍ້) ແລະ ປະກອບມີຕູ້ເຢັນທີ່ຕິດຢູ່ໃນລົດ. RVTV ແມ່ນໃຊ້ສໍາລັບການຂົນສົ່ງທີ່ປອດໄພ ຂອງວັກຊິນທີ່ອຸນຫະພູມ ລະ ຫວ່າງ 2-8°C ແລະ ສາມາດເດີນທາງໄກ ແລະ ທຸລະກັນດານ. ນອກຈາກນີ້, ລັດຖະບານຍີ່ປຸ່ນ ຍັງໄດ້ໃຫ້ການສະໜັບສະໜູນ ມູນຄ່າຫລາຍກວ່າ 1,1 ລ້ານໂດລາສະຫະລັດ ເພື່ອປັບປຸງລະບົບຕ່ອງໂສ້ ຄວາມເຢັນ ຢູ່ ສປປ ລາວ, ລວມທັງການຈັດຫາຕູ້ ເກັບຮັກສາວັກຊິນ 697 ໜ່ວຍ, ຖົງພາຍວັກຊິນ 500 ໜ່ວຍ ແລະ ຫີບເຟັນ 100 ໜ່ວຍ. ອຸປະກອນທັງໝົດ ໄດ້ຖືກແຈກຢາຍ ແລະ ຕິດຕັ້ງຕາມແຜນການປະຕິບັດ ການທີ່ໄດ້ອະນຸມັດ ຈາກລັດຖະບານ ສປປ ລາວ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top