73 ປີແຫ່ງການແຫ່ງການພັດທະນາ ຕາມທິດສັງຄົມນິຍົມທັນສະໄໝ ຂອງ ສປ ຈີນ

29/09/2022 14:18
Email Print 1024
ຂປລ *ຕະຫລອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດມາໄດ້ ຜົນສຳເລັດອັນໃຫຍ່ຫລວງ ຢ່າງຮອບດ້ານ ໃນການ ສ້າງສັງຄົມນິຍົມ ທີ່ ທັນສະໄໝ ຕາມສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີຄວາມກ້າວໜ້າ ທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊີວິດການເປັນຢູ່ ຂອງປະຊາຊົນຈີນ ໄດ້ຮັບການພັດທະນາ ໃຫ້ດີຂຶ້ນເປັນກ້າວໆ.



(ເນື່ອງໃນໂກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນຄົບຮອບ 73 ປີ 01/10/1949-01/10/2022)



*ຕະຫລອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດມາໄດ້ ຜົນສຳເລັດອັນໃຫຍ່ຫລວງ ຢ່າງຮອບດ້ານໃນການ ສ້າງສັງຄົມນິຍົມ ທີ່ ທັນສະໄໝ ຕາມສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີຄວາມກ້າວໜ້າ ທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊີວິດການເປັນຢູ່ ຂອງປະຊາຊົນຈີນ ໄດ້ຮັບການພັດທະນາ ໃຫ້ດີຂຶ້ນເປັນກ້າວໆ, ເຫດການທີ່ພົ້ນເດັ່ນ ກໍຄືການປະກາດ ຜົນສໍາເລັດ ໃນການຫລຸດພົ້ນອອກ ຈາກຄວາມທຸກຍາກຂອງ ສປ ຈີນ ໃນຕົ້ນປີ 2021 ຜ່ານມາ, ໃນນັ້ນປະຊາຊົນເກືອບ 100 ລ້ານຄົນ ໄດ້ຫລຸດພົ້ນອອກຈາກ ຄວາມທຸກຍາກ ເຊິ່ງຖືເປັນເຫດການ ອັນມະຫັດສະຈັນໜຶ່ງ ອັນໄດ້ເຮັດໃຫ້ ຖານະບົດບາດ ຂອງ ສປ ຈີນ ໄດ້ສູງເດັ່ນຂຶ້ນຢ່າງປະຈັກຕາ ໃນເວທີພາກພື້ນ ແລະສາກົນ ແລະ ໄດ້ກາຍເປັນແບບຢ່າງອັນດີເດັ່ນ ໃຫ້ແກ່ບັນດາປະເທດ ທີ່ກຳລັງພັດທະນາໃນໂລກ.

ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ໜັກແໜ້ນຂອງພັກກອມມູນິດຈີນເຮັດໃຫ້ສາທາລະນະລັດປະຊາຊົນຈີນ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຮອບດ້ານ ແລະ ກ້າວກະໂດດກາຍເປັນປະເທດ ທີ່ມີພື້ນຖານເສດຖະກິດ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ສັງຄົມມີຄວາມສີວິໄລຍຸຕິທໍາ, ປະເທດຊາດຮັ່ງມີ, ເຂັ້ມແຂງ, ຊີວິດການເປັນຢູ່ ຂອງປະຊາຊົນ ນັບມື້ນັບດີຂຶ້ນເປັນກ້າວໆ, ພິເສດ ໄລຍະ 40 ກວ່າປີຜ່ານມາສປ ຈີນ ໄດ້ປະຕິບັດນະໂຍບາຍ ປະຕິຮູບເປີດປະຕູສູ່ພາຍ ນອກ ເຮັດໃຫ້ ສປ ຈີນກາຍເປັນປະເທດ ທີ່ມີຄວາມກ້າວໜ້າ ທາງດ້ານເສດຖະກິດ, ເຕັກໂນໂລຊີວິທະຍາສາດ ທີ່ທັນສະໄຫມ, ມີຄວາມເຂັ້ມແຂງ ທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມື ກັບຕ່າງປະເທດມີການຂະ ຫຍາຍຕົວ ຢ່າງກວ້າງຂວາງເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງສາທາລະນະລັດປະຊາຊົນຈີນ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.  ຜົນສໍາເລັດທີ່ ພັກ, ລັດ ແລະປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນຕະຫລອດໄລຍະ 73ປີ ຜ່ານມາໄດ້ ເປັນພື້ນຖານອັນໜັກແໜ້ນ ແລະ ເປັນການສ້າງທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ພາລະກິດ ສ້າງສາພັດທະນາລະບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ.

ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນ ສປ ຈີນ. ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ອ້າຍນ້ອງ ໄດ້ເພີ່ມທະວີຄວາມຮັກແພງສາມັກຄີ ນັບມື້ນັບເລິກເຊິ່ງ ຈາກໄລຍະການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ຈົນຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ, ການພົວພັນຮ່ວມມື ສອງ ຝ່າຍໄດ້ຮັບການ ຍົກສູງຂຶ້ນເປັນກ້າວໆມາ ທັງໃນລວງກວ້າງ ແລະ ລວງເລິກ ຈາກການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ກ້າວຂຶ້ນສູ່ການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ, ການຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໄດ້ຮັບການ ຂະຫຍາຍຕົວ ຢ່າງກວ້າງຂວາງ ເຊິ່ງໄດ້ນຳເອົາຜົນປະໂຫຍດ ອັນໃຫຍ່ຫລວງມາສູ່ ປະຊາຊົນສອງຊາດ ລາວ-ຈີນ. ໃນນີ້, ສິ່ງທີ່ເອກອ້າງ ແລະ ພູມໃຈເປັນພິເສດ ກໍຄື ຜົນສໍາເລັດຂອງການ ສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ເປີດນໍາໃຊ້ ຢ່າງເປັນທາງ ການ ໃນທ້າຍປີ 2021 ຜ່ານມາ ເຊິ່ງເປັນໄລຍະທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ  ພວມເບີກບານມ່ວນຊື່ນ ກັບການສະເຫລີມສະຫລອງ ວັນທີ 2 ທັນວາຄົບຮອບ 46 ປີ ແລະ ກົງກັບວັນຄົບຮອບ 60 ປີ ແຫ່ງການສະເຫລີມສະ ຫລອງ ວັນສ້າງຕັ້ງສາຍພັນການທູດ ລາວ-ຈີນ ເຊິ່ງໄດ້ເປັນໂຄງການສັນຍະລັກ ຂອງການຮ່ວມມືຕົວຈິງ ລະຫວ່າງ ສອງຊາດ ລາວ-ຈີນ ແລະ ສ່ອງແສງໃຫ້ເຫັນ ເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ຂອງສອງປະເທດ ແລະ ໂຄງການດັ່ງກ່າວ ຍັງ ເປັນຕົວແບບ ໃນການປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ. ການເຊື່ອມໂຍງ ຂອງສອງຊາດ ໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງ ສໍາຄັນຂອງແລວທາງເສດຖະກິດ ເຊິ່ງປະຊາຊົນລາວບັນດາເຜົ່າ ມີຄວາມພາກພູມໃຈ ແລະ ດີ ໃຈທີ່ສຸດ,  ການເປີດ ເສັ້ນທາງລົດໄຟ ລາວ-ຈີນ ຍັງເປັນການແລກປ່ຽນ ການການໄປມາຫາສູ່ກັນ, ການລົງທຶນ, ການຂົນສົ່ງ, ການຄ້າ ແລະ ອື່ນໆລະຫວ່າງ ສອງປະເທດສະດວກກວ່າເກົ່າ.  

ຕະຫລອດໄລຍະຜ່ານມາ ພັກ-ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງຫລວງຫລາຍ, ພິເສດແມ່ນການຊ່ວຍເຫລືອ ອັນລໍ້າຄ່າດ້ານການແພດ, ການສົ່ງຊ່ຽວຊານ ມາຊ່ວຍເຫລືອ ໃນໄລຍະ ການລະບາດ ຂອງພະຍາດໂຄວິດ-19, ການຊ່ວຍເຫລືອ ໃນການສະໜອງວັກຊິນ ຕ້ານໂຄວິດ-19 ຈໍານວນຫລາຍລ້ານຫລອດ ອັນໄດ້ປະກອບສ່ວນ ສໍາຄັນເຂົ້າໃນການສະກັດກັ້ນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ. ຍ້ອນມີການມາລົງທຶນ ຂອງຈີນຢູ່ລາວ ຈຶ່ງໄດ້ເຮັດໃຫ້ເສດຖະກິດ ຂອງລາວຂະຫຍາຍຕົວ. ປັດຈຸບັນ, ສປ ຈີນ ກໍກາຍເປັນອັນດັບໜຶ່ງ ຂອງນັກລົງທຶນຕ່າງປະເທດ ທີ່ມາລົງທຶນຢູ່ສປປ ລາວ. ທັງໝົດນັ້ນ, ສະແດງໃຫ້ພວກເຮົາ ໄດ້ເຫັນວ່າຈະບໍ່ ມີຫຍັງ ເປັນອຸປະສັກ ຂັດຂວາງເສັ້ນທາງກ້າວເດີນ ຕາມອຸດົມຄະຕິ ຂອງສອງປະເທດ ລາວ-ຈີນ, ການພົວພັນຮ່ວມມື ຊ່ວຍເຫລືອຂອງຈີນ ກັບປະເທດລາວ ເພື່ອຊຸກຍູ້ການພັດທະນາ ຂອງປະເທດລາວນັ້ນ ເປັນປັດໄຈໜຶ່ງທີ່ສໍາຄັນຂອງສປ ຈີນ.

ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮວ່ມມື ແບບຄູ່ຮວ່ມຍຸດທະສາດ ຮອບດ້ານຕາມທິດ4 ດີ ແລະ ຄູ່ຮວ່ມຊາຕາກຳລາວ-ຈີນທີ່ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງໄດ້ຮັບການເສີມຂະ ຫຍາຍ ພັດທະນາຍິ່ງໆຂຶ້ນ./.



KPL

ຂ່າວອື່ນໆ

ads
ads

Top