ສປຈີນ ໝູນໃຊ້ຈະຫລວດທົດລອງຈູເຊີ-3 ໄດ້ອີກຄັ້ງ

13/09/2024 17:45
Email Print 242
ຂປລ ເຈົ້າໜ້າທີ່ ຈີນ ໃຫ້ຮູ້ວ່າ ຈະຫລວດ ທົດລອງ ຈູເກີ-3 (Zhuque-3 ) ຊຶ່ງເປັນ ຈະຫລວດ ທີ່ ສາມາດ ນຳມາໃຊ້ ຄືນໃໝ່ ຂອງ ສປຈີນ ຢູ່ສູນປ່ອຍດາວທຽມ ຈີ່ວເສວິນ ທາງພາກ ຕາເວັນຕົກສຽງເໜືອ ຂອງ ປະເທດ ເພື່ອທົດລອງ ບິນຂຶ້ນ ແລະ ລົງຈອດ ດ້ວຍໄລຍະທາງ 10 ກິໂລແມັດ ຢ່າງປະສົບຜົນສຳເລັດ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນ​ທີ 12 ກັນຍາ, ເຈົ້າໜ້າທີ່ ຈີນ ໃຫ້ຮູ້ວ່າ ຈະ​ຫລວດ​ ທົດ​ລອງ ຈູ​ເກີ-3(Zhuque-3 ) ຊຶ່ງ​ເປັນ​ ຈະ​ຫລວດ​ ທີ່​ ສາມາດ ນຳມາໃຊ້​ ຄືນໃໝ່​ ຂອງ​ ສປຈີນ ຢູ່​ສູນ​ປ່ອຍ​ດາວ​ທຽມ ຈີ່​ວ​ເສ​ວິນ ທາງ​ພາກ ຕາ​ເວັນ​ຕົກສຽງ​ເໜືອ​ ຂອງ​ ປະ​ເທດ  ເພື່ອທົດ​ລອງ ​ບິນ​ຂຶ້ນ ​ແລະ ລົງ​ຈອດ ​ດ້ວຍໄລຍະທາງ 10 ກິ​ໂລ​ແມັດ ຢ່າງປະສົບ​ຜົນສຳ​ເລັດ ​

          ໂດຍ​ ແລນ​ສະ​ເປ​ຊ (LandSpace) ເປັນບໍລິສັດ ຈະ​ຫລວດ​ ອາ​ວະ​ກາດ ​ເອກະ​ຊົນ ຂອງ ​ສປຈີນ ​ເປີດ​ເຜີຍ​ວ່າ: ການ​ທົ​ດລອງ​ບີນ ຢ່າງປະສົບ​ຜົນສຳ​ເລັດ ຖື​​ເປັນ ຄວາມ​ກ້າວໜ້າ ຄັ້ງ​ສຳຄັນ ​ໃນ​ຂົງເຂດ ອາ​ວະ​ກາດ ​ເຊິ່ງການ​ຄ້າ ​ຂອງ ສປຈີນ ​ແລະ ເປັນ​ບາດກ້າວ ​ສຳຄັນ​ ເພື່ອຈະນຳ ໄປ​ສູ່ ການ​ປ່ອຍ ​ຈະ​ຫລວດ ​ທີ່​ມີ​ ຄວາມຈຸ​ສູງ ຕົ້ນ​ທຶນ​ຕໍ່າ ​ແລະ ສາມາດ​ ໝູນ​ໃຊ້​​ໃໝ່ໄດ້ ​ໃນ​ອະນາຄົດ. ຂະບວນ ການ​ທົດ​ລອງ​ ປະກອບ​ ດ້ວຍ​ການບິນ​ຂຶ້ນ ການ​ມອດ​ເຄື່ອງ​ຈັກ, ການ​ລົງ​ຈອດ ​ແບບ​ມອດ​ ເຄື່ອງ​ຈັກ, ການ​ສະ​ຕາດ ​ເຄື່ອງ​ຈັກ​ໃໝ່ ​ໃນລະຫວ່າງ​ ທີ່​ ບິນ ​ແລະ ການ​ລົງ​ຈອດ​ໄດ້ ຢ່າງປອດໄພ . ຊຶ່ງ​ເປັນການ​ ສະແດງ ໃຫ້ເຫັນເຖິງ ປະສິດທິພາບ ຂອງ ການ​ເຮັດ​ວຽກ ທັງ​ໝົດ ໄດ້ດຳເນີນ​ ​ໄປ​ຕາມ​ຂໍ້​ກຳນົດ ໃນການ​ອອກ​ແບບ​ ທີ່​ກຳນົດໄວ້ ແລະອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top