ຮອງປະທານປະເທດ ລົງຕິດຕາມ ການເຝົ້າລະວັງໄພນ້ຳຖ້ວມຢ່າງໃນ ນວ

13/09/2024 20:27
Email Print 576
ຂປລ ຂປລ. ໃນຕອນບ່າຍວັນທີ 13 ກັນຍາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມການເຝົ້າລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນນະຄອນຫລວງວຽງຈັນ(ນວ). ພ້ອມກັນນີ້, ກໍໄດ້ຖາມຂ່າວຄາວປະຊາຊົນ ທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າ ໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນ ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ.





ຂປລ. ໃນຕອນບ່າຍວັນທີ 13 ກັນຍາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມການເຝົ້າລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນນະຄອນຫລວງວຽງຈັນ(ນວ). ພ້ອມກັນນີ້, ກໍໄດ້ຖາມຂ່າວຄາວປະຊາຊົນ ທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າ ໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນ ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ.


ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ລົງເບິ່ງຈຸດໜ້າວັດຈັນ, ຈຸດໂຮງແຮມແລນມາກ, ທ່າເຮືອຫລັກ 4, ວັດຈອມແຈ້ງ ແລະ ຈີ່ນາຍໂມ້.
KPL

ຂ່າວອື່ນໆ

ads
ads

Top