ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວໃນຄອບຄົວ ຈະໄດ້ຮຽນຝຶກເວົ້າພາສາລາວ ໃນຂັ້ນ ປ1

09/09/2024 17:09
Email Print 1884
ຂປລ ຂປລ. ສປປ ລາວ ເປັນປະເທດທີ່ອຸດົມສົມບູນ ທາງດ້ານວັດທະນະທໍາ ແລະ ມີຄວາມຫລາກຫລາຍຂອງຊົນເຜົ່າ. ​ໃນ​ນັ້ນ, ເກືອບ 40% ຂອງປະຊາກອນລາວ ເວົ້າພາສາເຜົ່າ ທີ່ບໍ່ແມ່ນພາສາລາວລຸ່ມ. ສະນັ້ນ, ຈຶ່ງເຮັດໃຫ້ ນັກຮຽນ ຂັ້ນ ປ1 ສ່ວນຫລາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫລົ່ານີ້ ບໍ່ເຂົ້າໃຈສິ່ງທີ່ຄູເວົ້າ.



ຂປລ. ສປປ ລາວ ເປັນປະເທດທີ່ອຸດົມສົມບູນ ທາງດ້ານວັດທະນະທໍາ ແລະ ມີຄວາມຫລາກຫລາຍຂອງຊົນເຜົ່າ. ​ໃນ​ນັ້ນ, ເກືອບ
40% ຂອງປະຊາກອນລາວ ເວົ້າພາສາເຜົ່າ ທີ່ບໍ່ແມ່ນພາສາລາວລຸ່ມ. ສະນັ້ນ, ຈຶ່ງເຮັດໃຫ້ ນັກຮຽນ ຂັ້ນ ປ1 ສ່ວນຫລາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫລົ່ານີ້ ບໍ່ເຂົ້າໃຈສິ່ງທີ່ຄູເວົ້າ.  ສະ​ນັ້ນ, ນັບແຕ່ສົກຮຽນ 2024-2025 ເປັນຕົ້ນໄປ, ນັກຮຽນ ຂັ້ນ ປ1 ທີ່​ບໍ່​ເວົ້າ​ພາສາ​ລາວ​ເປັນ​ຫລັກ​ໃນ​ຄອບຄົວ ຈະໄດ້ຮຽນບົດຮຽນ ຝຶກເວົ້າພາສາລາວ ​ເຊິ່ງບົດຮຽນໃໝ່ນີ້ຖືກພັດທະນາຂຶ້ນ ໂດຍສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາກະຊວງສຶກສາທິການ ແລະ ກິລາ  ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ຂອງປະເທດສະຫະລັດ ອາເມລິກາ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ).



ບົດຮຽນຝຶກເວົ້າພາສາລາວ ສາມາດຈັດຕັ້ງປະຕິບັດໃນທຸກ ຂັ້ນຮຽນ ປ
1 ທົ່ວປະເທດ ຂຶ້ນກັບລະດັບພື້ນຖານພາສາຂອງນັກຮຽນ ເມື່ອເລີ່ມຕົ້ນເຂົ້າຮຽນ. ຄູສອນ ຂັ້ນ ປ1, ຜູ້ອໍານວຍການ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈະເລືອກວ່າ ຄວນສອນບົດຮຽນຝຶກເວົ້າພາສາລາວ ໃນໂຮງ ຮຽນຫລືບໍ ໂດຍອີງຕາມຄວາມຕ້ອງການຂອງນັກຮຽນ ຂັ້ນ ປ1, ບົດຮຽນຝຶກເວົ້າພາສາລາວ ແມ່ນບົດຮຽນເສີມນອກຈາກ ບົດຮຽນປົກກະຕິ ຕາມຕາຕະລາງຮຽນ ເຊິ່ງຈະມີບົດຮຽນທີ່ປະກອບຕື່ມ ແລະ ເຊື່ອມຕໍ່ໂດຍກົງກັບຫລັກສູດການຮຽນການສອນວິຊາພາສາລາວ ສໍາລັບ ຂັ້ນ ປ1. ບົດຮຽນດັ່ງກ່າວ, ຈະເນັ້ນໃສ່ການພັດທະນາ ທັກສະການເວົ້າພາສາລາວ ໂດຍຜ່ານການຊ່ວຍເຫລືອ ໃນການເວົ້າ ແລະ ການຟັງ.



ທ່ານ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ນັບແຕ່ປີ
2019 ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ສ້າງຄວາມເຂັ້ມແຂງ ດ້ານວິຊາພາສາລາວ ໃຫ້ແກ່ນັກຮຽນ ທີ່ເລີ່ມເຂົ້າໂຮງຮຽນ ແຕ່ບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວທັງໝົດ ໄດ້ຖືກທົດສອບໃນຫລາຍແຂວງ ແລະ ໄດ້ຮັບການປັບປຸງນັບແຕ່ປີ 2019 ສະແດງໃຫ້ເຫັນວ່າ ວິທີການດັ່ງກ່າວ, ສົ່ງຜົນປະໂຫຍດແກ່ນັກຮຽນ ທີ່ຍັງບໍ່ທັນມີຄວາມສາມາດ ເວົ້າພາສາລາວໄດ້ດີເທື່ອ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ ຄໍາສັບໃໝ່ຢ່າງມ່ວນຊື່ນ ​ແລະ ມີປະສິດທິພາບ. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້​ບັນດາສື່ ການຮຽນ-ການສອນ ​ແລະ ບົດຮຽນຝຶກເວົ້າພາສາລາວ​ ໄດ້ນໍ​າມາ​ສິດ ສອນໃຫ້​ນັກຮຽນຫ້ອງ​ຮຽນ ​ຂັ້ນ ​ປ1 ​ໃນ​ທົ່ວ​ປະ​ເທດ ນັບ​ແຕ່ສົກ​ຮຽນ​ 2024-2025 ນີ້​ເປັນຕົ້ນ​ໄປ.



ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ​ເລ​ຂາ​ເອກ
, ສະ​ຖານ​ທູດ​ອົດ​ສະ​ຕຣາ​ລີ ໄດ້ກ່າວວ່າ: ລັດຖະ ບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັນທົດລອງ ວິທີການສິດສອນແບບໃໝ່ ເພື່ອເພີ່ມການເຂົ້າເຖິງຂອງ ເດັກໃນລະບົບການສຶກສາ ໂດຍສະເພາະແມ່ນເດັກນ້ອຍ ທີ່ດ້ອຍໂອກາດ ທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວ ລຸ່ມຢູ່ເຮືອນ. ບົດຮຽນຝຶກເວົ້າພາສາລາວ ເປັນຕົວຢ່າງທີ່ດີຂອງວິທີການ ທົດລອງຂະໜາດນ້ອຍ ທີ່ປະສົບຜົນສໍາເລັດ ສາມາດກາຍເປັນບົດຮຽນ ທີ່ໄດ້ຮັບການອະນຸມັດ​ ໃຫ້​ສິດສອນໃນທົ່ວປະເທດ.



ປຶ້ມ​ແບບຮຽນຝຶກເວົ້າພາສາລາວ ທີ່ມີສີສັນສວຍງາມ
184.680 ຫົວ, ປຶ້ມຄູ່ມືຄູພາສາລາວ 13.680 ຫົວ, ພ້ອມ​ທັງສື່ການຮຽນ-ການສອນ​ ເສີມພາສາລາວ (ລວມມີ 13.680 ຊຸດ, ບັດ​ນິທານ 27.200 ​ແຜ່ນ, ຊຸດ​ເກມ ​ບິງ​ໂກ 27.200 ຊຸດ) ​ໄດ້ຖືກແຈກຍາຍໃຫ້ບັນດາ ໂຮງຮຽນໃນ​ທົ່ວ​ປະ​ເທດ ​ເພື່ອສະໜອງໃຫ້ແກ່ຄູສອນ ຂັ້ນ ປ1.

KPL

ຂ່າວອື່ນໆ

ads
ads

Top