ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຈີນຄັ້ງທີ 20 ຈະໄຂຂຶ້ນໃນວັນນີ້

16/10/2022 10:51
Email Print 470
ຂປລ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ຄັ້ງທີ 20 ທີ່ຈະໄຂຂຶ້ນ ໃນລະຫວ່າງ ວັນທີ 16-22 ຕຸລານີ້ ​ເພື່ອວາງແຜນ ດ້ານມະຫາພາກ ໃຫ້ກັບ ຍຸດທະສາດ ການສ້າງປະເທດ ສັງຄົມ ນິຍົມທີ່ ທັນສະໄໝ ຢ່າງຮອບດ້ານ ໂດຍແບ່ງເປັນ “2 ບາດກ້າວ” ແລະ ຈະກໍານົດ ເປົ້າໝາຍ ຍຸດທະສາດ ແລະ ມາດຕະການ ທີ່ສໍາຄັນໃນ 5 ປີຕໍ່ໜ້າ.

ຂປລ.ຕາມ​ຂ່າວ​ຈາກ CRI, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ຄັ້ງທີ 20 ຈະໄຂຂຶ້ນ ໃນລະຫວ່າງ ວັນທີ 16-22 ຕຸລານີ້ ​ເພື່ອວາງແຜນ ວຽກ​ງານ ດ້ານມະຫາພາກ ໃຫ້ກັບ ຍຸດທະສາດ ການສ້າງປະເທດ ສັງຄົມ ນິຍົມທີ່ ທັນສະໄໝ ຢ່າງຮອບດ້ານ ໂດຍແບ່ງເປັນ “2 ບາດກ້າວແລະ ຈະກໍານົດ ເປົ້າໝາຍ ຍຸດທະສາດ ແລະ ມາດຕະການ ທີ່ສໍາຄັນໃນ 5 ປີຕໍ່ໜ້າ. ທ່ານ ຊຸນເຢ້ຫລີ, ໂຄສົກ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຂອງພັກກອມມູນິດຈີນ ໄດ້ກ່າວວ່າ: ນັບມາຮອດປີ 2020, ປະຊາຊົນ ທີ່ມີລາຍໄດ້ ລະດັບ ປານກາງ ຂອງຈີນ ຫລາຍກວ່າ 400 ລ້ານຄົນ, ກາຍເປັນກຸ່ມຄົນ ທີ່ມີລາຍໄດ້ ລະດັບ ປານກາງ ທີ່ມີຂະໜາດໃຫຍ່ ກວ່າໝູ່ ແລະ ມີລັກສະນະ ເຕີບໂຕ ຫລາຍກວ່າໝູ່ ໃນທົ່ວໂລກ; ຂະນະທີ່ ຕົວເລກ ດັດຊະນີ ອັງແກນ ຂອງ ປະຊາຊົນ ຕົວເມືອງ ແລະ ຊົນນະບົດ ຕ່າງກໍໄດ້ຫລຸດລົງ ຮອດລະດັບ 29.2% ແລະ 32.7%, ຊີວິດການເປັນຢູ່ ຂອງປະຊາຊົນ ມີຄຸນນະພາບ ດີຂຶ້ນ ຢ່າງເດັ່ນຊັດ. ພ້ອມດຽວກັນນີ້, ມາຮອດທ້າຍປີ 2020, ປະຊາຊົນ ທີ່ທຸກຍາກ ຢູ່ຊົນນະບົດມີ ທັງໝົດ 98.99 ລ້ານຄົນ ໄດ້ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ເປັນທີ່ຮຽບຮ້ອຍ ເຊິ່ງເປັນປະຕິຫານ ໃນປະຫວັດສາດ ການແກ້ໄຂ ຄວາມທຸກຍາກ ຂອງມວນມະນຸດ. ເມື່ອເບິ່ງ ຈາກລວມຍອດ ເສດຖະກິດ ແລະ ຕົວຊີວັດ ອື່ນໆແລ້ວ, ມາຮອດປີ 2020, ຍອດມູນຄ່າ ຍອດຜະລິດຕະພັນ ພາຍໃນປະເທດ (GDP) ຂອງຈີນ ໄດ້ບັນລຸ 101.600 ຕື້ຢວນ ຄອງອັນດັບທີສອງຂອງໂລກ ຢ່າງໝັ້ນທ່ຽງ. ຂະນະ​ທີ່ ສັງຄົມ ອີ່ມໜໍາສໍາລານ ທີ່ຈີນສໍາເລັດ ການກໍສ້າງນັ້ນ ໄດ້ເກີນຄາດໝາຍ ຫລາຍສົມຄວນ ເມື່ອທຽບໃສ່ ການຄາດນະເນ ໃນໄລຍະຕົ້ນ ແຫ່ງການດໍາເນີນ ການປະຕິຮູບແລະ ເປີດປະຕູ ສູ່ພາຍນອກ,ໂດຍໄດ້ປະສົບ ຜົນສໍາເລັດ ຢ່າງຈົບງາມ ແລະ ສາມາດ ຜ່ານການ ທົດສອບໄດ້./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top