ການສ້າງພະນັກງານຕ້ອງຕິດພັນກັບຂະບວນການກໍ່ສ້າງຮາກຖານການເມືອງ

08/12/2022 10:36
Email Print 1233
ຂປລ *ເນື່ອງໃນໂອກາດສະເຫລີມສະ ຫລອງວັນຊາດທີ 2 ທັນວາ ຄົບ ຮອບ 47 ປີ ແລະ ວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ.


ທ່ານ ໄກສອນ ພົມວິຫານ ຢ້ຽມຢາມ ແລະ ໂອ້ລົມກັບບັນດາເອື້ອຍນ້ອງແມ່ຍິງ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8/3/1969

*ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ. ຄໍລຳມື້ນີ້ ຂໍນຳເອົາບາງບົດຮຽນ ທີ່ປະທານໄກສອນ ພົມວິຫານ ຕໍ່ກັບການກໍ່ສ້າງພະນັກງານ ມານຳສະເໜີ ຊຶ່ງປະທານເຄີຍໄດ້ຕີລາຄາໄວ້ວ່າ: ຂະບວນການປະຕິວັດ ຂອງມະຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ ພະນັກງານຂຶ້ນມາ ໂດຍປະທານ ໄດ້ກ່າວໄວ້ວ່າ: “ບໍ່ຢ້ານວ່າ ຈະບໍ່ມີພະນັກງານ ພຽງແຕ່ຮູ້ສ້າງຂະບວນການ ແລ້ວນຳເອົາພະນັກງານ ລົງສູ່ຂະບວນການ ຝຶກຝົນຫລໍ່ຫລອມ ໃນຂະ ບວນການວຽກງານຕົວຈິງ ກໍຈະມີພະນັກງານຮູ້ບັນຊາ, ຮູ້ນຳພາວຽກງານພົ້ນເດັ່ນຂຶ້ນ”.

ປະທານ ໄກສອນ ພົມວິຫານ ຍັງໃຫ້ນິຍາມຂະບວນການວ່າ: “ຂະບວນການແມ່ນການເຮັດວຽກງານ ໃດໜຶ່ງທີ່ມີລັກສະນະແຜ່ຫລາຍທົ່ວໄປ; ການເຮັດວຽກງານນັ້ນ ຕ້ອງເຮັດຢ່າງມີການຈັດຕັ້ງນຳພາ ແລະ ເຮັດດ້ວຍຄວາມຕື່ນຕົວ (ບໍ່ໄດ້ບັງຄັບ) ເຮັດໄດ້ 3 ເນື້ອໃນນີ້ ຈິ່ງເຮັດໃຫ້ຂະບວນການ ຕ່າງໆຍືນຍົງຄົງຕົວ ແລະ ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງແລະ ປະທານ ໄກສອນ ພົມວິຫານ ຍັງສັ່ງສອນ ໄວ້ອີກວ່າ: “ການທີ່ໄດ້ລົງກໍ່ສ້າງຮາກ ຖານການເມືອງ ຊຶ່ງມີການຊີ້ນຳໂດຍກົງຂອງກົມການເມືອງ ແມ່ນກາລະໂອກາດດີ ທີ່ສຸດໃນຊີວິດການເມືອງ ທີ່ໄດ້ຮໍ່າຮຽນເປັນລະບົບ ແມ່ນສິ່ງທີ່ດີ ແລະ ເປັນພື້ນຖານແລ້ວ ແຕ່ຫາກບໍ່ຮູ້ນຳໃຊ້ຄວາມຮູ້ ທີ່ໄດ້ຮໍ່າຮຽນມານັ້ນ ເຂົ້າກັບວຽກງານຕົວຈິງ ທັງບໍ່ສ້າງໄດ້ຜົນປະໂຫຍດ ຫຍັງໃຫ້ແກ່ປະຊາຊົນ, ສັງຄົມແລ້ວ ຄວາມຮູ້ທີ່ຮຽນມານັ້ນ ກໍຈະບໍ່ມີຄຸນຄ່າຫຍັງທັງໝົດ. ດັ່ງນັ້ນ, ການມາລົງກໍ່ສ້າງຮາກຖານການເມືອງ ຈິ່ງແມ່ນການມາກໍ່ສ້າງຕົນເອງ ໃຫ້ເຕີບ ໃຫຍ່ຂຶ້ນກັບວຽກງານຕົວຈິງ, ເປັນໂອກາດໜຶ່ງ ຝຶກຝົນຫລໍ່ຫລອມຕົນເອງ ໃນທຸກໆດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກ ຕໍ່ໄປນີ້ການລົງກໍ່ສ້າງຮາກຖານ ຊົນນະບົດຄວນຫັນເປັນໂຄງການ ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການສາຍຕັ້ງ. ໝາຍຄວາມວ່າ, ມີໂຄງການວຽກງານຕົວຈິງ, ສຸມ ທຶນຮອນເຂົ້າໃສ່ ແລະ ມີຄົນໄປນຳພາເຮັດຕົວຈິງ ແລະ ເຮັດຢ່າງມີຈຸດສຸມ”.

ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງບົດບາດຂອງພະນັກງານລົງກໍ່ສ້າງຮາກຖານ ມີຢູ່ 4 ບົດ ບາດຕົ້ນຕໍຄື: “ເປັນເສນາທິການ; ເປັນຜູ້ນໍາພາ; ເປັນຜູ້ເຮັດຕົວຈິງ ແລະ ເປັນເຈົ້າການ ເພື່ອຊ່ວຍເຫລືອທ້ອງຖິ່ນຮາກຖານ ໃຫ້ເປັນເຈົ້າການ”. ຈາກບົດຮຽນທີ່ຖອດຖອນ ໄດ້ຢູ່ຮາກຖານປະ ທານ ໄກສອນ ພົມວິຫານ ໄດ້ນຳເອົາມາບູລະນະ ແນວທາງ-ນະໂຍບາຍຂອງພັກ ໂດຍພັກໄດ້ໃຫ້ທັດສະນະສຳຄັນ ຫລາຍຢ່າງຕໍ່ກັບການ ພັດທະນາຊົນນະບົດ ເປັນຕົ້ນແມ່ນການເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດ ເປັນເຈົ້າຂອງປະເທດຊາດ ໃນການກໍ່ສ້າງຮາກຖານ ໃຫ້ເຂັ້ມແຂງຮອບດ້ານ ດັ່ງໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ໄດ້ກໍານົດວ່າ: ການເສີມຂະຫຍາຍປະຊາທິປະໄຕ ແມ່ນເປັນແຮງດັນ ທັງເປັນຈຸດໝາຍຂອງ ການປ່ຽນແປງໃໝ່ ຮອບດ້ານຂອງພັກ ແມ່ນຂະບວນການວິວັດ ອັນຍາວນານແຫ່ງການ ຂະຫຍາຍຕົວຂອງປະເທດຊາດ, ການເສີມຂະຫຍາຍ ປະຊາທິປະ ໄຕ ຕ້ອງຕິດພັນກັບຈັງຫວະ ການຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ, ຕິດພັນກັບລະບົບຄວາມຮູ້ ຂອງປະຊາຊົນບັນດາເຜົ່າແຕ່ລະບ່ອນ, ຕິດພັນກັບຈຸດພິເສດ ດ້ານປະຫວັດສາດ ແລະ ມູນເຊື້ອຂອງຊາດ”.

ຍ້ອນແນວນັ້ນ, ພວກເຮົາຕ້ອງປະຕິບັດມາດຕະການຍຸດທະສາດຫັນລົງກໍ່ສ້າງຮາກຖານ ເພື່ອກໍ່ສ້າງຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ຕ້ອງເຂົ້າໃຈແຈ້ງວ່າລັດໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍຕໍ່ເມື່ອພື້ນຖານຂອງລັດ ຫລື ລະບອບນັ້ນໆ ໄດ້ຮັບການກໍ່ສ້າງ ຢ່າງແໜ້ນໜາຖາ ວອນ. ບັນຫາຮີບດ່ວນ ໃນສະເພາະໜ້າຕໍ່ວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດແມ່ນ: ຕ້ອງສ້າງໂຄງການພັດທະນາຊົນນະບົດ ທີ່ສອດຄ່ອງກັບ ແຕ່ລະພື້ນທີ່, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າຊົນ. ຕ້ອງຈັດວາງແຜນການຈັດຕັ້ງ ການຝຶກອົບຮົມ, ບຳລຸງສ້າງພະນັກງານ ຢ່າງເປັນລະ ບົບ ເຊິ່ງປະກອບດ້ວຍ 3 ປະເພດ ພະນັກງານ ຄື: ພະນັກງານການເມືອງ; ພະນັກງານຄຸ້ມຄອງ; ພະນັກງານວິຊາການ ຂະແໜງການຕ່າງໆ. ເພາະການພັດທະນາ ຊົນນະບົດຕ້ອງຕິດ ພັນກັບການເພີ່ມທະວີ ການບຳລຸງສ້າງຖັນແຖວ ພະນັກງານຮາກຖານ; ການປັບປຸງ ແລະ ເພີ່ມທະວີການນໍາພາ ຂອງບັນດາອົງການຈັດຕັ້ງ ແລະ ອົງການປົກຄອງຂັ້ນຮາກຖານ; ການຮັບປະກັນຄວາມ ສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມຢູ່ຊົນນະບົດ.


KPL

ຂ່າວອື່ນໆ

ads
ads

Top