ຂປລ
ອິນເດຍ ໄດ້ຈັດກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (Sherpa) ຄັ້ງທຳອິດ ໃນບົດບາດ ເປັນປະທານກຸ່ມ ບັນດາ ພື້ນຖານ ເສດຖະກິດ ພັດທະນາ ແລະ ຫາກໍ່ ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (G20).
ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ເມື່ອບໍ່ດົນມານີ້, ອິນເດຍ ໄດ້ຈັດກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ (Sherpa) ຄັ້ງທຳອິດ ໃນບົດບາດ ເປັນປະທານກຸ່ມ ບັນດາ ພື້ນຖານ ເສດຖະກິດ ພັດທະນາ ແລະ ຫາກໍ່ ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (G20).ຈາກນັ້ນ ບັນດາ ຜູ້ແທນ ໄດ້ປຶກສາຫາລື ກ່ຽວກັບ ບາງບັນຫາ ສຳຄັນ, ລວມມີ ການຫັນເປັນ ເຕັກໂນໂລຊີ, ພັດທະນາ ສີຂຽວ ແລະ ໂຄງການ Mission LiFE ຂອງ ອິນເດຍ (ແບບແຜນ ການດຳລົງຊີວິດ ເພື່ອສິ່ງແວດລ້ອມ), ເນັ້ນໜັກເຖິງ ການພັດທະນາ ໂດຍແມ່ຍິງ ນຳພາ, ຍູ້ແຮງ ການປະຕິບັດ ບັນດາ ເປົ້າໝາຍ ພັດທະນາ ແບບຍືນຍົງ (SDGs) ແລະ ສ້າງເງື່ອນໄຂ ໃຫ້ແກ່ ການເຕີບໂຕ ຢ່າງຮອບດ້ານ. ບັນດາ ກອງປະຊຸມ Sherpa ເພື່ອແນໃສ່ ສ້າງຄວາມເຫັນດີ ເຫັນພ້ອມ ກ່ຽວກັບ ບັນດາ ບັນຫາຫລັກ ໃນຖະແຫລງການ ຂອງບັນດາ ການນຳ, ຄາດວ່າ ຈະໄດ້ຍົກອອກ ຢູ່ກອງປະຊຸມ ສຸດຍອດ G20 ຢູ່ ນະຄອນຫລວງ ນີວແດນລີ ປີ 2023. ອິນເດຍ ໄດ້ຮັບດຳລົງ ຕຳແໜ່ງ ປະທານ G20 ຢ່າງເປັນທາງການ ຈາກອິນໂດເນເຊຍ ນັບແຕ່ວັນທີ 1 ທັນວາ ທີ່ຜ່ານມາ. ໃນອາຍຸການ ເປັນປະທານ, ອິນເດຍ ມີແຜນການຈັດຕັ້ງ ກອງປະຊຸມ ຫລາຍກ່ວາ 200 ຄັ້ງ ໃນ 32 ຂົງເຂດ ທີ່ແຕກຕ່າງກັນ ຢູ່ຫລາຍກ່ວາ 50 ນະຄອນ ຂອງອິນເດຍ. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL