ປກສ ນວ ກຽມພ້ອມປ້ອງກັນ ກອງປະຊຸມເຈົ້າຄອງນະຄອນອາຊຽນ

09/09/2024 17:00
Email Print 345
ຂປລ ຂປລ. ອະນຸກໍາມະການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ກຽມຄວາມພ້ອມຮອບດ້ານຮັບໃຊ້ກອງປະຊຸມເຈົ້າຄອງ ນະຄອນຫລວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີ ຕາເວັນອອກສ່ຽງໃຕ້ ຂອງສະມາຄົມທີ່ນໍາໃຊ້ ພາສາຝຣັ່ງ ທີ່ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກັນຍາ 2024 ນີ້ ໂດຍວາງກຳລັງ 700 ກວ່ານາຍ ປະຈຳຢູ່ 9 ຈຸດ ເພື່ອຮັບໃຊ້ໃນງານດັ່ງກ່າວ.



ຂປລ. ອະນຸກໍາມະການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ກຽມຄວາມພ້ອມຮອບດ້ານຮັບໃຊ້ກອງປະຊຸມເຈົ້າຄອງ ນະຄອນຫລວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີ ຕາເວັນອອກສ່ຽງໃຕ້ ຂອງສະມາຄົມທີ່ນໍາໃຊ້ ພາສາຝຣັ່ງ ທີ່ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ
16-20 ກັນຍາ 2024 ນີ້ ໂດຍວາງກຳລັງ 700 ກວ່ານາຍ ປະຈຳຢູ່ 9 ຈຸດ ເພື່ອຮັບໃຊ້ໃນງານດັ່ງກ່າວ.

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ(ປກສ ນວ) ຫົວໜ້າອະນຸກໍາມະການ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍໃນກອງປະຊຸມດັ່ງກ່າວ ໃຫ້ສຳພາດ​ເມື່ອ​ບໍ່​ດົນນີ້ວ່າ: ໂດຍປະຕິບັດຕາມຈິດໃຈ ຊີ້ນໍາຂອງຂັ້ນເທິງ ກໍຄື ອະນຸກໍາມະການປ້ອງກັນ ຂັ້ນກະຊວງປ້ອງກັນຄວາມສະຫງົບ ​ໂດຍສະເພາະ ອະນຸກໍາມະການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂັ້ນນະຄອນຫລວງວຽງຈັນ ເຊິ່ງແມ່ນຂອບເຂດພື້ນທີ່ຈັດກອງປະຊຸມ, ຄະນະອະນຸກຳມະການ ພວກເຮົາໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເສນາຊ່ວຍວຽກ ເພື່ອກະກຽມສ້າງເປັນແຜນການ ໃນນາມອະນຸກໍາມະການ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໄດ້ມີການກະກຽມກຳລັງ ເພື່ອລົງປະຈຳຈຸດປ້ອງກັນ ໂດຍອີງໃສ່ບົດຮຽນປະສົບການ ແລະ ຜົນສໍາເລັດໃນ ການປ້ອງກັນກອງປະຊຸມສາກົນ ແລະ ງານສໍາຄັນຕ່າງໆຂອງຊາດ ໃນບັ້ນປ້ອງກັນໃນໄລຍະຜ່ານມາ.

ໜ້າທີ່ຕົ້ນຕໍຂອງ ອະນຸກຳມະການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນກອງປະຊຸມໃນໄລຍະການກະກຽມ ແລະ ດຳເນີນກອງປະຊຸມດັ່ງກ່າວ ແມ່ນທຸກເຫລົ່າຮົບຂອງກອງບັນຊາການ ປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງ. ໃນນັ້ນ, ມີກຳລັງ ປກຊ-ປກສ ຈາກສູນກາງ ແລະ ກອງບັນຊາການທະຫານນະຄອນຫລວງວຽງຈັນ ໃນການເຄື່ອນໄຫວເຮັດວຽກງານ ປ້ອງກັນຄວາມສະຫງົບຄວາມ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນກອງປະຊຸມ ແລະ ໃນທົ່ວນະຄອນຫລວງວຽງຈັນ, ຮັກສາຄວາມປອດໄພໃຫ້ແກ່ການນໍາ ແລະ ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ໂດຍເລີ່ມຈາກໜ້າວຽກຈັດສັນ ຄວາມເປັນລະບຽບຕາມເສັ້ນທາງ, ການລະບາຍການສັນຈອນ ນັບແຕ່ມື້ທີ່ຄະນະຜູ້ແທນ ເດີນທາງມາຮອດ ນະຄອນຫລວງວຽງຈັນ ເພື່ອຮັບປະກັນໃຫ້ການເດີນທາງ ມີຄວາມສະດວກໂລ່ງລ່ຽນ-ປອດໄພ, ປ້ອງກັນສະຖານທີ່ ພັກເຊົາ, ສະຖານທີ່ທ່ຽວຊົມ, ຕະຫລອດຮອດສະຖານທີ່ຈັດກອງປະຊຸມຕ້ອງມີຄວາມສະຫງົບ-ປອດ ໄພ 100% ແລະ ຍັງມີບັນດາໜ້າວຽກປິ່ນອ້ອມອື່ນໆ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກຳລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ຕື່ມອີກ.

ສໍາ​ລັບ ກໍາລັງທີ່ເຂົ້າຮ່ວມໃນການປ້ອງກັນກອງປະຊຸມຄັ້ງນີ້, ປະກອບມີຄະນະຊີ້ນໍາ-ບັນຊາລວມ, ກອງເສນາຊ່ວຍວຽກ, ມີກໍາລັງວິຊາສະເພາະ ຂອງບັນດາກົມອ້ອມຂ້າງກະຊວງ ປ້ອງກັນຄວາມສະຫງົບລວມທັງໝົດ 700 ກວ່າທ່ານ ເພື່ອຮັກສາຄວາມສະຫງົບ-ປອດໄພຢູ່ພື້ນທີ່ ການເຄື່ອນໄຫວຂອງແຂກ ທີ່ມາເຂົ້າຮ່ວມກອງປະຊຸມ ເປັນຕົ້ນ ຈຸດພັກເຊົາ, ສະຖານທີ່ຈັດກອງປະຊຸມ ແລະ ສະຖານທີ່ທ່ຽວຊົມ. ນອກນັ້ນ, ກອງບັນຊາການທະຫານ ນະຄອນຫລວງວຽງຈັນ ໄດ້ສ້າງແຜນປ້ອງກັນເປັນອັນສະເພາະ ຕາມໜ້າທີ່ພາລະບົດບາດຂອງກອງທັບ.

ຂໍ້​ມູນ: ໜັງສື​ພິມວຽງຈັນໃໝ່

KPL

ຂ່າວອື່ນໆ

ads
ads

Top