ຮອງນາຍຍົກລັດຖະມົນຕີ ຢ້ຽມຢາມສູນບຳບັດ ຢາເສບຕິດ ບ້ານໜອງບູ່ຫີນ ເມືອງສາລະວັນ

10/07/2025 20:26
Email Print 539
ຂປລ ຂປລ. ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍຍົກລັດຖະມົນຕີ, ປະ ທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມສູນບຳບັດຢາເສບຕິດ ຢູ່ບ້ານໜອງຍູ່ຫີນ ເມືອງ ແລະ ແຂວງສາລະວັນ



ຂປລ. ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍຍົກລັດຖະມົນຕີ
, ປະ ທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມສູນບຳບັດຢາເສບຕິດ ຢູ່ບ້ານໜອງຍູ່ຫີນ ເມືອງ ແລະ ແຂວງສາລະວັນ ​ໂດຍ​ມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ, ການນຳແຂວງ, ເມືອງ, ບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ.

ທ່ານ ພັນເອກ ຄໍຳໂກ້ ທົງຄໍຳຫານ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົນ ແຂວງໄດ້​ໃຫ້​ຮູ້ວ່າ: ສູນປີ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ບ້ານໜອງບູ່ຫີນ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຫ້ອງຕຳຫລວດ ແລະ ກອງບັນຊາການ ປກສ ແຂວງກ່ຽວກັບການຄົ້ນຄວ້າ, ກຳນົດຫລັກ ການກ່ຽວກັບການບໍລິການປິ່ນປົວ, ຂັ້ນຕອນການປິ່ນປົວ, ໄລຍະຟື້ນຟູ, ການໃຫ້ຄຳປຶກສາ, ການຝຶກວິຊາຊິບ, ການຕິດຕາມ ຜູ້ປິ່ນປົວທີ່ຫາຍດີແລ້ວກັບຄືນສູ່ຄອບຄົວ ແລະ ສັງຄົມ, ສູນແຫ່ງນີ້່ມີເນື້ອທີ່ທັງໝົດ 11,30 ເຮັກຕາ, ປະກອບດ້ວຍອາຄານນອນຕຶກ A ຕຶກ B ຕຶກ C, ເຮືອນພັກພະນັກງານ, ປ້ອມຍາມ, ສາມາດຮອງຮັບຜູ້ຕິດຢາເສບຕິດ ທີ່ຈະນຳເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບຈຳນວນ 356 ຄົນ,ປັດຈຸບັນມີ 30 ຄົນທີ່ເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບ.

 


ໃນໄລຍະຜ່ານມາ ຜູ້ທີ່ຖືກເຄາະຮ້າຍບັນຫາຢາເສບຕິດ ແມ່ນນຳໄປຝາກຢູ່ຄ້າຍຄຸມຂັງ ເຊິ່ງເປັນການແກ້ໄຂເບື້ອງຕົ້ນ
, ບໍ່ໄດ້ຮັບການປິ່ນປົວໄປຕາມອາການ, ເນື່ອງຈາກບໍ່ທັນມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ໃນປີ 2021 ພາຍຫລັງທີ່ພະຍາດໂຄວິດ-19 ມີການລະບາດ, ການນຳແຂວງຈຶ່ງໄດ້ມີການຕົກລົງ ໃຫ້ສ້າງສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກກະຊວງສາທາລະນະສຸກ 6 ຕື້ກີບ ແລະທຶນສົມທົບແຂວງ 500 ລ້ານກີບ ແລະ ກໍ່ສ້າງສຳເລັດໃນປີ2023. ຫລັງຈາກໂຄວິດຢຸດເຊົາ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຫັນດີເປັນເອກພາບກັນສະເໜີ ອົງການປົກຄອງແຂວງ ເພື່ອຂໍອະນຸມັດສູນປິ່ນປົວດັ່ງກ່າວ. ເພື່ອສືບຕໍ່ປັບປຸງ​ສູນ​ດັ່ງກ່າວ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ​ໄດ້ແຜນຂໍຫງົບປະມານ ນຳກະຊວງປ້ອງກັນຄວາມສະ ຫງົບ 1,3 ກວ່າກີບ ເພື່ອມາປັບປຸງຂັ້ນຫ້ອງປິ່ນປົວ, ເຮັດເຮືອນຄົວ, ເຮັດຮົ້ວອ້ອມ ແລະ ປັບປຸງພື້ນຖານໂຄງລ່າງຈຳນວນໜຶ່ງ ເພື່ອຮອງຮັບບັນດາເປົ້າໝາຍຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຟື້ນຟູ.




ໂອກາດ​ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ
, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງ, ການນຳກອງບັນການປ້ອງກັນຄວາມສະຫງົບ ທີ່ມີຄວາມພະຍາຍາມ ໃນການສຸມທຸກທຶນຮອນ ເຂົ້າໃນການກໍ່ສ້າງຈົນສຳເລັດ ແລະ ເປີດການນຳໃຊ້ສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດພາຍໃນແຂວງ. ພ້ອມ​ນີ້, ທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ບັນດາເປົ້າໝາຍຜູ້ເສບຢາເສບຕິດ ເຂົ້າມາປິ່ນປົວຟື້ນຟູ ເພື່ອໃຫ້ເຂົາເຈົ້າມີສຸຂະພາບຈິດທີ່ດີ, ມີສຸຂະພາບແຂງແຮງ, ຕິດພັນກັບການຝຶກດ້ານວິຊາຊີບ ເພື່ອກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ, ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆ​ໃນສັງຄົມ ຫລຸດໜ້ອຍຖອຍລົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ຂ່າວ-ພາບ: ຄຳສອນ ແກ້ວບຸນທະວົງ.

KPL

ຂ່າວອື່ນໆ

    • ລາວ ແລະ ນອກແວ ປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ລາວ ແລະ ນອກແວ ປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມື

      7/10/2025 8:38:31 PM

      ຂປລ. ໃນວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ(Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58

    • ສປນວ ພິຈາລະນາ ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນ ນວການເມືອງ

      ສປນວ ພິຈາລະນາ ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນ ນວ

      7/10/2025 8:31:56 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ຊຸດທີ II ວັນທີ 10 ກໍລະກົດ 2025 ນີ້, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ສະເໜີຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ (ນວ).

    • ທູດ ລາວ ປະຈໍາ ຍີ່ປຸ່ນ ຕ້ອນຮັບ ອະດີດອາສາສະໝັກ JICAການເມືອງ

      ທູດ ລາວ ປະຈໍາ ຍີ່ປຸ່ນ ຕ້ອນຮັບ ອະດີດອາສາສະໝັກ JICA

      7/10/2025 7:54:01 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ໂອນິຊິ ໂນຣິໂອະ (ONISHI Norio) ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ

    • ລາວ-ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍການເມືອງ

      ລາວ-ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

      7/10/2025 7:50:13 PM

      ຂປລ. ໃນຕອນເຊົ້າວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າຮັບ ປະທານອາຫານເຊົ້າ ແບບເຮັດວຽກກັບທ່ານບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສສ ຫວຽດນາມ ແລະ ທ່ານ ປຣາກໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ

    • ຮັກສາການ ຫົວໜ້າ ຄຕພ ຕ້ອນຮັບ ຜູ້ແທນ ກະຊວງການຕ່າງປະເທດຫວຽດນາມການເມືອງ

      ຮັກສາການ ຫົວໜ້າ ຄຕພ ຕ້ອນຮັບ ຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ

      7/10/2025 7:44:03 PM

      ຂປລ. ໃນວັນທີ 9 ກໍລະກົດ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນແມ້ງເກືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ

ads
ads

Top