ນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ເກີດຈາກອິດທິພົນຂອງພະຍຸຢາກິ

13/09/2024 20:19
Email Print 426
ຂປລ ຂປລ. ກົມຄຸ້ມຄອງຄວາມປອດໄພ ອຸດສາຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວ ກ່ຽວກັບນໍ້າຖ້ວມແຂວງຫລວງນໍ້າທາ ໃນວັນທີ 12 ກັນຍາ ຜ່ານມານີ້ວ່າ: ສະພາບນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ບໍ່ໄດ້ເກີດຈາກໂຄງການເຂື່ອນໄຟຟ້ານໍ້າທາ 3, ແຕ່ເກີດຈາກອິດທິພົນຂອງພະຍຸຢາກິ ເຮັດໃຫ້ເກີດມີຝົນຕົກໜັກ ຢູ່ທາງພາກເໜືອຂອງລາວ.



ຂປລ. ກົມຄຸ້ມຄອງຄວາມປອດໄພ ອຸດສາຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວ ກ່ຽວກັບນໍ້າຖ້ວມແຂວງຫລວງນໍ້າທາ ໃນວັນທີ 12 ກັນຍາ ຜ່ານມານີ້ວ່າ: ສະພາບນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ບໍ່ໄດ້ເກີດຈາກໂຄງການເຂື່ອນໄຟຟ້ານໍ້າທາ 3, ແຕ່ເກີດຈາກອິດທິພົນຂອງພະຍຸຢາກິ ເຮັດໃຫ້ເກີດມີຝົນຕົກໜັກ ຢູ່ທາງພາກເໜືອຂອງລາວ.



ທ່ານ ບົວເທບ ມະໄລຄຳ ຫົວໜ້າກົມຄຸ້ມຄອງ ຄວາມປອດໄພອຸດສາຫະກຳພະລັງງານ ໄດ້ໃຫ້ຮູ້ວ່າ: ຍ້ອນອິດທິພົນຂອງພາຍຸຢາກິ ເຮັດໃຫ້ມີຝົນຕົກໜັກ ໂດຍສະເພາະຢູ່ເຂດພາກເໜືອຂອງລາວ
, ເຮັດໃຫ້ມີປະລິມານນ້ຳຫລາຍໄຫລ ທະລຸລົງສູ່ສາຍນ້ຳຕ່າງໆຢູ່ແມ່ນໍ້າຂອງ ແລະ ສາຍນໍ້າສາຂາ ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ວ່ອງໄວ, ໃນໄລຍະທີ່ນໍ້າຈະມາແຮງນັ້ນ ໂຄງການເຂື່ອນໄຟຟ້ານ້ຳທາ 3 ໄດ້ປະຕິບັດແຜນຮັບມືສຸກເສີນ ໂດຍມີການປະສານຫາການນໍາຂັ້ນທ້ອງຖິ່ນ ແລະ ບ້ານທີ່ຢູ່ທ້າຍເຂື່ອນ ຜ່ານຊ່ອງທາງໂທລະສັບ WhatsAp ທີ່ມີ ແລະ ບ້ານທີ່ຢູ່ລຸ່ມເຂື່ອນ ໄດ້ມີການແຈ້ງເຕືອນ ຜ່ານໂທລະໂຄ່ງວິທະຍຸຊຸມຊົນ ເພື່ອຮັບຊາບ ແລະ ປະຕິບັດການຮັບມື ແລະ ໂຄງການໄດ້ປະຕິບັດຂັ້ນຕອນ ການບໍລິຫານຈັດການນ້ຳ ເພື່ອຄວາມປອດໄພຂອງເຂື່ອນ ໂດຍໄດ້ເປີດປະຕູລະບາຍນ້ຳ, ແຕ່ມາເຖິງຕອນເຊົ້າຂອງວັນທີ 9 ກັນຍາ 2024 ໄດ້ເກີດມີນໍ້ານອງ, ພ້ອມທັງມີເສດໄມ້ຈຳນວນຫລວງຫລາຍໄຫລມາ ເຮັດໃຫ້ປະຕູລະບາຍນໍ້າ ບໍ່ສາມາດລະບາຍນ້ຳ ແລະ ເອົາເສດໄມ້ອອກໄດ້ຖ່ວງ ທັນຈຶ່ງເຮັດໃຫ້ນໍ້າລົ້ນສັນເຂື່ອນ.



ສັງຮວມແລ້ວ, ຍ້ອນອິດທິພົນຂອງພາຍຸຢາກິ ເຮັດໃຫ້ບັນດາປະເທດພາກພື້ນໃນອາຊີຕາເວັນ ອອກສ່ຽງໃຕ້ ເປັນຕົ້ນ ສປປ ລາວ
, ສສ ຫວຽດນາມ, ມຽນມາ ແລະ ໄທ ລວມທັງ ສປ ຈີນ ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວຢ່າງຮ້າຍແຮງ. ສຳລັບ ສປປ ລາວ ແມ່ນຫລາຍແຂວງທາງພາກເໜືອ ໄດ້ຮັບຜົນກະທົບ, ເຮັດໃຫ້ລະດັບນໍ້າ ແລະ ມວນນໍ້າຢູ່ແມ່ນ້ຳຂອງ ແລະ ສາຂາມີມວນນ້ຳເພີ່ມຂຶ້ນຢ່າງວ່ອງໄວ ເປັນຕົ້ນ ນໍ້າຂອງ, ນໍ້າອູ, ນໍ້າທາ, ນໍ້າຄານ, ນໍ້າແບ່ງ ແລະ ສາຍນ້ຳອື່ນໆ. ສະນັ້ນ ເຫດການທີ່ນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ຈຶ່ງບໍ່ແມ່ນເກີດມາຈາກໂຄງການເຂື່ອນໄຟຟ້ານໍ້າທາ 3  ແຕ່ແມ່ນເກີດມາຈາກອິດທິພົນຂອງພະຍຸຢາກິ.



ທ່ານ ບົວເທບ ມະໄລຄຳ ຍັງໃຫ້ຮູ້ອີກວ່າ: ເຂື່ອນໄຟຟ້ານໍ້າຕົກນໍ້າທາ 3
  ເປັນເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ
, ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 1999  ແລະ ສຳເລັດເດືອນມິຖຸນາ 2005  ທີ່ມີຈຸດປະສົງໃນການສະໜອງນໍ້າໃຫ້ຊົນລະປະທານ ແລະ ຜະລິດພະລັງງານໄຟຟ້າ, ມີກໍາລັງການ ຕິດຕັ້ງໄຟຟ້າ 1,25 ເມກາວັດ ແລະ ມີບໍລິມາດກັກເກັບນໍ້າໃນອ່າງຂະໜາດນ້ອຍ. ພາຍຫລັງສຳເລັດການກໍ່ສ້າງ ໂຄງການກໍໄດ້ດຳເນີນການຜະລິດພະລັງງານໄຟຟ້າ  ແລະ ສະໜອງນໍ້າໃຫ້ຊົນລະປະທານ ຮັບໃຊ້ພື້ນທີ່ກະສິກຳ ໃນຂອບເຂດເມືອງຫລວງນ້ຳທາ ແລະ ບໍລິເວນໃກ້ຄຽງ ເປັນປົກ ກະຕິໃນເດືອນເມສາ 2020. ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຊ່ຽວຊານສາກົນ ໄດ້ລົງໄປຕິດຕາມ, ກວດກາທາງດ້ານເຕັກນິກ ແລະ ຜົນຂອງການກວດກາເຫັນວ່າ ໂຄງສ້າງຕົວເຂື່ອນ ຍັງມີຄວາມແຂງແຮງ, ໝັ້ນຄົງ ແລະ ສາມາດນຳໃຊ້ໄດ້ເປັນປົກກະຕິ ກ່ອນເຂົ້າລະດູຝົນປີ 2024 ກປພ ໄດ້ອອກໜັງສືສະບັບລົງວັນທີ 7 ມິຖຸນາ 2024 ເພື່ອໃຫ້ບັນດາພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ບັນດາໂຄງການເຂື່ອນໄຟຟ້າໃນທົ່ວປະເທດ, ໃຫ້ເອົາໃຈໃສ່ຕິດຕາມ ກວດກາເຝົ້າລະວັງເຫດການນໍ້ານອງ ແລະ ສະພາບຂອງເຂື່ອນ ໃນໄລຍະລະດູຝົນ, ໃຫ້ຮັບປະກັນຄວາມ ປອດໄພຂອງເຂື່ອນ ໃຫ້ມີການກະກຽມຄວາມພ້ອມຮັບມື ແລະ ຮັບປະກັນການຕອບໂຕ້ ເຫດສຸກເສີນທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ; ກປພ ໄດ້ລົງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດ ແຜນຮັບມືສຸກເສີນ ຂອງໂຄງ ການເຂື່ອນໄຟຟ້ານໍ້າທາ 3 ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງຫລວງນ້ຳທາ ຢູ່ພາກສະໜາມເຂື່ອນໄຟຟ້ານໍ້າທາ 3; ໄດ້ອອກຖະແຫລງຂ່າວກ່ຽວກັບ ການກະກຽມຄວາມພ້ອມຮັບມື ສຸກເສີນຂອງເຂື່ອນ ໃນຂອບເຂດທົ່ວປະເທດ ໃນລະດູຝົນປີ 2024 ກ່ອນພາຍຸໃຕ້ຝຸ່ນຢາກິ ຈະເຂົ້າມາລາວ ໂດຍອີງຕາມແຈ້ງການຂອງຫ້ອງ ວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບລົງວັນທີ 7 ກັນຍາ 2024, ກປຟ ໄດ້ໄດ້ອອກໜັງສືສະບັບລົງວັນທີ 7 ກັນຍາ 2024 ເພື່ອໃຫ້ບັນດາໂຄງການເຂື່ອນໄຟຟ້າ ໃນຂອບເຂດທົ່ວປະເທດ ເຝົ້າລະວັງ ແລະ ກະກຽມຄວາມພ້ອມຮອງຮັບເຫດການສຸກເສີນ ແລະ ຄວາມປອດໄພຮອບດ້ານ.

ຂໍ້ມູນ: ກະຊວງພະລັງງານ

KPL

ຂ່າວອື່ນໆ

ads
ads

Top