ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ລົງຊຸກຍູ້ຫລາຍໂຄງການ ຢູ່ເຊກອງ

10/09/2024 18:02
Email Print 690
ຂປລ ຂປລ. ໃນວັນທີ 7 ກັນຍາ 2024 ຜ່ານ​ມາ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ລາວ-ຫວຽດ​ນາມ ແລະ ທ່ານ ຫງວຽນ ຈີ້ ຢຸ້ງ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມ ມືຫວຽດ​ນາມ-ລາວ ພ້ອມດ້ວຍຄະຜູ້ແທນ ຈາກຝ່າຍລາວ ແລະ ຫວຽດນາມ ໄດ້ລົງຊຸກຍູ້ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງການຜະລິດຖ່ານຫີນ ເພື່ອຂາຍ ແລະ ໂຄງການໂຮງໄຟຟ້າພະ ລັງງານຄວາມຮ້ອນຖ່ານຫີນ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ຢູ່ທີ່ເມືອງກະລຶມ, ແຂວງເຊກອງ.



ຂປລ. ໃນວັນທີ 7 ກັນຍາ 2024 ຜ່ານ​ມາ
, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ລາວ-ຫວຽດ​ນາມ ແລະ ທ່ານ ຫງວຽນ ຈີ້ ຢຸ້ງ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມ ມືຫວຽດ​ນາມ-ລາວ ພ້ອມດ້ວຍຄະຜູ້ແທນ ຈາກຝ່າຍລາວ ແລະ ຫວຽດນາມ ໄດ້ລົງຊຸກຍູ້ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງການຜະລິດຖ່ານຫີນ ເພື່ອຂາຍ ແລະ ໂຄງການໂຮງໄຟຟ້າພະ ລັງງານຄວາມຮ້ອນຖ່ານຫີນ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ຢູ່ທີ່ເມືອງກະລຶມ, ແຂວງເຊກອງ.

ໂຄງການຜະລິດຖ່ານຫີນເພື່ອຂາຍ ມີເນື້ອທີ່ທັງໝົດ (ປີ 2024) 562.32 ກິໂລແມັດ, ແບ່ງອອກເປັນເນື້ອທີ່ຂຸດຄົ້ນ 135.37 ກິໂລແມັດ, ເນື້ອທີ່ສຶກສາບົດວິພາກເສດຖະກິດ 110.51 ກິໂລແມັດ, ເນື້ອທີ່ສົ່ງຄືນ 140 ກິໂລແມັດ, ເນື້ອທີ່ຊອກຄົ້ນສໍາຫລວດ 196.44 ກິໂລແມັດ, ພາຍຫລັງສົ່ງຄືນ ໃຫ້ລັດຖະບານ ບາງສ່ວນແລ້ວ, ໃນປີ 2025 ຈະເຫລືອເນື້ອທີ່ທັງໝົດ 442.32 ກິໂລແມັດ. ປັດຈຸບັນ, ການຊອກຄົ້ນ-ສຳຫລວດແຮ່ຖ່ານຫີນ ໄດ້ສຳເລັດໄປແລ້ວ 20,280 ເຮັກຕາ ເທົ່າກັບ 46% ຂອງເນື້ອທີ່ພື້ນທີ່ສຳປະທານທັງໝົດ ແລະ ມີແຜນສືບຕໍ່ການ ຊອກຄົ້ນ-ສຳຫລວດ ໃຫ້ສຳເລັດທັງໝົດໃນອາ ນາຄົດ ເພື່ອຊອກຫາແຫລ່ງສະສົມ ຖ່ານຫີນແຫ່ງໃໝ່ເພີ່ມຕື່ມ.

ສຳລັບ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ຕັ້ງຢູ່ແຄມນໍ້າເຊກອງ ໃກ້ກັບເມືອງກະລຶມເກົ່າ ແຂວງເຊກອງ,​ ໂຄງການປະກອບດ້ວຍອົງປະກອບຫລັກ 3 ສ່ວນຄື: ໂຮງງານໄຟຟ້າຖ່ານຫີນ ແບບ Supercritical, ບໍ່ຖ່ານຫີນ Anthracite ແບບເປີດ, ກົນຈັກ ແລະ ສິ່ງອໍານວຍ ຄວາມສະດວກຕ່າງໆ ແລະ ບໍ່ຫີນປູນ, ສາຍສົ່ງໄຟຟ້າແຮງສູງແບບວົງຈອນຄູ່ ຂະໜາດ 500 kv ໄລຍະທາງ 254 km ເຊື່ອມຕໍ່ໂຮງງານໄຟຟ້າ ກັບຊາຍແດນ ລາວ-ກຳປູເຈຍ ຢູ່ສະຖານີໄຟຟ້າບ້ານຫາດ, ແຂວງຈຳປາສັກ.

ນອກນັ້ນ, ທັງສອງຄະນະ ກໍໄດ້ໄປຢ້ຽມຊົມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ບົກຊິດ ແລະ ກໍ່ສ້າງໂຮງງານອາລູມີນຽມ ຂອງບໍລິສັດຫວຽດເຟືອງ ຢູ່ທີ່ ເມືອງດາກຈຶງ ແຂວງເຊກອງ. ໂຄງການດັ່ງ ກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2022 ແລະ ຂະໜາດຂອງໂຄງການ ຄາດຄະເນ ກຳລັງການຜະລິດ 1 ລ້ານໂຕນຕໍ່ປີ, ປັດຈຸບັນ ໂຄງການກຳລັງກໍ່ສ້າງອາງເກັບນໍ້າ ເຊິ່ງຈະສຳເລັດໃນປີ 2025 ແລະ ສືບຕໍ່ກໍ່ສ້າງໂຮງງານອາລູມີນາ ໂດຍຄາດຄະເນໃນການກໍ່ສ້າງໂຮງງານ ໃຫ້ສໍາເລັດ ແລະ ເລີ່ມການຜະລິດອາລູມີນາ ໃນປີ 2027. ໃນການລົງທຶນດັ່ງກ່າວ, ຖືວ່າເປັນການ ສ້າງພື້ນຖານອຸດສາຫະກຳປຸງແຕ່ງ ແຮ່ບົກຊິດຂອງ ສປປ ລາວ ເຊິ່ງແຂວງເຊກອງ ແລະ ແຂວງອັດຕະປື ມີການສະກັດຂອງແຮ່ດັ່ງກ່າວ ເປັນຈຳນວນຫລາຍ ທີ່ຈະເປັນພື້ນຖານສຳຄັນ ຂອງການພັດທະນາແຮ່ທາດອື່ນໆ ໃຫ້ເປັນອຸດສາຫະກຳໃນຕໍ່ໜ້າ.

ຂ່າວ-ພາບ: ກະຊວງ ຜທ

KPL

ຂ່າວອື່ນໆ

ads
ads

Top