ຂປລ
ຂປລ. ທ່ານ ດຣ. ບຸນແຝງພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສຳເລັດການລົງຕິດຕາມ ແລະ ຢ້ຽມຢາມໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ ລວມທັງໝົດ 15 ແຫ່ງ, ໃນລະຫວ່າງວັນທີ 19-25 ກັນຍາ ທີ່ຜ່ານມາ.

ຂປລ. ທ່ານ ດຣ. ບຸນແຝງພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສຳເລັດການລົງຕິດຕາມ ແລະ ຢ້ຽມຢາມໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ ລວມທັງໝົດ 15 ແຫ່ງ, ໃນລະຫວ່າງວັນທີ 19-25 ກັນຍາ ທີ່ຜ່ານມາ. ທ່ານ ລັດ ຖະມົນຕີ ໄດ້ລົງຕິດຕາມກວດກາ ຄຸນນະພາບຂອງ ການບໍລິການ ແລະ ຂອງພະນັກງານ ຂະແໜງສາທາລະນະສຸກ, ຈຸດກວດກາ ສຸຂະພາບຕາມຊາຍແດນ ແລະ ວຽກງານການສັກວັກຊີນ ກັນພະຍາດໂຄວິດ-19 ເພື່ອຊອກຫາທາງໃນການປັບປຸງ ແລະ ແກ້ໄຂວຽກງານ ທາງດ້ານສາທາລະນະສຸກ ໃນຕໍ່ໜ້າ.
ພາຍຫລັງ ໄດ້ຮັບຟັງຄຳເຫັນຈາກໜ່ວຍງານຕ່າງໆ, ທ່ານ ລັດຖະມົນຕີ ໄດ້ມີຄຳເຫັນວ່າພະນັກງານ ຂະແໜງສາທາລະນະສຸກ ຂອງພວກເຮົາໄດ້ເຮັດວຽກຢ່າງໜັກ, ພ້ອມທັງໄດ້ປະເຊີນກັບ ສິ່ງທ້າທາຍຫລາຍຢ່າງ ໃນການເບິ່ງແຍງ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ. ພວກເຮົາໄດ້ປະສົບ ຜົນສຳເລັດຢ່າງຫລວງຫລາຍ ໃນຫລາຍຂົງເຂດບຸລິມະສິດ ໂດຍສະເພາະ ແມ່ນວຽກງານທາງດ້ານ ສຸຂະພາບຂອງແມ່ ແລະ ເດັກ. ເຖິງຢ່າງໃດກໍຕາມ, ພວກເຮົາຍັງຈຳເປັນ ຕ້ອງຊອກຫາວິທີທາງ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານທັກສະໃຫ້ ແກ່ພະນັກງານ, ຈັດສັນຄົນໃຫ້ເໝາະສົມ ກັບວຽກງານ, ໃນສະຖານທີ່ທີ່ມີຄວາມຕ້ອງ ການພວກເຂົາເຈົ້າທີ່ສຸດ. ເຖິງເວລາແລ້ວທີ່ພວກເຮົາ ຕ້ອງເພີ່ມຄວາມພະຍາຍາມ ເພື່ອປິດຊ່ອງວ່າງ ຂອງວຽກງານການສັກວັກຊີນ, ບໍ່ວ່າຈະເປັນວັກຊີນກັນ ພະຍາດໂຄວິດ-19 ແລະ ວັກຊີນປົກກະຕິ. ສິ່ງທີ່ເປັນໝາກຫົວໃຈ ຂອງສິ່ງທ້າທາຍເຫລົ່ານີ້ ແມ່ນການຮັບຟັງສຽງ ຂອງຜູ້ທີ່ເຮັດວຽກ ໃນຊຸມຊົນ ເຊິ່ງກຸ່ມຄົນເຫລົ່ານີ້ ຈະຮູ້ວ່າເຂົາເຈົ້າຕ້ອງການຫຍັງ. ພວກເຮົາຕ້ອງຮັບຟັງສຽງ ຂອງເຂົາເຈົ້າ ເພື່ອເປັນແນວທາງ ໃນການສ້າງການບໍລິການ ສາທາລະນະສຸກ ທີ່ມີຄຸນນະພາບ ແລະ ສາມາດເຂົ້າເຖິງໄດ້.
ທ່ານ ລັດຖະມົນຕີ, ພ້ອມດ້ວຍ ທ່ານນາງ ດຣ. ຢິງຣູ ແຈັກເກີລີນໂລ ຜູ້ຕາງໜ້າອົງການອະນາໄມໂລກ ແລະ ທ່ານ ອຶນ ຢອງຄິມ ຜູ້ຕາງໜ້າອົງການ ໂກຟີປະຈຳສປປ ລາວ, ໄດ້ຮ່ວມເດີນທາງໃນຄັ້ງນີ້ ແລະ ປຶກສາຫາລື ກ່ຽວກັບບັນດາໂຄງການ ທີ່ໄດ້ຮັບຜົນສຳເລັດ ແລະ ວິທີແກ້ໄຂບັນຫາ ໃນອະນາຄົດ. ການຕິດຕາມໃນຄັ້ງນີ້ ລວມມີການຢ້ຽມຢາມ ຊຸມຊົນຕ່າງໆ ທີ່ໄດ້ຮັບການສະໜັບສະໜຸນ ຈາກໂຄງການ CONNECT- ໂຄງການຈາກກະຊວງ ສາທາລະນະສຸກ ແລະ ກະຊວງພາຍໃນ, ພາຍໃຕ້ການຊ່ວຍເຫລືອ ຈາກອົງການອະນາໄມໂລກ. ໂຄງການນີ້ ໄດ້ນຳພາບັນດາ ຜູ້ນຳໃນຊຸມຊົນ, ຜູ້ນຳຈາກບັນດາ ເຜົ່າຕ່າງໆ, ລວມທັງພະນັກງານ ສາທາລະນະສຸກ ແລະ ອຳນາດ ການປົກຄອງທ້ອງຖິ່ນ ໃຫ້ເຮັດວຽກຮ່ວມກັນ ເພື່ອປັບປຸງແຜນວຽກ ທາງດ້ານສາທາລະນະສຸກ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນ ເຊິ່ງກັນ ແລະ ກັນ. ໝາກຜົນຂອງໂຄງການນີ້ ສະແດງໃຫ້ເຫັນວ່າ ມັນໄດ້ຊ່ວຍໃຫ້ອັດຕາ ການຮັບວັກຊີນ ກັນພະຍາດໂຄວິດ-19 ສູງຂຶ້ນໃນຫລາຍຊຸມຊົນ ແລະ ບັນລຸເຖິງ 100% ໃນກຸ່ມຄົນທີ່ມີຄວາມສ່ຽງສູງ.
ທ່ານນາງ ດຣ. ຢິງຣູ ແຈັກເກີລີນໂລ ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກປະທັບໃຈຫລາຍ ທີ່ໄດ້ເຫັນພະຍາບານ ແລະ ພະນັກງານຂະແໜງ ສາທາລະນະສຸກ ຫລາຍໆທ່ານຮັບຟັງ ຊຸມຊົນຂອງພວກເຂົາ ແລະ ປັບປຸງວຽກງານຂອງພວກເຂົາ ເພື່ອໃຫ້ເຂົ້າກັບ ຄວາມຕ້ອງການຂອງປະຊາຊົນ. ເຖິງວ່າຈະບໍ່ມີຊັບພະຍາກອນ ຈາກພາຍນອກ, ພວກເຂົາກໍຍັງສາມາດເຮັດໃຫ້ ສຸຂະພາບຂອງປະຊາຊົນດີຂຶ້ນ ແລະ ສາມາດຊ່ວຍຊີວິດ ຂອງຫລາຍໆຄົນ. ໃນຂະນະດຽວກັນ, ພວກເຮົາກໍຍັງເຫັນເຖິງ ຄວາມຈຳເປັນ ທີ່ຈະຕ້ອງປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ດ້ວຍການເພີ່ມອັດຕາ ປົກຄຸມຂອງວັກຊີນ ໃຫ້ໄດ້ເຕັມອັດຕາ. ວັກຊີນສາມາດຮັກສາຊີວິດ ແລະ ປົກປ້ອງຄອບຄົວ ຂອງທຸກຄົນ. ຖ້າຫາກຄົນໃນຄອບຄົວຂອງທ່ານ ຍັງບໍ່ທັນໄດ້ຮັບວັກຊີນ, ກະລຸນາໄປຮັບວັກຊີນໃນທັນທີ. ພວກເຮົາຫວັງຢ່າງຍິ່ງ ວ່າຈະສາມາດສືບຕໍ່ ສະໜັບສະໜຸນ ກະຊວງສາທາລະນະສຸກ ໂດຍສະເພາະ ໃນການສົ່ງເສີມທັກສະ ແລະ ຄວາມອາດສາມາດ ໃຫ້ແກ່ພະນັກງານ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ຮັບປະກັນ ການໃຫ້ບໍລິການ ທາງດ້ານສາທາລະນະສຸກ ໃຫ້ແກ່ທຸກຄົນ ໃນທົ່ວປະເທດ.
ໃນປັດຈຸບັນ, ອັດຕາການປົກຄຸມ ຂອງວັກຊີນກັນພະຍາດ ໂຄວິດ-19 ທົ່ວປະເທດໄດ້ກວມເອົາທັງໝົດ 72%, ໃນນີ້ ກຸ່ມຜູ້ສູງອາຍຸ ແລະ ພະນັກງານຂະແໜງ ສາທາລະນະສຸກ ໄດ້ຮັບການປົກປ້ອງກວມເອົາ 74,3% ແລະ 95,5% ຕາມລຳດັບ. ແຕ່ກົງກັນຂ້າມ, ອັດຕາປົກຄຸມຂອງວັກຊີນ ຮອບປົກກະຕິ ຊ້ຳພັດຫລຸດລົງ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19. ພາຍຫລັງການຕິດຕາມ ແລະ ຢ້ຽມຢາມໂຮງໝໍຫລາຍແຫ່ງ, ຜູ້ຕາງໜ້າອົງການໂກຟີ ປະຈຳສປປລາວ ໄດ້ກ່າວວ່າ: ພວກເຮົາຮູ້ສຶກດີໃຈຫລາຍ ທີ່ໄດ້ເຫັນໝາກຜົນ ທີ່ພວກເຮົາໄດ້ປະຕິບັດ ໂດຍສະເພາະ ວຽກງານສຸຂະພາບແມ່ ແລະ ເດັກ ເຊິ່ງເຮັດໃຫ້ບໍ່ມີໂຕເລກ ເສຍຊີວິດໃນປີນີ້. ພະນັກງານທຸກຄົນ ມີຄວາມຮັບຜິດຊອບ ໃນໜ້າທີ່ທີ່ໄດ້ຮັບມອບໝາຍ ແລະຊອກຫາຄວາມຊ່ວຍເຫລືອ ໄດ້ຢ່າງໄວວາ ໃນກໍລະນີ ທີ່ເກີນຄວາມສາມາດ ໃນການປີ່ນປົວຂອງພວກເຂົາ. ຜົນງານໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມເຂັ້ມແຂງ ຂອງການປະສານງານ ລະຫວ່າງ ອົງການໂກຟີ, ກະຊວງສາທາລະນະສຸກ ແລະ ຂະແໜງການ ສາທາລະນະສຸກຂັ້ນທ້ອງຖິ່ນ.
KPL