ສປຈີນ ຈະສືບຕໍ່ຮ່ວມມືກັບສາກົນ ໃນການຊ່ວຍເຫລືອຜູ້ພິການ

13/09/2024 17:45
Email Print 204
ຂປລ ທ່ານ ເໝົາໜິງ ໂຄສົກ ກະຊວງ ການຕ່າງປະເທດ ສປຈີນ ກ່າວວ່າ: ປະເທດນີ້ ຈະສືບຕໍ່ ຮ່ວມມືກັບ ປະຊາຄົມ ສາກົນ ເພື່ອຊ່ວຍເຫລືອ ຜູ້ພິການ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ​ເມື່ອບໍ່ດົນມານີ້, ທ່ານເໝົາໜິງໂຄສົກ ກະຊວງ ການຕ່າງປະເທດ ສປຈີນ ກ່າວວ່າ: ປະເທດນີ້  ຈະສືບຕໍ່ ຮ່ວມມືກັບ ປະຊາຄົມ ສາກົນເພື່ອຊ່ວຍເຫລືອ ຜູ້ພິການ.

          ໃນ​ຊຸມປີ ຜ່ານມາ​ນີ້, ສປຈີນ ໄດ້ປະສົບ ​ຄວາມ​ສຳ​ເລັດ ​ໃນ​ການ​ ຊ່ວຍ​ເຫລືອ ​ຜູ້​ພິການ ໂດຍສະເພາະ ​ໃນ​ເຂດຊົນນະບົດ​ ລວມມີ ຫລາຍ​ກວ່າ 7,1 ລ້ານ​ຄົນ ​ເພື່ອໃຫ້​ ຫລຸດ​ພົ້ນ​ ອອກຈາກ​ ຄວາມທຸກ​ຍາກ , ໂດຍຈັດ​ຕັ້ງ​ໂຄງການ ສະຫວັດດີ​ການ​ ພິ​ເສດ ລວມມີ ຜູ້​ພິການ​ຫລາຍ​ກວ່າ 20 ລ້ານ​ຄົນ . ນອກນັ້ນ ສປຈີນ ຍັງສືບ​ຕໍ່ ​ປັບປຸງ ມາດ​ຕະຖານ ຄວາມ​ເປັນ​ຢູ່ ​ຂອງ​ ເຂດຊຸມ​ຊົນ ​ຜູ້​ພິການ ​ແລະ ຄຸ້ມ​ຄອງ​ສິດທິ ຄວາມ​ເທົ່າ​ທຽມ ຂອງ ​ພວກເຂົາເຈົ້າ ໃຫ້ມີ​ປະສິດທິພາບ ຫລາຍຂຶ້ນ. ປັດຈຸບັນ ມີ​ຜູ້​ພິການ ​ໄດ້​ປະສົບຄວາມ​ສຳ​ເລັດ​ ໃນ​ຊີວິດຢ່າງຫລວງຫລາຍ​./

KPL

ຂ່າວອື່ນໆ

ads
ads

Top