ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວວຽກງານ ຢູ່ແຂວງສາລະວັນ

27/04/2024 10:39
Email Print 314
ຂປລ ຂປລ. ໃນວັນທີ 26 ເມສາ 2024 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນການພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະ ວັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດາວົວງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງ ແຂວງ ສາລະວັນ ພ້ອມດ້ວຍຄະນະ.


ຂປລ. ໃນວັນທີ 26 ເມສາ 2024 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນການພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະ ວັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດາວົວງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງ ແຂວງ ສາລະວັນ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ໄດ້ລາຍງານໂດຍສັງເຂບວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງ ຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ໄລຍະ 1 ປີ 2023 ແລະ 3 ເດືອນຕົ້ນປີ 2024 ເຊິ່ງໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນໍາຂອງ ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວ ທາງປ້ອງຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ ສາມາດຮັບປະກັນ ຄວາມສະຫງົບຄວາມປອດໄພ ໄດ້ໂດຍພື້ນຖານ, ບັນດາເມືອງ ໄດ້ສືບຕໍ່ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ຈັດຕັ້ງຝຶກອົບຮົມ ກຳລັງ ປກສ ກຸ່ມບ້ານ ແລະ ປກສ ເຄີ່ງອາຊີບ; ຈັງຫວະ ການຂະຫຍາຍຕົວທາງເສດຖະກິດ ຢູ່ໃນລະດັບ 5,9%. ລວມຍອດຜະລິດຕະພັນພາຍໃນ ບັນລຸ 7.732 ຕື້ກີບ ລື່ນ ແຜນ 26,31%. ໃນນີ້ ຂະແໜງກະສິກໍາ ກວມ 57,03% ຂອງ GDP, ຂະແໜງອຸດສາຫະກໍາ ກວມ 19,60% ຂອງ GDP, ຂະແໜງບໍລິການ ແລະ ພາສີຂາເຂົ້າ ກວມ 23,37% ຂອງ GDP. ສຳລັບ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ມາຮອດປັດຈຸບັນ ຄະນະພັກຮາກຖານບ້ານ, ໜ່ວຍພັກຮາກຖານບ້ານ ແລະ ໜ່ວຍພັກຮາກຖານ ສຳນັກງານອ້ອມຂ້າງເມືອງ ໃນ 8 ເມືອງ ໄດ້ເປີດກອງປະຊຸມໃຫຍ່ສໍາເລັດແລ້ວ ທັງໝົດ 572 ໜ່ວຍ ເທົ່າກັບ 64,26%; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ແກ້ໄຂບັນຫາຢາເສບຕິດ ສາມາດ ມ້າງຄະດີຄ້າຂາຍຢາເສບຕິດ ທັງໝົດ 161 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 407 ຄົນ, ຍິງ 26 ຄົນ, ຢຶດຂອງກາງຢາບ້າ ຈໍານວນ 1 ລ້ານກວ່າເມັດ, ເຮໂລອິນ 101 ແທ່ງ, ຢາໄອ 3 ກິໂລ, ໂທລະສັບ 226 ໜ່ວຍ, ລົດຈັກ 66 ຄັນ, ລົດໃຫຍ່ 12 ຄັນ, ເງິນກີບ 4 ຮ້ອຍລ້ານກວ່າກີບ, ເງິນບາດ 31 ພັນບາດ, ເງິນຢວນ 150.000 ຢວນ, ວັດຖຸຄ້າຍຄືຄໍາໜັກປະມານ 5 ບາດກວ່າ, ໄດ້ສຶກສາອົບຮົມຜູ້ຖືກເຄາະຮ້າຍ 3.655 ຄົນ ແລະ ອື່ນໆ ເຮັດໃຫ້ຂະບວນການຄ້າຂາຍຢາເສບຕິດ ຄ່ອຍຫຼຸດນ້ອຍຖອຍລົງ; ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງໄດ້ເອົາໃຈໃສ່ ເປັນເຈົ້າ ການເຄື່ອນໄຫວປະຕິບັດໜ້າທີ່ໃນການຕິດຕາມ, ກວດກາຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນການຈັດຕັ້ງ ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະ ບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ-ກໍ່ສ້າງພາຍໃນພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຜ່ານການ ກວດກາພົບເຫັນ ສະມາຊິກພັກລະເມີດກົດລະບຽບຂອງພັກ, ກົດໝາຍ ຂອງລັດ ຖືກປະຕິບັດວິໄນ ທັງໝົດ 4 ສະຫາຍ, ໃນນັ້ນລືບຊື່ອອກຈາກການເປັນສະມາຊິກພັກ 3 ສະຫາຍ, ໂຈະການຮ່ວມຊີວິດພັກ ຊົ່ວຄາວ 1 ສະຫາຍ, ໄດ້ສໍາເລັດການດໍາເນີນກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາ 17 ໂຄງການ; ສໍາເລັດການດໍາເນີນ ກວດກາການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານ 1 ເມືອງ; ກວດສອບໂຄງການກໍ່ສ້າງອ່າງເກັບນໍ້າວັງແຄນ ເມືອງ ລະຄອນເພັງ; ກວດສອບເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາແຂວງ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຕິດຕາມ, ຊຸກຍູ້ການປະຕິບັດຜົນການກວດກາ 06 ເປົ້າໝາຍ, ມູນຄ່າເສຍ ຫາຍ 15,93 ຕື້ກີບ, ສາມາດເກັບກູ້ຄືນໃຫ້ລັດ 4,85 ຕື້ກີບ ແລະ ຍັງຄ້າງ 11,08 ຕື້ກີບ.



ຈາກນັ້ນ, ທ່ານ ຄຳພັນ ພົມມະທັດ ກໍໄດ້ຄຳເຫັນຊີ້ນຳ ເປັນຕົ້ນ ແມ່ນສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ ຍືນຍົງ, ສຸມໃສ່ພັດທະນາການທ່ອງທ່ຽວດ້ານທຳມະທາດ, ວັດທະນາທຳ ຫລື ສ້າງແຫລ່ງທ່ອງທ່ຽວແບບຈຳລອງ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ, ຈັດສັນ ແລະ ຝຶກສີມືແຮງງານໃຫ້ການເປັນແຮງງານທີ່ມີຄຸນນະພາບ ເພື່ອຕອບສະໜອງແຮງງານໃຫ້ພຽງພໍໃນແຕ່ລະດ້ານ, ອຳນວຍຄວາມສະດວກ ແລະ ສົ່ງເສີມນັກລົງທຶນທີ່ເຂົ້າມາ ລົງທຶນຕາມຄວາມເປັນຈິງ ແລະ ເບິ່ງທ່າແຮງຂອງແຂວງ ເພື່ອພັດທະນາດ້ານຕ່າງໆ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກຸ້ມ ຕົນເອງໃນທຸກດ້ານ; ສ່ວນວຽກງານພັກ-ພະນັກງານເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ລົງເລິກກວດ ເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມເສຍສະລະ, ຜູ້ທີມີຄວາມ ກ້າຫານກ້າເຮັດກ້າຮັບຜິດຊອບ, ບໍ່ຫວັງຜົນປະໂຫຍດສ່ວນຕົວ, ພ້ອມກັນນັ້ນ ກໍໃຫ້ເບິ່ງຜົນງານການເຄື່ອນໄຫວ ຜ່ານມາມີຜົນສໍາເລັດຄືແນວໃດ. ວຽກງານກວດກາໃນປັດຈຸບັນ ເປັນວຽກທີ່ມີຄວາມສຳຄັນ ເປັນຄວາມຫວັງຂອງ ການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການຕີຖອຍປະກົດການຕ່າງໆໃນສັງຄົມ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງ ເປັນປັດໃຈໃນການຟື້ນຟູຍົກລະດັບບົດບາດ ເພື່ອຕີຖອຍປະກົດການສວຍໃຊ້ໜ້າທີ່ຕຳແໜ່ງໃນການຫາຜົນປະໂຫຍດ ສ່ວນຕົວ, ເປັນວຽກແຖວໜ້າ ເພາະການກົດໜ່ວງຖ່ວງດຶງສາມາດເກີດຂຶ້ນຢູ່ທຸກລະດັບການຈັດຕັ້ງ.ສຳລັບວຽກງານ ກວດກາແມ່ນໃຫ້ຄະນະພັກ, ຄະນະນຳຂອງແຂວງຍົກລະດັບໃຫ້ກາຍເປັນວຽກແຖວໜ້າ ຊີ້ນຳຢ່າງເປັນລະບົບປົກກະຕິ ໃຫ້ໃຊ້ໜ້າທີ່ກວດກາຢ່າງເຕັມສ່ວນ, ເອົາໃຈໃສ່ຊີ້ນຳ ແລະ ຊ່ວຍຊຸກຍູ້ໃຫ້ວຽກງານກວດກາຂອງພັກ-ລັດ ໃຫ້ມີການ ຫັນປ່ຽນຢ່າງຕັ້ງໜ້າ, ອຳນວຍຄວາມສະດວງດ້ານຕ່າງໆໃຫ້ຄະນະກວດກາແຕ່ລະຂັ້ນ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ.
ຕອນບ່າຍຂອງວັນດຽວກັນ, ທ່ານ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະຕິດຕາມ ຍັງໄດ້ລົງຢ້ຽມຢາມກິດຈະການລ້ຽງປາເປັນສິນຄ້າ ຂອງຄອບຄົວຕົວແບບ ຢູ່ບ້ານໜອງຕາໃກ້ ເມືອງເລົ່າງາມ ຕື່ມອີກ.
ຂ່າວ: ຕູ່ນາ ເລົ່າຖາວອນ
KPL

ຂ່າວອື່ນໆ

ads
ads

Top