ຂປລ
ຝຣັ່ງ ຈັດພິທີ ເດີນສວນສະໜາມ ປະຈຳປີ ເພື່ອສະເຫລີມ ສະຫລອງ ວັນຊາດ 14 ກໍລະກົດນີ້ ຢ່າງຍິ່ງໃຫຍ່ ໂດຍມີ ທ່ານ ມານູເອລ ມາຄຣົງ, ປະທານາທິບໍດີ ຝຣັ່ງ ພ້ອມດ້ວຍ ພັນລະຍາ, ບັນດາຜູ້ນຳ ຈາກຫລາຍປະເທດ ທົ່ວໂລກ ແລະ ຄະນະທູດ ຕ່າງປະເທດ ເຂົ້າຮ່ວມ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ປາຣີ, ຝຣັ່ງ ຈັດພິທີ ເດີນສວນສະໜາມ ປະຈຳປີ ເພື່ອສະເຫລີມ ສະຫລອງ ວັນຊາດ 14 ກໍລະກົດ ຂອງທຸກປີ ຢ່າງຍິ່ງໃຫຍ່ ໂດຍມີ ທ່ານ ມານູເອລ ມາຄຣົງ, ປະທານາທິບໍດີ ຝຣັ່ງ ພ້ອມດ້ວຍ ພັນລະຍາ, ບັນດາຜູ້ນຳ ຈາກຫລາຍປະເທດ ທົ່ວໂລກ ແລະ ຄະນະທູດ ຕ່າງປະເທດ ເຂົ້າຮ່ວມ ຮັບຊົມ ຂະບວນແຫ່ ດັ່ງກ່າວ ຊຶ່ງລວມມີ ການສະແດງ ການບິນ ດ້ວຍ ເຮືອບິນເຈັດ ຂອງກອງທັບອາກາດຝຣັ່ງ, ລົດຫຸ້ມເກາະ, ກອງກຳລັງ ຮັກສາຄວາມປອດໄພ ພົນລະເຮືອນ,ລວມທັງ ໝາກູ້ໄພທະຫານ,ທະຫານມ້າ ແລະ ເຈົ້າໜ້າທີ່ ຕຳຫລວດ ຮ່ວມກັນ ສະແດງ ກ້ອນກຳ ລັງ ຢ່າງເປັນຂະບວນຟົດຟື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL