ເກີດແຜນດິນໄຫວຢູ່ ອີຣານ ຂະໜາດ5,7ຣິກເຕີ ບາດເຈັບກວ່າ200ຄົນ

05/10/2022 18:03
Email Print 439
ຂປລ ​ເກີດແຜ່ນດິນໄຫວ ຂະໜາດ 5,7 ຣິກເຕີ ​ໃນ​ພື້ນ​ທີ່ຢູ່​ຫ່າງ​ຈາກ ​ເມືອງ​ໂຄ​ວິ(Kowi) ​ແຂວງ​ ອາ​ເຊີ​ ໄບຈານ (Azerbaijan) ທາງ​ຕາ​ເວັນ​ຕົກ​ ຂອງ​ອີຣານ ປະມານ 11.6 ກິໂລແມັດ ​ແລະ ມີ​ລະດັບ​ ຄວາມ​ເລິກ 10 ກິໂລແມັດ ສົ່ງ​ຜົນ​ໃຫ້ມີ ຜູ້ໄດ້ ຮັບບາດເຈັບ ຢ່າງນ້ອຍ 276 ຄົນ

ຂປລ.ຕາມ​ຂ່າວ​ຈາກ mcot,ວັນ​ທີ5​ ຕຸລາ​ນີ້, ສຳນັກງານສໍາຫລວດທາງທໍລະນີສາດ.ອາເມລິກາ (USGS) ກ່າວວ່າ:ເກີດແຜ່ນດິນໄຫວ ຂະໜາດ 5,7ຣິກເຕີ ໃນພື້ນທີ່ຢູ່ຫ່າງຈາກ ເມືອງໂຄວິ(Kowi) ​ແຂວງອາເຊີໄບຈານ(Azerbaijan) ທາງຕາເວັນຕົກ ຂອງອີຣານ ປະມານ 11.6ກິໂລແມັດ ແລະ ມີລະດັບຄວາມເລິກ10ກິໂລແມັດ ສົ່ງຜົນໃຫ້ມີຜູ້ໄດ້ຮັບ ບາດເຈັບ ຢ່າງນ້ອຍ 276ຄົນ ໃນນີ້68ຄົນ ເຈັບໜັກ.ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ພວມລົງ ສຳຫລວດຄວາມເສຍຫາຍຢ່າງຮີບດ່ວນ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top