ສະເໜ່ຂອງຂຸນນ້ຳກອງແລງ

20/10/2022 10:41
Email Print 6130
ຂປລ * ແຂວງຄຳມ່ວນ ປະຕູ່ສູ່ພາກໃຕ້ຂອງ ສປປ ລາວ ເຊິ່ງມັນບໍ່ພຽງຂຶ້ນຊື່ລືນາມ ດິນແດນປະຫວັດສາດ ວິລະຊົນກັບຕົ້ນກໍາເນີດ “ລໍາພະຫຍາມະຫາໄຊ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ນະມັດສະການ ພະທາດສີໂຄດຕະບອງ ເປັນເຈົ້າຂອງ ເຂົ້າໜົມປ່ານ ປະສານປວງປະຊາ ເລັ່ງພັດທະນາ ຊ່ວຍໃຫ້ປະຊາມີສຸກ”

 

*ແຂວງຄຳມ່ວນ ປະຕູ່ສູ່ພາກໃຕ້ຂອງ ສປປ ລາວເຊິ່ງມັນບໍ່ພຽງຂຶ້ນຊື່ລືນາມ ດິນແດນປະຫວັດສາດ ວິລະຊົນກັບຕົ້ນກໍາເນີດລໍາພະຫຍາມະຫາໄຊ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ນະມັດສະການ ພະທາດສີໂຄດຕະບອງເປັນເຈົ້າຂອງ ເຂົ້າໜົມປ່ານ ປະສານປວງປະຊາ ເລັ່ງພັດທະນາ ຊ່ວຍໃຫ້ປະຊາມີສຸກ”  ພ້ອມຍັງມີແຫລ່ງທ່ອງທ່ຽວ ທໍາມະຊາດເຊັ່ນ: ຖໍ້າກອງລໍ, ຖໍ້ານາງແອນ, ບ້ານບັງບົດ, ຫີນລໍາໜໍ່, ນໍ້າມໍລະກົດ ແລະ ອື່ນໆ ຍັງໄດ້ສ້າງຊື່ສຽງ ແລະສາມາດດຶງດູດ ນັກ ທ່ອງທ່ຽວ ໂດ່ງດັງຂ້າມນໍ້າ ຂ້າມທະເລ ໄປຮອດອາຊຽນ, ຂົງພາກພື້ນ ແລະສາກົນອີກດ້ວຍ.

ດັ່ງທີ່ຮູ້ແຂວງຄໍາມ່ວນ ຕັ້ງຢູ່ພາກກາງຂອງລາວ, ຫ່າງຈາກນະຄອນຫລວງວຽງຈັນໄປທາງໃຕ້ປະມານ 350 ກິໂລແມັດ, ມີຊາຍແດນຕິດ ກັບປະເທດຫວຽດນາມ ຢູ່ທິດຕາເວັນອອກແລະ ທາງທິດຕາເວັນຕົກ ຕິດກັບໄທເຊິ່ງແຂວງດັ່ງ ກ່າວມີສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງ ແລະເປັນທີ່ຮູ້ຈັກກັນດີ ໃນກຸ່ມນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດບໍ່ວ່າຈະເປັນສະຖານທ່ີທ່ອງ ທ່ຽວທາງທຳມະຊາດ ແລະ ປະຫວັດສາດ ທີ່ໜ້າຄົ້ນຫາເຊັ່ນ:ພະທາດສີໂຄດຕະບອງ, ຖ້ຳ ກອງລໍ, ຖ້ຳພະ-ໜອງປາຝາ, ຖ້ຳນາງແອ່ນ, ທ່າຝຣັ່ງ.ສະຖານທີ່ທ່ອງທ່ຽວເຫລົ່ານັ້ນ ໄດ້ກາຍເປັນທ່າແຮງບົ່ມຊ້ອນ ໃນການພັດທະນາ ເສດຖະກິດຂອງແຂວງ.ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວພາຍໃນ ແຂວງນີ້ເຊື່ອວ່າ ຍັງມີອີກໜຶ່ງສະຖານ ທີ່ທ່ອງທ່ຽວທາງທຳມະຊາດ ທີ່ສວຍສົດງົດງາມ ທີ່ສາມາດສະກົດສາຍຕາ ຂອງຜູ້ໄປຢ້ຽມຊົມພ້ອມທັງຕຳນານ ທີ່ໜ້າຄົ້ນຫາ ໂດຍສະເພາະຂຸນນ້ຳກອງແລງ ກັບນໍ້າມໍລະກົດ ທີ່ຢູ່ຄຽງຄູ່ກັນມາ ແຕ່ດົນນານນອກນັ້ນໃນປີໜຶ່ງ ນ້ຳຈະປ່ຽນ ເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສນັ້ນຄື ຂຸນນ້ຳກອງແລງ ເປັນບ່ອນກຳເນີດ ຂອງນ້ຳກອງແລງ ຕັ້ງຢູ່ເຂດບ້ານນາຄືເມືອງຫີນບູນ ຫ່າງຈາກຕົວເມືອງ ປະມານ 19 ກິໂລແມັດ ແລະ ເປັນສາຂາ ຂອງນ້ຳຄອນແກ້ວ, ເປັນ ວັງນ້ຳ ທີ່ມີສີຟ້າສົດໃສ, ມີລັກສະນະໜ່ວຍມົນ ກວ້າງປະມານ 1.960-1970 ແມັດ , ເລິກປະມານ 25 ແມັດ, ຢູ່ພື້ນນ້ຳມີແປວນ້ຳຍາວ 22 ແມັດ(ສະເພາະບ່ອນ ທີ່ສາມາດເຂົ້າໄດ້) , ອ້ອມຮອບດ້ວຍ ຕົ້ນຂະມ້າທີ່ຂຽວສົດງົດງາມ ທ່າ ກາງວັງນ້ຳສີຂຽວມໍລະກົດອັນສ້າງຄວາມຕື່ນຕາຕື່ນໃຈ ໃຫ້ນັກທ່ອງທ່ຽວທີ່ໄດ້ພົບເຫັນ.

ຂຸນກອງແລງຕາມຕຳນານເລົ່າຂານກັນວ່າ: ແຕ່ກ່ອນເມື່ອຮອດທຸກໆວັນສິນ ຕອນແລງມາຈະໄດ້ຍິນສຽງເນ່ືອງນັນຕຶ່ງຕັ່ງ ຄ້າຍຄືສຽງກອງແລງ ທີ່ຄູບາຕີໃນວັດຍາມແລງຕາມຄວາມເຊ່ືອມ ຂອງຄົນທ້ອງຖິ່ນນີ້ ວ່າແມ່ນຜີບັງບົດ ເປັນ ຜູ້ຕີ. ນອກນັ້ນຂຸນນ້ຳແຫ່ງນີ້ ເພິ່ນຫ້າມຫາປາ ແລະ ລົງຫລິ້ນນ້ຳເພາະມີເລື່ອງລາວເລົ່າຕໍ່ໆກັນມາວ່າ: ເມື່ອກ່ອນຫລາຍຮ້ອຍປີມາແລ້ວ, ຢູ່ວັດບ້ານນາ ມີພະອາຈານອົງໜຶ່ງ ຊ່ືີຍາຄູປາກບ້ຽວ ແລະ ຈົວນ້ອຍອົງໜຶ່ງທັງສອງໄດ້ລົງ ອາບ ນ້ຳໃນຂຸນນ້ຳກອງແລງແຫ່ງນີ້ແລ້ວຍາຄູກໍ່ຂຶ້ນມາ ນັ່ງງອຍງ່າໄມ້ເພື່ອສູບຢາຢູ່, ພໍດີກອກຢາຫລຸດມືລົງນ້ຳຍາຄູຈ່ຶງລົງໄປຊອກຫາ ໃນຂະນະທີ່ຈົວນ້ອຍຖ້າຢູ່ເທິງເມື່ອຍາຄູ ລົງໄປຮອດພື້ນນ້ ຳຢູ່ຈຸດໃຈກາງ ຂອງຂຸນນ້ຳກອງແລງກໍພົບກັບທໍ່ ແກ້ວໃຫຍ່ອັນໜຶ່ງ ເປັນສີຂຽວມໍລະກົດໃສງາມ ແລະ ຍັງມີນ້ຳຢູ່ໃນ, ມີຄວາມໃຫຍ່ເທົ່າກັບ ກອງເພນ-ກອງແລງ ທີ່ຄູບາໃຊ້ຕີຢູ່ວັດ ຈຶ່ງເປັນທີ່ມາຂອງຊື່ຂຸນ ນ້ຳກອງແລງ ຈົນຮອດທຸກມື້ນີ້

 ໂດຍ:ແສງສະຫວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top