ສວສສຊ ປາຖະກະຖາວັນຊາດທີ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ

24/11/2022 13:41
Email Print 705
ຂປລ ຂປລ. ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈັດປາຖະກະ ຖາວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໃນວັນທີ 23 ພະຈິກ ໂດຍມີ ທ່ານ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.

ຂປລ. ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈັດປາຖະກະ ຖາວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໃນວັນທີ 23 ພະຈິກ ໂດຍມີ ທ່ານ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.

    ​ໂອກາດ​ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ພະນັກງານບຳນານ, ອະດີດຮອງນາຍົກລັດຖະມົນຕີ ໄດ້ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ ໂດຍໄດ້ຍົກໃຫ້ເຫັນມີມູນເຊື້ອ ທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອ ອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳ ພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງ ຂອງພວກຈັກກະພັດ ລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກ ການຕໍ່ສູ້ເສຍສະລະອັນໃຫຍ່ຫລວງ ຂອງປະຊາຊົນລາວ ບັນດາເຜົ່າ, ລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດ ແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະ ລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.

ໂອກາດ​ດຽວ​ກັນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ວ່າ: ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດ ຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

 ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກ ແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ປະທານເປັນນັກການເມືອງ ທີ່ສະຫລາດສ່ອງໃສ ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດ ທີ່ຍິ່ງໃຫຍ່ຂອງຊາດລາວພວກເຮົາ ເປັນນັກໂຄສະນາ-ປາຖະ ກະຖາທີ່ຊຳນານ, ເພິ່ນເປັນຜູ້ກໍາແໜ້ນ ຫລັກມູນພື້ນຖານ ຂອງສັດຈະວິພາກ ມາກ-ເລນິນ, ກໍາສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ. ປະທານໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ໄດ້ຊີ້ນໍາ-ນໍາພາຢ່າງໃກ້ຊິດ ໃນແຕ່ລະຂົງເຂດວຽກງານ ຢ່າງຮອບດ້ານຄື ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ, ວຽກງານແນວໂຮມ, ອົງການຈັດຕັ້ງມະຫາຊົນ ວຽກງານຕ່າງປະເທດ ແລະ ອື່ນໆ.

ພ້ອມ​ນີ້, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງ ອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ, ພວກເຮົາຈົ່ງຮໍ່າຮຽນ ເອົາແບບແຜນ ການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືເປັນໄມ້ຫລາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີ ຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງ ມູນເຊື້ອອັນຈົບງາມ ຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.

ຂ່າວ-ພາບ: ສຳນານ

KPL

ຂ່າວອື່ນໆ

ads
ads

Top