ເປັນເຈົ້າໂຕເອງ

25/04/2024 10:46
Email Print 252
ຂປລ ຄວາມເປັນເຈົ້າຕົນເອງແມ່ນສໍາຄັນຫລາຍ ບ່ໍວ່າໄລຍະພັດທະນາໃດ ເພາະມັນສະທ້ອນເຖິງຄວາມເຂັ້ມແຂງດ້ວຍກໍາລັງແຮງຂອງຕົນ ເອງ ໂດຍບໍ່ໄດ້ເພິ່ງພາອາໄສແຕ່ຄົນອື່ນ.

    *ຄວາມເປັນເຈົ້າຕົນເອງແມ່ນສໍາຄັນຫລາຍ ບ່ໍວ່າໄລຍະພັດທະນາໃດ ເພາະມັນສະທ້ອນເຖິງຄວາມເຂັ້ມແຂງດ້ວຍກໍາລັງແຮງຂອງຕົນ ເອງ ໂດຍບໍ່ໄດ້ເພິ່ງພາອາໄສແຕ່ຄົ ອື່ນ. ສຸພາສິດລາວສອນວ່າ ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້...ນັ້ນສະທ້ອນຄວາມບໍ່ເປັນເຈົ້າຕົນເອງ, ອາໄສແຕ່ຜູ້ອື່ນ, ບໍ່ມີອັນໃດເປັນຂອງຕົນເອງ ແມ່ນກະທັ້ງອາຫານການກິນ. ດ້ວຍເຫດນັ້ນຄົນລາວເຮົາຈຶ່ງສອນລູກສອນຫລານກໍ່ຄືຮຸ່ນສືບທອດຕະຫລອດມາໃຫ້ດຸໝ່ັນຂະຫຍັນພຽນ ໃນການອອກແຮງງານຊອກຢູ່ຫາກິນ ເຊິ່ງໃນຄວາມເປັນຈິງ ຄົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ ດັ່ງຄໍາສຸພາສິດທີ່ສະທ້ອນຄວາມດຸໝັ່ນຂອງຄົນລາວພວກເຮົາທີ່ວ່າ “ໄປຢຽບໝາ ມາຢຽບຂຽດ”, ນັ້ນກໍ່ຍ້ອນຄວາມເປັນເຈົ້າຕົນເອງ ໃນການພັດທະນາຊີວິດ-ຄອບຄົວ...ມູນເຊື້ອແຫ່ງຄວາມເປັນເຈົ້າຕົນເອງຂອງຄົນລາວພວກເຮົາໄດ້ຮັບການສືບທອດ ແລະ ເສີມຂະຫຍາຍຈາກຮຸ່ນສູ່ຮຸ່ນ.

    ການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ເນື້ອແທ້ກໍ່ແມ່ນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະລະພາບ, ສິດປະຊາທິປະໄຕ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກໍາມືຂອງປະຊາຊົນລາວບັນດາເຜົ່າ, ຈາກນັ້ນກໍ່ຍຶດໝັ້ນການເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນເປັນແນວທາງພັດທະນາອັນເປັນພື້ນຖານຂອງພັກເຮົາ.ເວົ້າເຖິງຄວາມເປັນເຈົ້າຕົນເອງ, ມີຫລາຍຄໍາເຫັນເວົ້າວ່າ ບັນຫາດັ່ງກ່າວ ເບິ່ງໃກ້ໆອ້ອມຄອບຄົວຕົວເຮົາກໍ່ເຫັນ, ຄອບຄົວໃດມີຄວາມເປັນເຈົ້າຕົນເອງສູງໃນການພັດທະນາ ກໍ່ຈະມີຢູ່ມີກິນກ້າວເຖິງຮັ່ງມີດີໄດ້ກໍ່ຫລວງຫລາຍ, ໃນທາງກົງກັນຂ້າມຄອບຄົວໃດຂາດຄວາມເປັນເຈົ້າການໃນການພັດທະນາ ຊີວິດ ຄອບຄົວກໍ່ຢໍ່າເທົ້າຢູ່ບ່ອນເກົ່າ ຫລື ຮ້າຍແຮງກວ່ານັ້ນ ຄັນບໍ່ເປັນເຈົ້າການບອກສອນລູກເຕົ້າຕື່ມ ມີບັນຫາໜັກລົງໄປໃນທາງຫຍໍ້ທໍ້ສັງຄົມ ຍິ່ງຈົມເລິກທຸກຍາກຂາດເຂີນ, ມີຫຍັງກໍ່ຂາຍກິນ ບໍ່ອາດເສີມຂະຫຍາຍໃຫ້ແຕກດອກອອກຜົນຫຍັງໄດ້. ນັ້ນກໍ່ຍ້ອນຂາດຄວາມເປັນເຈົ້າຕົນເອງໃນການພັດທະນາ.

    ໃນບາງ ກໍລະນີ ມີຍາດພີ່ນ້ອງອາໄສຢູ່ຕ່າງປະເທດ ກໍ່ລໍຖ້າແບມືຂໍ, ບໍ່ພັດທະນາ ຫລື ເສີມຂະຫຍາຍຫຍັງໃນບັນດາມູນມັງທີ່ພໍມີ, ຊີວິດແມ່ນຢູ່ເພື່ອກິນເທົ່ານັ້ນ, ສຸດທ້າຍກໍ່ສຸດສ້ວຍລົງໆ, ພຶດຕິກໍາຕົວຈິງສັງຄົມແມ່ນມີ, ເຖິງວ່າເລັກນ້ອຍໆແຕ່ກໍ່ສະທ້ອນເຖິງ ຄວາມບໍ່ເປັນເຈົ້າເອງໃນການພັດທະນາ.ກ່ຽວກັບຄວາມເປັນເຈົ້າຕົນເອງໃນການພັດທະນາ ໂດຍສະເພາະການສ້າງເສດຖະກິດ, ແນວທາງຂອງພັກເວົ້າແຈ້ງ, ສະແດງອອກໃໝ່ໆ ແມ່ນມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ໂດຍອີງໃສ່ຄວາມຈໍາເປັນທີ່ເຫັນວ່າ ໃນໄລຍະສິບກວ່າປີຜ່ານມາ, ພັກເຮົາໄດ້ວາງແນວທາງການພັດທະນາ ທີ່ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງສັງລວມເພື່ອສ້າງບາດກ້າວ ບຸກ ທະລຸໃນການພັດທະນາ, ຮັບປະກັນໃຫ້ການຂະຫຍາຍຂອງເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ.

   ເຖິງຢ່າງໃດກໍ່ດີ ໂດຍຜ່ານພຶດຕິກໍາຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານເສດຖະກິດແຫ່ງຊາດໄປຕາມທິດດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງດ້ານເສດຖະກິດ ເມື່ອສົມທຽບກັບເງື່ອນໄຂ, ຈຸດພິດເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ ຂອງປະເທດເຮົາແມ່ນຍັງບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ, ຍັງເພິ່ງພາ, ເອື່ອຍອີງໃສ່ການກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ, ປະເທດເຮົາຍັງປະເຊີນໜ້າກັບການຂາດດຸນໃນຫລາຍດ້ານ ເຊັ່ນ: ການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ. ນອກນັ້ນສັງຄົມເຮົາຍັງນັບມື້ກາຍເປັນສັງຄົມບໍລິໂພກ, ຄົນມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ, ເຮັດໃຫ້ຄວາມສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມພາຍນອກ ຍັງຈໍາກັດຫລາຍດ້ານ... ໃນສະພາບຄວາມເປັນຈິງດັ່ງກ່າວ, ພວກເຮົາມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນຄວາມຖືກຕ້ອງຂອງແນວທາງ, ແຜນນະໂຍ ບາຍທີ່ໄດ້ວາງອອກ, ພ້ອມນັ້ນກໍ່ ກວດກາ, ຕີລາຄາ ແລະ ປັບປຸງບາງ ນະໂຍບາຍ, ຍົກລະດັບຄວາມສາ ມາດດ້ານການບໍລິຫານຈັດການ, ພັດທະນາເສດຖະກິດຕາມທິດສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ ໃນໄລຍະໃໝ່ອັນຈະເປັນເງື່ອນໄຂພື້ນຖານຮັບປະກັນໃຫ້ແກ່ການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວກໍ່ຄືການພັດທະນາເສຖະກິດຕະຫລາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ ໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນ.

   ມະຕິເລກທີ 04/ກມສພ, ລົງ ວັນທີ 11 ເມສາ 2024 ເປັນແນວຄິດຊີ້ນໍາການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຫລາຍດ້ານ ເຊິ່ງບົດຕໍ່ໄປຈະຍົກໃຫ້ເຫັນແຕ່ລະແນວຄິດຊີ້ນໍາຕື່ມ, ທັງນີ້ກໍ່ເພື່ອຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແນວຄິດຊີ້ນໍາດັ່ງກ່າວໃຫ້ມີຜົນສໍາເລັດຍິ່ງໆຂຶ້ນໄປ. ຄວາມເປັນເຈົ້າຕົນເອງ ແມ່ນສໍາຄັນນັບແຕ່ກະໂຕບຸກຄົນ ແມ່ນບໍ່ບັນດາທ່ານຜູ້ອ່ານໃຈດີໃຈກວ້າງທັງຫລາຍ!? 

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

    • ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານບົດ-ສາລະຄະດີ

      ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

      5/2/2024 10:20:59 AM

      ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

    • ການສະກົດ ແລະ ການໃຊ້ຄຳບົດ-ສາລະຄະດີ

      ການສະກົດ ແລະ ການໃຊ້ຄຳ

      5/2/2024 9:56:04 AM

      ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດຄໍາໃນພາສາລາວ ທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.

    • ແດ່ວັນກຳມະກອນສາກົນ 1 ພຶດສະພາບົດ-ສາລະຄະດີ

      ແດ່ວັນກຳມະກອນສາກົນ 1 ພຶດສະພາ

      5/2/2024 9:48:11 AM

      ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມານະອົດທົນສູງຢ່າງເດັດຂາດ.

    • ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມບົດ-ສາລະຄະດີ

      ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

      5/2/2024 9:44:46 AM

      ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

ads
ads

Top