ລາວ-ຣັດເຊຍ ປຶກສາຫາລືການເປີດຖ້ຽວບິນ ສົ່ງເສີມການທ່ອງທ່ຽວ

27/10/2022 16:06
Email Print 911
ຂປລ ຂປລ. ວັນທີ 27 ຕຸລາ 2022 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ອາເລັກຊານດຣ ຣາດກົບ ຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບ ການເປີດຖ້ຽວບິນໂດຍກົງ ລະຫວ່າງ ວະລາດີໂວສະຕົກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ.

ຂປລ. ວັນທີ 27 ຕຸລາ 2022 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ອາເລັກຊານດຣ ຣາດກົບ ຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບ ການເປີດຖ້ຽວບິນໂດຍກົງ ລະຫວ່າງ ວະລາດີໂວສະຕົກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ.

 ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ  ໄດ້ແດງຄວາມຕ້ອນຮັບ ຕໍ່ການມາຢ້ຽມພົບປະໃນຄັ້ງນີ້ ຂອງທ່ານ ອາເລັກຊານດຣ ຣາດກົບ ຜູ້ອໍານວຍການສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ  ພ້ອມຄະນະ, ຊຶ່ງເປັນການປະກອບສ່ວນສຳຄັນ ​ເຂົ້າ​ໃນ​ການເສີມສ້າງ ​ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ຣັດເຊຍ ໂດຍສະເພາະ ການຮ່ວມມືຂົງເຂດການ ທ່ອງທ່ຽວ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

​ໃນໂອກາດດຽວ​ກັນ, ທ່ານ ອາເລັກຊານດຣ ຣາດກົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງ ທ່ານຮອງລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບ ​ແລະ ປຶກສາ​ຫາລືກ່ຽວກັບ ການເປີດຖ້ຽວບິນໂດຍກົງ ລະຫວ່າງ ວະລາດີໂວສະຕົກ ແລະ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການ ທ່ອງທ່ຽວ ​ ຂອງສອງປະເທດ ລາວ-ຣັດເຊຍ ຊຶ່ງທ່ານເຊື່ອໜັ້ນວ່າ ເຫດການນີ້ຈະສ້າງກໍາລັງແຮງເພີ່ມຕື່ມ ໃຫ້ແກ່ການຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ ຈະເປັນການປະກອບສ່ວນຊຸກຍູ້ ແລະ ຂະຫຍາຍການພົວພັນດ້ານມະນຸດສະທໍາ, ພັດທະນາແລກປ່ຽນ ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ມີມາແຕ່ດົນນານ ໄດ້ມີການເຊື່ອມໂຍງ ຢ່າງແໜ້ນແຟ້ນ ໃນຫລາຍຂົງເຂດການຮ່ວມມືສອງຝ່າຍ ເພື່ອສືບຕໍ່ຮ່ວມມື ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວຂື້ນໄປເລື້ອຍໆ.

ພ້ອມ​ນີ້, ທ່ານ ອາເລັກຊານດຣ ຣາດກົບ ຍັງ​ໃຫ້​ຮູ້​ວ່າ: ນັກທ່ອງທ່ຽວຣັດເຊຍ ສ່ວນຫລາຍແມ່ນ ມີຄວາມຍິນດີ ໃນການເດີນທາງມາພັກຜ່ອນ ຢູ່ບັນດາປະເທດອາຊີຕາເວັນອອກສ່ຽງ ໃຕ້ເຊັ່ນ: ສສ ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ປະ​ເທດອື່ນໆ, ແຕ່ຍ້ອນການຂາດຖ້ຽວບິນໂດຍກົງ ຈຶ່ງເປັນອຸປະສັກ ແກ່ນັກທ່ອງທ່ຽວຣັດເຊຍ ທີ່ຈະມາຢ້ຽມຢາມ ສປປ ລາວ. ປັດຈຸບັນ ແມ່ນເປັນສິ່ງທີ່ສໍາຄັນຫລາຍໃຫ້ແກ່ຊຸດ(Package) ຂໍ້ສະເໜີໃຫ້ທັນທັນເວລາ ກ່ຽວກັບການພັກຜ່ອນຂອງພົນລະເມືອງ ຣັດເຊຍ ຢູ່ ສປປ ລາວ ທີ່ສາມາດນໍາເອົາໄປສະເໜີຕໍ່ ຕະຫລາດທ່ອງທ່ຽວຣັດເຊຍ ໄດ້.

ຂ່າວ-ພາບ: ສຸກສະຫວັດ

KPL

ຂ່າວອື່ນໆ

ads
ads

Top