ຂປລ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .
ຂປລ. ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂອງນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V, ບັນດາປະທານ- ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕ້ັງພັກ-ລັດ, ແນວລາວສ້າງຊາດ ເຂົ້າຮ່ວມ. ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນເພາະຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງນະຄອນຫລວງວຽງຈັນ ເປັນຕົ້ນພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫລວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫລວງວຽງຈັນ; ຮັບຟັງລາຍງານການຈັດຕ້ັງປະຕິບັດວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການຢູ່ນະຄອນຫລວງວຽງຈັນ; ພິຈາລະນາ, ຮັບຮອງເອົາໂຄງການສຳຫລວດອອກແບບວາງແຜນຜັງເທສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ; ຮັບຟັງການລາຍງານຊີ້ແຈງບັນຫາສໍາຄັນຕ່າງໆຂອງນະຄອນຫລວງວຽງຈັນ ຈໍານວນ 3 ບັນຫາ ຄື: ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດ ການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນະຄອນຫລວງວຽງຈັນ; ຊີ້ແຈງກ່ຽວກັບການຈັດຕ້ັງປະຕິບັດຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາຂອງພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍ້ໍທ້ໍຂົງເຂດຊັບພະຍາກອນທໍາມະຊາດ; ລາຍງານກ່ຽວກັບສະພາບການສຶກສາຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນໃນຊ້ັນປະຖົມ, ຊັ້ນມັດທະຍົມ ແລະ ບັນຫາການຂາດຄູສອນ ໂດຍສະເພາະຢູ່ເຂດຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ. ພ້ອມນີ້, ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງນິຕິກຳຂອງນະຄອນຫລວງວຽງຈັນ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈ້ົາຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາພັດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາຢູ່ນະຄອນຫລວງວຽງຈັນ; ຮ່າງຂ້ໍຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທ່ີຈອດລົດໃນຕົວເມືອງນະຄອນຫລວງວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫລືອສຸກເສີນ; ພິຈາ ລະນາ, ຮັບຮອງເອົາການສະເໜີ ປັບປຸງນິຕິກໍາ ຈໍານວນ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການປະເມີນລາຄາ ທີ່ດິນທົ່ວນະຄອນຫລວງວຽງຈັນ (ສະບັບປັບປຸງ) ແລະ ຂ້ໍຕົກລົງວ່າດ້ວຍການຈັດສັນຄວາມບ່ໍເປັນລະ ບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫລວງວຽງຈັນ (ສະບັບປັບປຸງ); ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງ ສະພາປະຊາຊົນນະຄອນຫລວງວຽງຈັນ, ອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດ ນະຄອນຫລວງວຽງຈັນ, ອົງການ ໄອຍະການປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ) ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ).
ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະຈໍາປີ 2026 ແລະ ທິດທາງແຜນການປະຈໍາ ປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈໍານະຄອນຫລວງວຽງຈັນ; ຮັບຟັງການປະກອບຄຳເຫັນຂອງອົງການແນວ ລາວສ້າງຊາດກ່ຽວກັບການປະຕິບັດໜ້າທີ່ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊ້ີແຈງຂອງຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ.
KPL