ນວ ກິດຈະກຳສົ່ງເສີມການທ່ອງທ່ຽວ ຈັດຂຶ້ນໃນວັນທີ 6-10 ຕຸລາ

05/10/2022 14:10
Email Print 523
ຂປລ ຂປລ. ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ(ນວ) ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດຈັດກິດຈະກຳສົ່ງ​ເສີມ​ ການ ທ່ອງທ່ຽວ ລະຫວ່າງວັນທີ 6-10 ຕຸລາ 2022 ທີ່ດ້ານຫລັງສູນການຄ້າ ວຽງຈັນເຊັນເຕີ ແຕ່ເວລາ 10:00-22:00 ໂມງ.

ຂປລ. ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ(ນວ) ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດຈັດກິດຈະກຳສົ່ງ​ເສີມ​ ການ ທ່ອງທ່ຽວ ລະຫວ່າງວັນທີ 6-10 ຕຸລາ 2022 ທີ່ດ້ານຫລັງສູນການຄ້າ ວຽງຈັນເຊັນເຕີ ແຕ່ເວລາ 10:00-22:00 ໂມງ.

ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ເພື່ອເປັນການສົ່ງເສີມການທ່ອງທ່ຽວ, ທັງເປັນການກະກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະທດ ຈະເຂົ້າຮ່ວມງານບຸນປະເພນີ ໂດຍສະເພາະງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນເຮືອພາຍທ່າວັດຈັນ, ພ້ອມທັງເປັນການສົ່ງ ເສີມສິລະປະ-ວັດທະນະທຳ ອັນດີງາມຂອງຊາດ, ສົ່ງເສີມສີໄມ້ລາຍມືຫັດຖະກຳ ແລະ ອາຫານພື້ນເມືອງ ທີ່​ເປັນເອກະລັກຂອງລາວ, ​ ພະ​ແນ​ກ ຖວທ ນະຄອນຫລວງ​ວຽງ​ຈັນ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈຶ່ງ​ໄດ້ຈັດກິດຈະກຳນີ້ຂຶ້ນ.

ພ້ອມ​ນີ້, ທ່ານນາງ ສົມໃຈ ວົງສາ ຕາງໜ້າ​ຈາກ​ສູນ​ການ​ຄ້າ ວໜງຈັນ​ເຊັນ​ເຕີ ​ໄດ້​ໃຫ້​ຮູ້​ວ່າ: ກິດຈະກຳໃນຄັ້ງນີ້ ຄາດວ່າຈະມີຮ້ານເຂົ້າຮ່ວມປະມານ 30 ຮ້ານ, ​ເປັນການຈັດກິດຈະກຳແຕ່ງກາຍແບບຍ້ອນຍຸກ, ພາຍໃນງານມີການຖ່າຍຮູບ ການແຕ່ງກາຍແບບພື້ນ ເມືອງລາວ ​ແລະ ກິດຈະກຳຫລາຍຢ່າງ ເປັນຕົ້ນ ການແຂ່ງຂັນສິລະປະ-ວັນນະຄະດີ ຈາກໄວໜຸ່ມ, ການແຂ່ງຂັນປຸງແຕ່ງອາຫານ, ແຂ່ງຂັນສີມືງານປະດິດໂຄມໄຟ ແລະ ກິດຈະກຳອື່ນໆ​ທີ່​ຫລາກ​ຫລາຍ.

ຂໍ້​ມູນ-ຮູບ: ບຸນມີ

KPL

ຂ່າວອື່ນໆ

ads
ads

Top