7071

16 oy gm; 8h voIa [7totz6h cmo -k;|5 j ,]k;{s;Pfok, ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 15.07.2025 ປີທີ 24 ສະບັບທີ 6.226ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K g]0kmy dko.spj xtmkoxtgmf 8h voIa [7totrtoa d'kodkooe|5j , 3 xtgmf ]a f4t,q o8u dt-;' lld 8h voIa [m6 fxtgmfgrnj vo,y f z6h cmo]k; g0Q kIj ;,dv'xt-5 ,.spj ]q fw27;k,w;l6 '3]d 7A 'mu 12 ]k;{l gdq ks]u Ij ;,,n 9a flqj 'cI''ko wxgIa f;Pd]tf6 dko16j l gdq ks]u vq '7totra d dt-;'xh v'da oxtgmf fegou o-u ;y fdkog,n v' v5 my pkocsj '-kf su o|k,|=j 4n dIa [Iv'gxa o,= ]tfq d3]d 1j k'gxa omk'dko leg]a f'ko;k'ltcf'zq o'ko{ zt]y f8tra o0v'c,j py ']k; ຂປລ. ໃນວັນທີ 14 ກໍລະກົດ 2025 ນີ້, ທ່ານ ທອງສະລິດ ມັງ ໜໍ່ເມກ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ (ສສກ) ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະພົບປະຂອງທ່ານນາງເມແກນ ໂຈນສ (Megen Jones) ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມ ແຫ່ງອົດສະຕຣາລີ ປະ ຈຳ ສປປ ລາວ ແລະ ທ່ານ ໂທມັດ ລາມມາ (Thomas Lammar) ອຸປະທູດ ແຫ່ງ ຣາຊະອານາຈັກ ລຸກ ຊຳບວກ ປະຈຳ ສປປ ລາວ ພ້ອມ ຄະນະ ໃນໂອກາດທີ່ ທ່ານ ທອງສະ ລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ ມາດຳລົງຕຳແໜ່ງເປັນ ລັດຖະມົນ ຂປລ. ໃນວັນທີ 14 ກໍລະກົດ 2025, ທີ່ສໍານັກງານຫ້ອງວ່າການ ສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ຂປລ. ງານວາງສະແດງຜົນ ງານ ແລະ ຜະລິດຕະພັນຂອງແມ່ ຍິງລາວບັນດາເຜົ່າ ເນື່ອງໃນໂອ ກາດສະເຫລີມສະຫລອງວັນສ້າງ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງຄະນະພະນັກງານ ຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ທູດ ແລະ ອຸປະທູດ ທັງສອງທ່ານ ທີ່ ໄດ້ນຳພາຄະນະ ເດີນທາງມາຢ້ຽມ ຢາມ ແລະ ພົບປະໃນຄັ້ງນີ້, ເພື່ອປຶກ ສາຫາລື ແລະ ທົບທວນຄືນການ ຮ່ວມມື ແລະ ການຊຸກຍູ້ສົ່ງເສີມ ດ້ານການສຶກສາ ຢູ່ ສປປ ລາວ ເຊິ່ງ ເປັນການປະກອບສ່ວນເຂົ້າໃນ ການຮັດແໜ້ນການພົວພັນຮ່ວມມື ດ້ານຕ່າງໆ ໂດຍສະເພາະດ້ານການ ສຶກສາ ລະຫວ່າງ ສອງປະເທດ ຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໄດ້ປີດລົງດ້ວຍ ຜົນສຳເລັດອັນຈົບງາມ ໃນວັນທີ 13 ກໍລະກົດ 2025 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ), ງານດັ່ງ ກ່າວ ໄດ້ລວມເອົາຜົນງານການ ເຄື່ອນໄຫວດ້ານຕ່າງໆ ຂອງສະຫະ ພັນແມ່ຍິງບັນດາກະຊວງ, ອົງການ 13ພາກສ່ວນຫລາຍກວ່າ40ຮ້ານ. ນອກນີ້, ຍັງມີຜະລິດຕະພັນຂອງ ສະຫະພັນແມ່ຍິງ ແຂວງ ແລະ ນະ ຄອນຫລວງ, ນັກທຸລະກິດຍິງ, ຜູ້ປະ ກອບການ, ຊາວຄ້າຂາຍເພດຍິງ. ທັງນີ້, ກໍເພື່ອແນໃສ່ສົ່ງເສີມ ແລະ 7tot-U oedv'mb oljq 'glu ,dkozt]y f ly o7h k]k; xb dlksk]n lqj 'glu ,dkozt]y f ຂປລ. ກອງປະຊຸມຄະນະຊີ້ນໍາ ກອງທຶນສົ່ງເສີມການຜະລິດສິນ ຄ້າລາວ (ກສລ) ຈັດຂຶ້ນໃນທ້າຍ ອາທິດຜ່ານມາ, ພາຍໃຕ້ການເປັນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ຜ່ານມາ, ບໍລິສັດ ສະຕາ ໂທລະຄົມ ຫລື ຢູນີເທວ(Unitel) ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງ ຄະນະຜູ້ແທນຈາກ ສູນກາງ ຊາວໜຸ່ມກອມມູນິດໂຮ່ຈີ່ມິງ ແລະ ຄະນະຜູ້ແທນຈາກ ສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ, ພ້ອມ ດ້ວຍສະມາຊິກຊາວໜຸ່ມດີເດັ່ນ ທີ່ ເປັນຕົວແທນຂອງຊາວໜຸ່ມທົ່ວປະ ເທດ ເຂົ້າຮ່ວມ. ໂອກາດການພົບປະ, ຄະນະຜູ້ ແທນຊາວໜຸ່ມລາວ-ຫວຽດນາມ ໄດ້ຮັບຟັງການນຳສະເໜີກ່ຽວກັບ ການເດີນທາງ 15 ປີຂອງ Unitel, ຢ້ຽມຊົມຫ້ອງມູນເຊື້ອ, ພ້ອມທັງໄດ້ ແລກປ່ຽນແລະຕັ້ງຄຳຖາມໂດຍກົງ ກັບຄະນະຜູ້ບໍລິຫານຂອງ Unitel. ທ່ານ ຫງວຽນ ຮົ່ງ ມິງ ຮອງ ຜູ້ອໍານວຍການໃຫຍ່ຝ່າຍດີຈິຕອນ ບໍລິສັດ ສະຕາໂທລະຄົມ ໄດ້ເນັ້ນ ເຖິງຜົນສຳເລັດອັນໂດດເດັ່ນຂອງ Unitel ຕະຫລອດເກືອບ 15 ປີທີ່ ຜ່ານມາ ໂດຍການເປັນຜູ້ບຸກເບີກໃນ ການພັດທະນາພື້ນຖານໂຄງລ່າງ ເຄືອຂ່າຍທີ່ໃຫຍ່ທີ່ສຸດ, ຄອບຄຸມ 100% ຂອງທຸກເມືອງ/ແຂວງ, ພ້ອມທັງມີບົດບາດສໍາຄັນໃນການ ຫັນປ່ຽນດີຈິຕອນໃຫ້ແກ່ລັດຖະບານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 14-15 ກໍລະ ກົດ 2025 ນີ້, ກະຊວງປ້ອງກັນ ປະເທດ ໄດ້ເປີດກອງປະຊຸມດຳເນີນ ຊີວິດການເມືອງ ໃນໂອກາດກະ ກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນ ປະເທດ ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງ ພັກ, ເລຂາຄະນະພັກກະຊວງ, ລັດ ຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກຳມະການສູນກາງພັກ, ຄະນະພັກ-ຄະນະນໍາ ກະຊວງປ້ອງ ກັນປະເທດ, ບັນດາກົມໃຫຍ່, ຫ້ອງ ວ່າການກະຊວງປ້ອງກັນປະເທດ, ເລຂາ, ຮອງເລຂາຄະນະພັກບັນດາ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ລົດ ໄຟຄວາມໄວສູງໂລກ ຄັ້ງທີ 12 ທີ່ ນະຄອນຫລວງປັກກິ່ງ, ສປ ຈີນ ຂປລ. ໃນທ້າຍອາທິດຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນ ຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Park Yomg Cheol ເຈົ້າ ເມືອງກັງຮວາ ນະຄອນອິນຊອນ ສ ເກົາຫລີ ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ທ່ານ ໂພໄຊ ໄຊຍະສອນ ໄດ້ ສະແດງຄວາມປິຕິຍິນດີ ທີ່ໄດ້ພົບ ປະກັບ ທ່ານ Park Yomg Cheol ພ້ອມຄະນະ ໃນຄັ້ງນີ້ ໄດ້ສະແດງ ຄວາມຂອບໃຈມາຍັງ ລັດຖະບານ ສ ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ຫລາຍດ້ານ ໂດຍສະເພາະການສ້າງ ໂອກາດໃຫ້ແຮງງານລາວ ໄດ້ໄປ ເຮັດວຽກໃນຂະແໜງການຕ່າງໆ ເປັນຕົ້ນ ຂະແໜງກະສິກຳ ເຮັດໃຫ້ ແຮງງານລາວ ມີທັກສະໃນການ ເຮັດວຽກທີ່ທັນສະໄໝ, ນໍາເອົາ ຄວາມຮູ້ຄວາມສາມາດ, ທີ່ສຳຄັນ ໄດ້ມີລາຍຮັບທີ່ດີ ມາພັດທະນາ ຄອບຄົວ ແລະ ປະເທດຊາດ, ພ້ອມ ທັງຍົກສູງຄຸນນະພາບຂອງການ ຜະລິດກະສິກໍາ ເພື່ອສະໜອງພາຍ ໃນປະເທດໃຫ້ພຽງພໍ ແລະ ກ້າວໄປ ເຖິງການສົ່ງອອກຜະລິດຕະພັນກະ ສິກໍາໄປປະເທດຕ່າງໆ. ລັດຖະບານ ສປປ ລາວ ມີນະໂຍບາຍ ແລະ ໃຫ້ຄວາມສໍາຄັນໃນການສົ່ງເສີມ ອົງການ, ຫ້ອງການ, ກົມອ້ອມຂ້າງ ກະຊວງ,ກອງພົນ,ກອງບັນຊາການ ທະຫານອາກາດ, ກອງບັນຊາການ ທະຫານຊາຍແດນ,ກອງບັນຊາການ ທະຫານແຂວງ-ນະຄອນຫລວງ, ວິທະຍາຄານ, ກອງພັນໃຫຍ່, ໂຮງ ຮຽນ, ໂຮງໝໍ ແລະ ບໍລິສັດ ວິສາ ຫະກິດກອງທັບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວ ເປີດກອງປະຊຸມວ່າ: ການດໍາເນີນ ຊີວິດການເມືອງໃນຄັ້ງນີ້, ມີຄວາມ ໝາຍສໍາຄັນ ດັ່ງທີ່ພວກເຮົາໄດ້ ຮັບຮູ້ ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ມີໜ້າທີ່ນໍາພາ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ໂດຍມີຜູ້ແທນຫລາຍກວ່າ 10 ປະ ເທດ ເຂົ້າຮ່ວມ. ປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ແລະ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 15/07/2025 xtgmf]k; ເລຂາທິການໃຫຍ່...ິ່ ຂປລ. ໃນວັນທີ 13 ກໍລະກົດ 2025 ນີ້, ໃນກອງປະຊຸມຄະນະກໍາ ມະການມໍລະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການ ຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນ ພື້ນທີ່ມໍລະດົກໂລກ ແບບຮ່ວມຊາຍ ແດນກັບ ອຸທິຍານແຫ່ງຊາດຟອງ ຫຍາ-ແກບາງມໍລະດົກໂລກທາງທຳ ມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ ຢ່າງເປັນທາງການ. ການຂຶ້ນທະບຽນ ເປັນມໍລະດົກ ໂລກໃນຄັ້ງນີ້ ເກີດຈາກການຮັບ ຮອງຄຸນຄ່າທີ່ໂດດເດັ່ນລະດັບສາ ອຸທິຍານແຫ່ງຊາດ...ຸິ່ ກົນ ຂອງຫີນໜາມໜໍ່ ເຊິ່ງປະກອບ ດ້ວຍ ຄວາມເປັນໜຶ່ງໃນພູມີປະເທດ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສຽງໃຕ້; ຖໍ້າມະ ຫັດສະຈັນ ເຊບັ້ງໄຟ ທີ່ຍາວເຖິງ 6,4 ກິໂລແມັດ; ເປັນແຫລ່ງທີ່ຢູ່ ອາໄສອັນສຳຄັນຂອງສັດທີ່ຫາ ຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້. ການຍອມຮັບໃນລະດັບໂລກ ນີ້, ເປັນຜົນມາຈາກຄວາມຮ່ວມ ມືຫລາຍປີລະຫວ່າງລັດຖະບານ ລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມ ພັດທະນາສາກົນ ດ້ວຍການສະໜັບ ສະໜູນ ຢ່າງມີຍຸດທະສາດ ຈາກກະ ຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາ ທາລະນະລັດເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ. ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດ ເດັ່ນຍິ່ງຂຶ້ນ ບໍ່ແມ່ນຄວາມອຸດົມສົມ ບູນທາງລະບົບນິເວດເທົ່ານັ້ນ, ແຕ່ ມັນຍັງເປັນຕົ້ນແບບ ສໍາລັບການ ຮ່ວມມືຂ້າມຊາຍແດນ, ການເຊື່ອມ ໂຍງຂອງລະບົບນິເວດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ຄວາມສຳເລັດໃນຄັ້ງນີ້, ເປັນສິ່ງ ພິສູດວ່າ ການຮ່ວມມືລະຫວ່າງ ປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມຢ່າງຈິງຈັງ ຂອງຊຸມຊົນທ້ອງຖິ່ນ ສາມາດນຳ ໄປສູ່ຜົນລຳເລັດທາງດ້ານການ ອະນຸລັກ ແລະ ການພັດທະນາທີ່ ຍືນຍົງໄດ້ຢ່າງແທ້ຈິງ. ຂ່າວ-ພາບ : Khammouane News ກ າ ນນໍ າໜຸ່ມ ສ ຳ ລັ ບ ແ ຂວ ງ ທີ່ມີຊາຍແດນຕິດຈອດ 3 ປະ ເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະ ເພາະ ໂດຍການເປັນເຈົ້າພາບຂອງ ພັກ ປປ ລາວ ແລະ ຈັດຂຶ້ນໃນ ລະ ຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ນະຄອນຫລວງວຽງຈັນ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ ຜົນສໍາເລັດໃນການຝຶກອົບຮົມຫົວຂໍ້ ສະເພາະ ສຳລັບພະນັກງານການ ນໍາໜຸ່ມ 3 ພັກ ລາວ-ຫວຽດນາມກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນ ເຈົ້າພາບ, ເປັນການຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຜົນການພົບປະ ຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາ ປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນ ປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະ ແລກປ່ຽນບົດຮຽນໃນການພັດທະ ນາເສດຖະກິດ-ສັງຄົມ, ການທ່ອງ ທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເຊິ່ງ ເປັນການປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງແຕ່ລະປະເທດ ກໍຄື ການ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີ ພິເສດ ແລະ ການພົວພັນຮ່ວມມື ຮອບດ້ານຂອງ 3 ພັກ ແລະ ປະຊາ ຊົນ 3 ຊາດ ລາວ-ຫວຽດນາມ-ກໍາ ປູເຈຍ ໃຫ້ນັບມື້ໄດ້ຮັບການເສີມ ຂະຫຍາຍ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ສປປ ລາວ ໄດ້ຕີລາ ຄາສູງ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດ ຕັດແຍກອອກຈາກກັນໄດ້ຄືກັບ ຄຽງ 3 ຂາ, ມີມູນເຊື້ອຄວາມສາ ມັກຄີສະໜິດແໜ້ນ, ມີການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເຊິ່ງກາຍ ເປັນຊັບສົມບັດອັນລໍ້າຄ່າ, ເປັນປັດ ໄຈສໍາຄັນ ແລະ ເປັນກໍາລັງແຮງອັນ ໃຫຍ່ຫລວງທີ່ສຸດ ໃຫ້ແກ່ພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອ ກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຂອງແຕ່ລະປະເທດ ໃນປັດຈຸ ບັນ ແລະ ຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ ຊີ້ນຳໃຫ້ບັນດາການນຳໜຸ່ມຂອງ 3 ປະເທດ ສືບຕໍ່ຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນ ມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍໄດ້ເນັ້ນໜັກຕ້ອງເພີ່ມທະວີ ການປະສານງານກັນຢ່າງໃກ້ຊິດ, ການໄປມາຫາສູ່ ໂດຍສະເພາະ ຮ່ວມກັນໂຄສະນາເຜີຍແຜ່ມູນເຊື້ອ ສາຍພົວພັນອັນດີງາມດັ່ງກ່າວ ດ້ວຍຫລາຍເນື້ອໃນ, ຮູບການ ແລະ ໂອກາດ ເພື່ອເຮັດໃຫ້ຄົນຮຸ່ນຫລັງຢູ່ 3 ປະເທດ ລາວ-ຫວຽດນາມ-ກຳ ປູເຈຍ ໄດ້ມີຄວາມເຂົ້າໃຈຢ່າງຖືກ ຕ້ອງແລະເລິກເຊິ່ງແທ້ໆ.ພ້ອມກັນນີ້, ຍັງໄດ້ຊີ້ນຳໃຫ້ການນຳແຕ່ລະແຂວງ ທີ່ມີຊາຍແດນຕິດຈອດກັນ ເພີ່ມທະ ວີການຮ່ວມມືທາງດ້ານເສດຖະ ກິດໃຫ້ແຂງແຮງກວ່າເກົ່າ ໂດຍ ອີງໃສ່ທ່າແຮງບົ່ມຊ້ອນຂອງແຕ່ ລະແຂວງທີ່ເຫັນວ່າຍັງມີຢ່າງ ຫລວງຫລາຍ. ສຳຄັນແມ່ນພ້ອມກັນ ປົກປັກຮັກສາເສັ້ນຊາຍແດນ ລະ ຫວ່າງ 3 ປະເທດຂອງພວກເຮົາ ໃຫ້ເປັນເສັ້ນຊາຍແດນແຫ່ງ ສັນຕິ ພາບ, ມິດຕະພາບ ແລະ ການພັດທະ ນາທີ່ຍືນຍົງຕໍ່ໄປໃນອະນາຄົດ. ໃນໂອກາດນີ້, ຕາງໜ້າສໍາມະ ນາກອນຂອງ 3 ປະເທດ ໄດ້ສະ ແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ເຕັມໄປດ້ວຍໄມຕີ ຈິດມິດຕະພາບອັນດູດດື່ມແລະການ ໃຫ້ທິດຊີ້ນຳ ຂອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສະແດງເຖິງການ ໃຫ້ຄວາມສຳຄັນ ແລະ ເປັນຫ່ວງ ເປັນໃຍທີ່ມີຕໍ່ຄະນະ, ພ້ອມທັງຈະ ນໍາເອົາທິດຊີ້ນໍາ ທີ່ເປັນດັ່ງເຂັມທິດ ເຍືອງທາງ ນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ ເກີດດອກອອກຜົນ, ປະກອບສ່ວນ ສໍາຄັນເຂົ້າໃນການພົວພັນຮ່ວມມື ຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢືນຢັນຈະເຮັດສຸດ ຄວາມສາມາດຂອງຕົນ ຮ່ວມກັນ ໃນການປົກປົກຮັກສາ, ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ປະ ກອບສ່ວນເຂົ້າໃນການສ້າງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມ ມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ຍັງໄດ້ຝາກຄວາມຢື້ຢາມ ຖາມຂ່າວ ແລະ ອວຍພອນໄຊອັນ ລາວ-ອົດສະຕຣາລີ ແລະ ລາວລຸກຊຳບວກ ໃຫ້ໄດ້ຮັບການພັດທະ ນາ ແລະ ແຕກດອກອອກຜົນຂຶ້ນໄປ ເລື້ອຍໆ. ພ້ອມນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ດ້ານການສຶກສາກໍຄືວຽກງານການ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານ ການສຶກສາ ຂອງສອງປະເທດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານອົດສະຕຣາລີ ແລະ ລຸກຊຳບວກ ທີ່ໄດ້ໃຫ້ການສະໜັບ ສະໜູນ, ຊຸກຍູ້ສົ່ງເສີມຊ່ວຍເຫລືອ ດ້ານການສຶກສາ ແກ່ ສປປ ລາວ ມາໂດຍຕະຫລອດ ເຮັດໃຫ້ລະບົບ ການສຶກສາ ກໍຄື ວຽກງານການ ສຶກສາ ຢູ່ ສປປ ລາວ ໄດ້ຮັບການ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານທູດອົດສະຕຣາລີແລະອຸປະ ທູດລຸກຊຳບວກ ປະຈຳລາວ ຕ່າງ ກໍໄດ້ສະແດງຄວາມຂອບ ໃຈຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ ທ່ານ ທອງສະລິດ ມັງໜໍ່ ເມກ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳ ລົງຕຳແໜ່ງ ເປັນລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ຄົນ ໃໝ່. ພ້ອມທັງຢືນຢັນວ່າຈະສືບຕໍ່ໃຫ້ ການຮ່ວມມື, ສະໜັບສະໜູນ, ຊ່ວຍ ເຫລືອດ້ານການສຶກສາ ແກ່ ສປປ ລາວກໍຄືຮ່ວມມືກັບກະຊວງສຶກສາ ທິການ ແລະ ກິລາ ເພື່ອພັດທະນາ ວຽກງານການສຶກສາ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາຂຶ້ນໄປເລື້ອຍໆ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລັດຖະມົນຕີກະຊວງ ສສກ...ັົີ ການພົວພັນຕ່າງປະເທດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ, ບັນດາລັດຖະມົນຕີ, ຮອງລັດຖະມົນ ຕີ ແລະ ຄະນະກຳມະການ ກສລ ເຂົ້າຮ່ວມ. ຄະນະຊີ້ນຳ...ີ້ ສ້າງໂອກາດໃຫ້ເອື້ອຍແມ່ຍິງ ມາ ວາງຈໍາໜ່າຍຜະລິດຕະພັນທີ່ມີ ຄວາມໂດດເດັ່ນ ແລະ ເປັນເອກະ ລັກຂອງແຕ່ະທ້ອງຖິ່ນ. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນ ກາງສະຫະພັນແມ່ຍິງລາວ ໄດ້ກ່າວ ວ່າ: ງານວາງສະແດງຄັ້ງນີ້, ໄດ້ ດຳເນີນເປັນເວລາ 7 ວັນ ນັບແຕ່ ວັນທີ 7-13 ກໍລະກົດ ເຊິ່ງເຕັມໄປ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ. ການສະເຫລີມສະຫລອງວັນສ້າງ ຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້ ມີຫລາຍກິດຈະກໍາປິ່ນອ້ອມ ຕິດພັນກັບຂະບວນການສະເຫລີມ ສະຫລອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ແລະ ເປັນກິດ ຈະກຳເພື່ອການພັດທະນາ ເປັນຕົ້ນ ການຈັດປາຖະກະຖາຫວນຄືນມູນ ເຊື້ອການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ, ສໍາມະນາ ໃຫ້ຄວາມຮູ້ທີ່ຕິດພັນກັບການພັດ ທະນາ ແລະ ປົກປ້ອງແມ່ຍິງ, ເດັກ, ການໃຫ້ຄວາມຮູ້ແມ່ຍິງກັບການ ຮັກສາສຸຂະພາບ, ແມ່ຍິງກັບວັດ ທະນະທຳ, ແມ່ຍິງກັບການເຂົ້າເຖິງ ແຫລ່ງທຶນ, ວຽກງານສິ່ງແວດລ້ອມ, ການຕ້ານ ແລະ ສະກັດກັ້ນປາກົດ ການຫຍໍ້ທໍ້ໃນສັງຄົມ, ການບໍລິຈາກ ເລືອດ, ການກວດວັດແທກສາຍ ຕາ, ສະແດງສິລະປະ ແລະ ອື່ນໆ. ໂອກາດດຽວກັນ, ຍັງມອບໃບ ຊົມເຊີຍໃຫ້ຜູ້ປະກອບສ່ວນສະໜັບ ສະໜູນແລະ ເຂົ້າຮ່ວມວາງສະແດງ ຜົນງານ ແລະ ຜະລິດຕະພັນ ເນື່ອງ ໃນໂອກາດສະເຫລີມສະຫລອງວັນ ສ້າງຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 70 ປີ ຕື່ມອີກ. ຂ່າວ: ກິດຕາ ສຳເລັດງານວາງສະແດງ...ັ ຢູນິເທວ...ູິ ແລະ ປະຊາຊົນລາວ ຜ່ານການໃຫ້ ບໍລິການຕ່າງໆ ເຊັ່ນ: U-money, LaoHealth, LaoEdu, LaoTV (LaoTV ແມ່ນແພັດຟອມທີ່ໃຫ້ ບໍລິການໂທລະພາບອອນລາຍ ແລະ ວິດີໂອຄວາມບັນເທີງຕ່າງໆທີ່ພັດ ທະນາໂດຍ Unitellao. ເປັນທີ່ ຮວບຮວມລາຍການທີ່ມີທັງລາວ ປະເສີດໄປຍັງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ແລະ ສົມເດັດ ເຕໂຈ ຮຸນ ເຊນ, ປະທານພັກປະຊາຊົນ ກໍາປູ ເຈຍ, ປະທານສະພາສູງ ກໍາປູເຈຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ ນຳພາປະເທດຊາດຫວຽດນາມ ແລະ ກໍາປູເຈຍ ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ຜັນຂະຫຍາຍນະໂຍບາຍ, ມາດຕະ ການແກ້ໄຂບັນຫາເສດຖະກິດການເງິນ, ສ້າງແນວຄິດ ເອກະລາດ ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພັກ, ລັດຖະບານ ທັງເປັນນ ການສ້າງ ແລະ ໝູນໃຊ້ທຸກທ່າແຮງ ບົ່ມຊ້ອນ, ຊັບພະຍາກອນພາຍໃນ, ບັນດາກາລະໂອກາດ, ໃຫ້ສາມາດ ໝູນໃຊ້ເຕັກນິກ ທີ່ທັນສະໄໝເຂົ້າ ໃສ່ການຜະລິດ ເພື່ອຍົກສູງຄຸນນະ ພາບ, ມາດຕະຖານ, ສ້າງໃຫ້ປະ ເທດເຮົາມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນເຂັ້ມແຂງ, ຮັບປະກັນໄດ້ຄວາມຍືນຍົງສາມາດ ຕອບສະໜອງໄດ້ແກ່ການຊົມໃຊ້ ພາຍໃນ ແລະ ສົ່ງອອກ ເພື່ອພັດທະ ນາໃຫ້ເປັນສິນຄ້າ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ກ່າວ ວ່າ: ການສະໜັບສະໜູນຊ່ວຍເຫລືອ ຜູ້ປະກອບການທີ່ເປັນຈຸນລະວິສາ ຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ຫລື MSME ໃນຂອບເຂດທົ່ວປະເທດໄລຍະຜ່ານ ມາ ສາມາດສະໜອງທຶນໃຫ້ໄດ້ 3.357 ຫົວໜ່ວຍ ເຊິ່ງເຫັນວ່າເປັນ ຜົນງານອັນສໍາຄັນ. ແຕ່ເຖິງຢ່າງ ໃດກໍຕາມ ຖ້າສົມທຽບໃສ່ຄວາມ ຕ້ອງການໃນການເຂົ້າເຖິງແຫລ່ງ ທຶນ ເພື່ອຊຸກຍູ້ການຜະລິດເປັນສິນ ຄ້າເຫັນວ່າຍັງເປັນໂຕເລກທີ່ບໍ່ທັນ ສູງ ເນື່ອງຈາກມີຂໍ້ຈຳກັດຫລາຍ ຢ່າງເປັນຕົ້ນບັນດາກຸ່ມ, ສະມາຄົມ, ສະຫະກອນ, ກຸ່ມຜະລິດ ບໍ່ສາມາດ ປະຕິບັດ ຫລື ຕອບສະໜອງໄດ້ ເງື່ອນໄຂ ໃນການກູ້ຢືມກັບທະນາ ຄານທຸລະກິດ ເຊັ່ນ: ບໍ່ມີຫລັກຊັບຄໍ້າ ປະກັນ, ສະມາຊິກໃນກຸ່ມ ຫລື ສະ ຫະກອນການຜະລິດ ບໍ່ນໍາໃຊ້ຫລັກ ຊັບສ່ວນຕົວ ເພື່ອຄໍ້າປະກັນກູ້ຢືມ ເປັນສ່ວນລວມ, ລວມເຖິງອັດຕາ ດອກເບ້ຍກູ້ຢືມທີ່ສູງ ບໍ່ສອດຄ່ອງ ກັບການຜະລິດກະສິກຳ, ເຄີຍມີໜີ້ ເສຍກັບສະຖາບັນການເງິນມາກ່ອນ ຈຶ່ງບໍ່ສາມາດເຂົ້າເຖິງແຫລ່ງທຶນ ເພື່ອການຜະລິດໄດ້. ຍ້ອນເຫັນໄດ້ຂໍ້ຫຍຸ້ງຍາກດັ່ງ ກ່າວ, ລັດຖະບານ ຈຶ່ງໄດ້ມີແຈ້ງ ການ ເລກທີ 25/ຫສນຍ, ລົງວັນທີ 07 ມັງກອນ 2025 ຊີ້ນຳໃຫ້ກະ ຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງ ກ່ຽວຂ້ອງສ້າງດໍາລັດວ່າດ້ວຍການ ຄຸ້ມຄອງ ແລະ ນໍາໃຊ້ກອງທຶນຊຸກຍູ້ ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການຄົ້ນ ຄວ້າ ແລະ ລັດຖະບານ ໄດ້ຕົກລົງ ຮັບຮອງເອົາດຳລັດກອງທຶນສົ່ງ ເສີມການຜະລິດສິນຄ້າລາວ ຫລື ດຳລັດ 483/ນຍ ໃນເດືອນມິຖຸນາ 2025 ເພື່ອເປັນບ່ອນອີງໃນການ ຄຸ້ມຄອງກອງທຶນ ແລະ ຊຸກຍູ້ການ ຜະລິດເປັນສິນຄ້າຂອງລາວ ໃຫ້ດີ ຂຶ້ນ ແລະ ສາມາດຕອບສະໜອງ ຄວາມຕ້ອງການພາຍໃນ ໃນຕໍ່ໜ້າ ໃຫ້ຫລາຍຂຶ້ນ. ຂ່າວ: ຄຳແສງ ແກ້ວປະເສີດ ແລະ ຕ່າງປະເທດ ທີ່ຜູ້ໃຊ້ສາມາດ ເຂົ້າຊົມໄດ້ທຸກເວລາຜ່ານແອບພີ ເຄຊັນ), LaoApp ແລະ ອື່ນໆ. ພ້ອມກັນນັ້ນ, Unitel ຍັງໄດ້ສ້າງ ວຽກເຮັດງານທໍາໃຫ້ແກ່ພະນັກ ງານປະມານ27.000ຄົນແລະ ໄດ້ ປະກອບສ່ວນຢ່າງຫລວງຫລາຍ ໃນກິດຈະກຳເພື່ອສັງຄົມ. ໃນຕອນທ້າຍຂອງພິທີ, ທ່ານ ຫງວຽນ ຮົ່ງ ມິງ ໄດ້ມອບ-ຮັບ ຂອງຂວັນທີ່ລະນຶກໃຫ້ແກ່ ຄະນະຜູ້ ແທນຈາກສູນກາງຊາວໜຸ່ມກອມ ມູນິດໂຮ່ຈີ່ມິງ ແລະ ຄະນະຜູ້ແທນ ຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ການພົບປະຄັ້ງນີ້, ເປັນການຢືນ ຢັນເຖິງຈິດໃຈມິດຕະພາບອັນຍິ່ງ ໃຫຍ່ ແລະ ຄວາມຮ່ວມມືພິເສດ ລະ ຫວ່າງສອງປະເທດ ລາວ-ຫວຽດ ນາມ ທີ່ສືບສານໂດຍຄົນຮຸ່ນໃໝ່. ໃນພິທີເປີດກອງປະຊຸມ, ທ່ານ ສົມມາດ ພົນເສນາ ໄດ້ມີຄຳເຫັນ ໂດຍເນັ້ນໜັກເຖິງຜົນສຳເລັດຂອງ ການກໍ່ສ້າງເສັ້ນທາງລົດໄຟ ລາວຈີນ ເປັນຄວາມຝັນອັນຍາວນານ ຂອງປະເທດລາວ ເຊິ່ງທ່ານໄດ້ ກ່າວວ່າ: ພັກ ແລະ ລັດຖະບານລາວ ມີແນວທາງນະໂຍບາຍແລະ ຄວາມ ຫວັງອັນສູງສົ່ງ ທີ່ຢາກຈະປ່ຽນ ຂໍ້ຈຳກັດຂອງປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ໃຫ້ກາຍເປັນ ປະເທດທີ່ເຊື່ອມຈອດກັບບັນດາ ປະເທດທົ່ວໂລກ. ສິ່ງນີ້ ແມ່ນສອດ ຄ່ອງກັບແນວຄິດ “ໜຶ່ງແລວໜຶ່ງ ເສັ້ນທາງ” ຂອງທ່ານເລຂາທິການ ໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຊິ່ງສະແດງເຖິງການຈັດຕັ້ງປະຕິ ບັດແນວຄວາມຄິດຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນ. ທ່ານ ສົມມາດ ພົນເສນາ ໄດ້ຢໍ້າ ອີກວ່າ: ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງຍຸດທະສາດ ທີ່ເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນ ເສັ້ນທາງທີ່ເຊື່ອມຕໍ່ ສປປ ລາວ ກັບ ໂລກພາຍນອກ ໂດຍຜ່ານ ສປ ຈີນ. ເພື່ອຢືນຢັນເຖິງຄວາມສຳຄັນຂອງ ໂຄງການນີ້, ທ່ານໄດ້ກ່າວເຖິງຄຳ ເວົ້າຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ກ່າວວ່າ “ເສັ້ນທາງລົດໄຟ ລາວຈີນ ເປັນເສັ້ນທາງທີ່ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ສະຕະວັດທີ 21” ພ້ອມກັນນີ້, ທ່ານຍັງໄດ້ຍົກຄຳເວົ້າ ຂອງ ທ່ານ ສີ ຈິ້ນຜິງ ກ່າວໃນພິທີ ເປີດເສັ້ນທາງລົດໄຟ ລາວ-ຈີນ ທີ່ ວ່າ “ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດ ພູກໍຈະບໍ່ສູງ ເສັ້ນ ທາງກໍຈະບໍ່ຍາວໄກ.” ຂ່າວ-ພາບ: ສພຊ ຜູ້ແທນລາວ...ູ້ ປະຊາຊົນຜູ້ທີ່ປະກອບອາຊີບກະ ສິກໍາ ໂດຍສະເພາະຜູ້ທີ່ອາໄສໃນ ຂົງເຂດຊົນນະບົດ ໃຫ້ມີໂອກາດ ໃນການເຂົ້າເຖິງການພັດທະນາສີມື ແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະ ສິກໍາ ຊຶ່ງແນ່ນອນວ່າ ສ ເກົາຫລີ ກໍແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ ລັດຖະບານລາວ ມີເຈດຈໍານົງໃນ ການຮ່ວມມືໃນຫລາຍດ້ານ ລວມ ທັງການຈັດສົ່ງແຮງງານລາວ ໄປ ເຮັດວຽກໃນຂົງເຂດກະສິກໍາ ເພື່ອ ຖ່າຍທອດເອົາຄວາມຮູ້ ແລະ ປະສົບ ການ ຂອງກະສິກອນ ສ ເກົາຫລີ ເພື່ອມາພັດທະນາບ້ານເກີດເມືອງ ນອນຂອງເຂົາເຈົ້າ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຈັດ ສົ່ງຜູ້ອອກແຮງງານລາວ ໄປເຮັດ ວຽກຢູ່ ສ ເກົາຫລີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ(ຮສສ) ແລະ ເມືອງ ກັງວອນ ສ ເກົາຫລີ ຕາງໜ້າເຊັນ ໂດຍ ທ່ານ ນາງ ອານຸສອນ ຄຳສິງ ສະຫວັດ ຫົວໜ້າກົມການຈັດຫາ ງານ ກະຊວງ ຮສສ ແລະ ທ່ານ ParkYomgCheol ເຈົ້າເມືອງກັງ ຮວາ ສ ເກົາຫລີ, ມີຄະນະພະແນກ, ວິຊາການກົມການຈັດຫາງານ, ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ຫົວໜ້າກົມການ ຈັດຫາງານ ກະຊວງ ຮສສ ໄດ້ລາຍ ງານກ່ຽວກັບການຈັດສົ່ງແຮງ ງານລາວ ໄປເຮັດວຽກຕາມລະດູ ການທີ່ ຢູ່ ປະເທດ ສ ເກົາຫລີ ນັບ ແຕ່ເດືອນພຶດສະພາ 2022 ມາຮອດ ປັດຈຸບັນ, ກົມການຈັດຫາງານ ໄດ້ມີບົດບັນທຶກການຮ່ວມມື ຢູ່ 2 ແຂວງ ແລະ 80 ເມືອງ, ສາມາດ ຈັດສົ່ງແຮງງານລາວ ໄປເຮັດວຽກ ຕາມລະດູການຢູ່ ສ ເກົາຫລີ ທັງ ໝົດ 11.000 ກວ່າຄົນ, ຍິງ 5.000 ກວ່າຄົນ. ການຮ່ວມມືຄັ້ງນີ້, ຈະເປັນ ບາດກ້າວສໍາຄັນ ແລະ ສ້າງຜົນປະ ໂຫຍດໃຫ້ແກ່ສອງຝ່າຍ, ແຮງງານ ຂອງ ສປປ ລາວ ກໍຈະໄດ້ຮັບການ ພັດທະນາສີມືແຮງງານ ແລະ ມີ ລາຍຮັບໃຫ້ແກ່ຕົນເອງ ແລະ ຄອບ ຄົວ, ພ້ອມທັງຈະຊ່ວຍຊຸກຍູ້ການ ຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ, ທັງເຮັດໃຫ້ກະສິກອນ, ເຈົ້າຂອງບັນດາຟາມ ພາຍໃນເມືອງ ຈະມີແຮງງານເຂົ້າຮັບໃຊ້ການຜະ ລິດກະສິກໍາໃຫ້ຫລາຍຂຶ້ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ ລາວ-ສ ເກົາຫລີ...ົີ

15/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ 3I'''kozt]y foEfnj , c]t oEdh vo3],k7e xtdv[lj ;ocdh w07;k,m5 dpkd0v'xt-k-q o dkog7nj vows;xt8y ;a f0v'xtmko l5 rko5 ;q ' wfh gxa o7a om5 'g8Q k3I,7;k,lk,a d7u 0v'x;'-q o]k;ma '-kf (ຂໍ້ມູນ: ສະຫວັນພັດທະນາຂ່າວ)ໍູ້ັັ່ *ຕະຫລອດໄລຍະການເຄື່ອນ ໄ ຫ ວ ປ ະ ຕິ ວັ ດ ຂ ອ ງ ປ ະ ທ າ ນ ສຸພານຸວົງ ໄດ້ເປັນຄັນທຸງໃນການ ເຕົ້າໂຮມຄວາມສາມັກຄີຂອງປວງ ຊົນລາວທັງຊາດ ເພິ່ນໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາປະສານ ສົມທົບຢ່າງກົມກຽວລະຫວ່າງ ຈິດໃຈຊາດອັນສູງສົ່ງກັບລັດທິ ມາກ-ເລນິນ, ແມ່ນຕົວແທນຂອງ ລັດທິຮັກຊາດ, ຮັກຜືນແຜ່ນດິນ, ເພິ່ນໄດ້ລົງໃກ້ຊິດຕິດແທດກັບການ ດຳລົງຊີວິດຂອງປະຊາຊົນບັນ ດາເຜົ່າ, ພ້ອມກັບບັນດາຊັ້ນຄົນ, ດຳເນີນການປະຕິວັດຕໍ່ສູ້ກູ້ຊາດເພື່ອ ຄວາມເປັນເອກະລາດ ແລະ ອິດ ສະລະພາບແຫ່ງຊາດ. ປະທານ ສຸພານຸວົງ ຖືເອົາຄວາມ ສາມັກຄີເ ປັນອັນໜຶ່ງອັນດຽວ ຂອງປະຊາຊົນບັນດາເຜົ່າເປັນ ກ້ອນກຳລັງແຮງອັນມະຫາສານ ຂອງມະຫາຊົນ, ມີຄວາມເຊື່ອໝັ້ນ ຕໍ່ກຳລັງແຮງຂອງມະຫາຊົນໃນ ການຕໍ່ສູ້ກັບພວກລ່າເມືອງຂຶ້ນທັງ ເກົ່າ ແລະ ໃໝ່, ມີຄວາມເຊື່ອໝັ້ນ *ທ່ານ ເກຍ ອູ໊ສິດທິເດດ ວິລະຊົນ ແຮງງານແຫ່ງຊາດ ເຈົ້າຂອງ ໂຮງງານຜະລິດນ້ຳດື່ມ ແລະ ນ້ຳ ກ້ອນໂລມາຄຳ ກ່າວຕໍ່ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກນະຄອນ ໄກສອນພົມວິຫານ ຄັ້ງທີ IX ເມື່ອ ບໍ່ດົນຜ່ານມານີ້ວ່າ: ເພື່ອຢັ້ງຢືນ ເຖິງການນໍາພາ-ຊີ້ນໍາ ແລະ ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກ ນະຄອນໄກສອນ ພົມວິຫານ ຄັ້ງທີ VIII ຕໍ່ການຊຸກຍູ້ ສົ່ງເສີມການຜະລິດພາຍໃນຂອງ ທຸກພາກທຸລະກິດໃຫ້ມີການເຕີບ ໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງຂຶ້ນ ໄປເລື້ອຍໆ, ກ້າວໄປສູ່ການຜະລິດ ເປັນສິນຄ້າທີ່ມີຄຸນນະພາບນັ້ນ. ເມື່ອ ປີ 1978 ເປັນຕົ້ນມາ ຄອບຄົວຕົນ ໄດ້ລິເລີ່ມເຮັດທຸລະກິດຈາກໝໍ້ຂົ້ວກາ ເຟນ້ອຍໆເປັນຂອງຕົນເອງ. ຈາກ ທຸລະກິດນ້ອຍໆດັ່ງກ່າວ ກໍ່ຄ່ອຍໆ ຂະຫຍາຍຕົວຂຶ້ນມາ ພ້ອມທັງເຮັດ ຕາມເງື່ອນໄຂ ແລະ ທ່າແຮງທີ່ຕົນ ມີໃນແຕ່ລະໄລຍະ. ດ້ວຍຄວາມເອົາໃຈໃສ່ບວກ ໃສ່ການຊຸກຍູ້ຈາກພາກລັດໃນ ໄລຍະຜ່ານມາຮອດປັດຈຸບັນນີ້, ເຮັດໃຫ້ທຸລະກິດມີການເຕີບໃຫຍ່ ຂະຫຍາຍຕົວກ້າວສູ່ລະດັບໂຮງ ງານຕ່າງຈາກເມື່ອກ່ອນທັງຄຸ້ມ ຄອງບໍລິຫານຈັດການກໍ່ມີກົດລະ ໃນໄຊຊະນະຂອງການປະຕິວັດ ຊາດ ປະຊາທິປະໄຕ ອັນມີພັກຂອງ ຊັ້ນກຳມະກອນ ແລະ ຊາວນາ ໂດຍຍຶດຖືລັດທິມາກ-ເລນິນ ເປັນ ຜູ້ຈັດຕັ້ງ ແລະ ນຳພາ, ໃນກອງ ປະຊຸມໃຫຍ່ຜູ້ແທນປະຊາ ຊົນທົ່ວ ປະເທດໃນວັນທີ 13-15 ສິງຫາ 1950 ປະທານ ສຸພານຸວົງ ໄດ້ຮັບ ເລືອກຕັ້ງໃຫ້ເປັນປະທານສູນກາງ ແນວລາວອິດສະຫລະທັງເປັນ ລັດຖະເສນາປ້ອງກັນປະເທດ ( ລັດຖະມົນຕີປ້ອງກັນປະເທດ ) ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ເອົາໂຄງການການເມືອງ 12 ຂໍ້ ເຊິ່ງສະເໜີໂດຍປະທານ ສຸພານຸວົງ, ພ້ອມດຽວກັນນັ້ນ ປະທານຍັງໄດ້ ຮຽກຮ້ອງໃຫ້ປະຊາຊົນລາວບັນດາ ເຜົ່າຈົ່ງສາມັກຄີກັນເຂົ້າເປັນອັນໜຶ່ງ ອັນດຽວດຳເນີນການຕໍ່ສູ້ກັບສັດຕູ ຜູ້ຮຸກຮານ ເພື່ອຍາດເອົາໄຊຊະນະ ມາສູ່ປະເທດຊາດໃນໄລຍະຕໍ່ມາ. ປະທານ ສຸພານຸວົງ ເປັນຜູ້ມີ ບົດບາດສຳຄັນອັນພົ້ນເດັ່ນໃນການ ຮຽກຮ້ອງປຸກລະດົມຂົນຂວາຍ ບັນດາເຈົ້າກົກ, ເຈົ້າເຫລົ່າ, ຫົວໜ້າ ຊິງຊາວບັນດາເຜົ່າ ແລະ ຊັ້ນ ຄົນຕ່າງໆເຂົ້າເປັນກ້ອນກຳລັງ ມະຫາສາມັກຄີກາຍເປັນກຳລັງ ສຳຄັນຂອງການປະຕິວັດ, ໂດຍ ອາໄສອິດທິພົນ ແລະ ບົດບາດ ຂອງປະທານໃນຖານະທີ່ເປັນເຊື້ອ ເຈົ້າຜູ້ມີນ້ຳໃຈຮັກຊາດອັນດູດດື່ມ, ໂດຍເຫັນໄດ້ຈາກພຶດຕິກຳຂອງ ການເສຍສະລະຄວາມສຸກໃນຊີວິດ ສ່ວນຕົວຂອງເພິ່ນໃນການກິ້ງເກືອກ ລີເລືອນຳຂະບວນການປະຕິວັດ, ອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເພື່ອຄວາມ ເປັນເອກະລາດແຫ່ງຊາດ ດ້ວຍ ທັດສະນະມະຫາຊົນທີ່ສາມາດເຂົ້າ ໄດ້ທຸກຊົນເຜົ່າ ແລະ ຊັ້ນຄົນໃນທົ່ວ ສັງຄົມລາວ, ນອກນັ້ນ ປະທານ ຍັງໄດ້ອອກແຮງເຄື່ອນໄຫວເຮັດ ວຽກງານການຕ່າງປະເທດ ເພື່ອ ເປີດກວ້າງການພົວພັນຮ່ວມມື ກັບບັນດາປະເທດໃນທົ່ວໂລກ, ເຕົ້າໂຮມໄດ້ກຳລັງມະຫາສາມັກຄີ ພາຍໃນ ແລະ ສາມັກຄີກັບສາກົນ ອັນໄດ້ກາຍເປັນພື້ນຖານໃຫ້ແກ່ການ ສ້າງເປັນກຳລັງແຮງສັງລວມໂຄ້ນ ລົ້ມພວກລ່າເມືອງຂຶ້ນຜູ້ຮຸກຮານໃຫ້ ປະລາໄຊ. ຊື່ສຽງຮຽງນາມ ແລະ ອິດທິພົນຂອງປະທານ ສຸພານຸວົງ ໄດ້ຕິດແໜ້ນກັບປະຫວັດສາດແຫ່ງ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວບັນດາເຜົ່າຕິດແໜ້ນກັບວຽກ ງານແນວໂຮມ, ເພິ່ນໄດ້ອຸທິດເຫື່ອ ແຮງສະຕິປັນຍາຂອງຕົນເພື່ອເຕົ້າ ໂຮມຄວາມສາມັກຄີຂອງປະຊາ ຊົນລາວບັນດາເຜົ່າຂອງບັນດາຊັ້ນ ຄົນ, ສາສະໜາ, ເພດໄວ, ໄດ້ຕັ້ງໜ້າ ເຊີດຊູນ້ຳໃຈຮັກຊາດ, ຮັກບ້ານເກີດ ເມືອງນອນ, ສ້າງຄວາມສາມັກຄີ ປອງດອງພາຍໃນຊາດ ແລະ ເຮັດ ສຳເລັດພາລະກິດຊາດຢ່າງສົມບູນ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນໃນ ວັນທີ 2 ທັນວາ 1975 ປະທານ ສຸພານຸວົງ ກໍຍັງສືບຕໍ່ເປັນຄັນທຸງ ເຕົ້າໂຮມຄວາມສາມັກຄີໃຫ້ແກ່ວຽກ ງານແນວໂຮມແຫ່ງຊາດ, ເຊິ່ງໃນ ວັນທີ 20 ກຸມພາ 1979 ກອງ ປະຊຸມໃຫຍ່ຜູ້ແທນແນວລາວຮັກ ຊາດໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງ ວຽງຈັນ, ກອງປະຊຸມໄດ້ຕົກລົງ ປ່ຽນແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດ ແລະ ປະທານ ສຸພານຸວົງ ກໍໄດ້ເລືອກຕັ້ງໃຫ້ເປັນ ປະທານແນວລາວສ້າງຊາດ. ປະ ທານ ໄກສອນ ພົມວິຫານ ຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດໄດ້ກ່າວສັນລະເສີນປະທານ ສຸພານຸວົງ ວ່າ: ໂດຍເດີນຕາມ ເສັ້ນທາງຂອງພັກຄວາມສາມາດ, ຄຸນນະທຳ ແລະ ອິດທິພົນຂອງສະ ຫາຍ ສຸພານຸວົງ ໄດ້ກາຍເປັນສິ່ງ ຊຸກຍູ້ປຸກລະດົມ ແລະ ດຶງດູດເອົາ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນ ຄົນຕ່າງໆທັງພາຍໃນ ແລະ ຕ່າງ ປະເທດປະກອບສ່ວນສ້າງກ້ອນ ກຳລັງມະຫາສາມັກຄີເປັນອັນໜຶ່ງ ອັນດຽວໃນແນວໂຮມເອກະພາບ ແຫ່ງຊາດ, ເຊິ່ງອັນນັ້ນໄດ້ເປັນປັດ ໄຈອັນໜຶ່ງໃນຫລາຍໆປັດໄຈອັນ ສຳຄັນທີ່ຮັບປະກັນໃຫ້ແກ່ໄຊຊະນະ ຂອງການປະຕິວັດເຮົາໃນແຕ່ລະ ໄລຍະ. ບຽບຂອງໂຮງງານ ແລະ ອີງໃສ່ ກົດໝາຍແຮງງານເປັນຫລັກ, ລະ ບຽບກົດໝາຍອື່ນໆ, ມີອົງການຈັດ ຕັ້ງມະຫາຊົນເຊັ່ນ: ກຳມະບານ, ແມ່ຍິງ. ຜ່ານການສູ້ຊົນພັດທະນາ ກິດຈະການຂອງຕົນໃຫ້ມີການຂະ ຫຍາຍຕົວ, ເຂັ້ມແຂງ, ສາມາດ ຜະລິດໄດ້ຫລາຍ, ມີຄຸນນະພາບ, ລາຄາເໝາະສົມ, ບໍລິການດີ. ເພື່ອ ເປັນທາງເລືອກໃຫ້ຜູ້ບໍລິໂພກນັ້ນ, ຍາມໃດກໍ່ໄດ້ສຸມທຸກກຳລັງ, ສະຕິ ປັນຍາ, ເຫື່ອແຮງ ແລະ ທຶນຮອນ ສະແຫວງຫາເຕັກນິກວິທະຍາສາດ ນະວັດຕະກຳອັນໃໝ່ເຂົ້າມານໍາ ໃຊ້ໃນຂະບວນການຜະລິດທີ່ດີ ແລະ ມີຄວາມປອດໄພຈຶ່ງເຮັດໃຫ້ ໂຮງງານຜະລິດນໍ້າດື່ມ ແລະ ນໍ້າ ກ້ອນໂລມາຄຳແຫ່ງນີ້ ໄດ້ຮັບການ ຢັ້ງຢືນຂະບວນການຜະລິດທີ່ດີ ມີຄວາມປອດໄພຈາກອົງການທີ່ ກ່ຽວຂ້ອງເຊັ່ນ: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມ ມາດຕະຖານ ແລະ ວັດແທກກະ ຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການມາດຕະຖານສາກົນ ISO 22000 ວ່າດ້ວຍລະບົບການ ຈັດການຄວາມປອດໄພອາຫານ ແລະ ນໍ້າດື່ມ ເຊິ່ງໄດ້ຮັບການຢັ້ງຢືນ ແຕ່ວັນທີ 6 ກຸມພາ 2014 ເປັນ ຕົ້ນມາ ພ້ອມທັງໄດ້ຈົດທະບຽນ ຊັບສິນທາງປັນຍາ. ທ່ານ ເກຍ ອູ໊ສິດທິເດດ ກ່າວ. ທ່ານ ເກຍອູ໊ສິດ ກ່າວຕື່ມອີກ ວ່າ: ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳມີຂະບວນການ ຜະລິດຄົບວົງຈອນ, ຜະລິດນໍ້າດື່ມ ໄດ້ 750.000 ລິດ/ວັນ, ຜະລິດ ນໍ້າກ້ອນຫລອດ-ແທ່ງໄດ້ 300 ໂຕນ/ວັນ. ປັດຈຸບັນໂຮງງານມີ ພະນັກງານ-ກຳມະກອນປະຈໍາ 186 ຄົນ, ໄດ້ຮັບເງິນເດືອນພື້ນ ຖານ, ເງິນແຮງງານຜູ້ໜຶ່ງມີລາຍໄດ້ ຂັ້ນຕໍ່າ 3,5 ລ້ານກີບຕໍ່ຄົນຕໍ່ເດືອນ ຂຶ້ນໄປ, ການເບີກຈ່າຍເງິນເດືອນ ແລະ ເງິນແຮງງານ 3 ຄັ້ງ/ເດືອນ. ສຳລັບຮູບແບບການບໍລິຫານ ຄຸ້ມຄອງຖືເອົາໂຮງງານເປັນຄອບ ຄົວໃຫຍ່ໃນການອອກແຮງງານ, ໃຫ້ຄວາມສໍາຄັນຕໍ່ຜູ້ອອກແຮງງານ, ສ້າງສີມືແຮງງານຕົວຈິງກັບທີ່, ຍົກ ລະດັບພະນັກງານ-ກຳມະກອນໃຫ້ ກາຍເປັນຜູ້ຊຳນານວຽກ ໂດຍສະ ເພາະຜູ້ໜຶ່ງຕ້ອງຮູ້ໄດ້ຫລາຍໜ້າ ວຽກ, ສາມາດທົດແທນກັນໄດ້ໃນ ຍາມມີຄວາມຈໍາເປັນ, ຫລີກເວັ້ນ ການໃຊ້ແຮງງານແບບເຫລືອບໍ່ພໍ, ຜູ້ໃດມີຄວາມສາມາດເປັນເຈົ້າການ ເປັນແບບຢ່າງໄດ້ຕ້ອງໄດ້ເລື່ອນ ຕຳແໜ່ງຮັບຜິດຊອບສູງຂຶ້ນ ພ້ອມ ປະຕິບັດນະໂຍບາຍຕາມຄວາມ ເໝາະສົມ, ໄດ້ປະຕິບັດນະໂຍບາຍ ຕ່າງໆຕໍ່ພະນັກງານ-ກຳມະກອນ ທີ່ເຮັດວຽກພາຍໃນໂຮງງານຕາມ ລະບຽບຂອງກອງທຶນປະກັນສັງ ຄົມ. ນອກຈາກນີ້ ທາງໂຮງງານ ຍັງມີກອງທຶນນະໂຍບາຍຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວລາ ເຈັບເປັນ, ພັກປິ່ນປົວ ຫລື ເສຍຊີ ວິດຈຶ່ງເຮັດໃຫ້ພະນັກງານ-ກຳມະ ກອນມີຄວາມເພິ່ງພໍໃຈ, ເຮັດວຽກ ຮ່ວມກັນມີຄວາມສາມັກຄີ, ເປັນ ປຶກແຜ່ນ ແລະ ສະຫງົບ. ນອກນັ້ນ ຍັງໄດ້ສ້າງວຽກເຮັດໃຫ້ຕົວແທນ ຈໍາໜ່າຍຫລາຍຮ້ອຍຄົນມີລາຍຮັບ ເປັນປົກກະຕິ. ທ່ານ ເກຍ ອູ໊ສິດທິເດດ ກ່າວ ອີກຕື່ມວ່າ: ມີຄວາມພາກພູມໃຈ ທີ່ສຸດທີ່ຍັງຮັກສາສິດເປັນເຈົ້າຂອງ, ຍັງເປັນເງື່ອນໄຂທີ່ດີໃຫ້ໂຮງງານ ແຫ່ງນີ້ ໄດ້ເຂົ້າຮ່ວມນໍາອົງການ ຈັດຕັ້ງໃນການຊ່ວຍເຫລືອສັງຄົມ ໂດຍສະເພາະແມ່ນໃນ 20202025 ໄດ້ປະກອບສ່ວນກໍ່ສ້າງ ສ້ອມແປງເສັ້ນທາງດິນແດງອັດ ແໜ້ນ, ທໍ່ນໍ້າລອດທາງຢູ່ 5 ບ້ານ ຂອງນະຄອນ ໄກສອນ ພົມວິຫານ 20 ເສັ້ນ, ຄວາມຍາວທັງໝົດ 19.223 ແມັດ, ມູນຄ່າ 3,79 ຕື້ ກວ່າກີບ, ໄດ້ຊ່ວຍເຫລືອສ້າງສາ ພັດທະນາພື້ນຖານໂຄງລ່າງ, ປະ ຕິສັງຂອນຢູ່ພາຍໃນນະຄອນເປັນ ມູນຄ່າກວ່າ 1,80 ຕື້ກີບ ແລະ ອື່ນໆ. ຜົນງານຕະຫລອດໄລຍະ ຜ່ານມາທີ່ໄດ້ປະກອບສ່ວນທຶນຮອນ ຊ່ວຍເຫລືອສັງຄົມນັ້ນ, ຕົນເອງໄດ້ ຮັບກຽດປະດັບຫລຽນນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດ, ປີ 2022 ໄດ້ຮັບກຽດປະດັບຫລຽນ ນາມມະຍົດວິລະຊົນແຫ່ງຊາດ ແລະ ພະນັກງານ-ກຳມະກອນ ກໍ່ໄດ້ຮັບ ການຍ້ອງຍໍຫລາຍຂັ້ນ, ໃນນາມ ໂຮງງານກໍ່ຍັງໄດ້ຮັບໂລ້ລາງວັນ ດີເດັ່ນຈາກພາຍໃນ ແລະ ພາກພື້ນ 10 ໂລ້ລາງວັນ. ຜົນງານທີ່ໄດ້ກ່າວມາຂ້າງເທິງ ນີ້, ຍ້ອນມີແນວທາງ-ນະໂຍບາຍ ອັນຖືກຕ້ອງຂອງພັກ-ລັດຖະບານ, ການປະກອບສ່ວນຂອງອໍານາດ ການປົກຄອງແຕ່ລະຂັ້ນ, ພໍ່ແມ່ ປະຊາຊົນພາຍໃນເທສະບານນະ ຄອນໄກສອນ ພົມວິຫານ ແລະ ຫລາຍພາກສ່ວນໃນສັງຄົມພ້ອມ ດ້ວຍພະນັກງານ, ກຳມະກອນ ພາຍໃນໂຮງງານເປັນພື້ນຖານ ກໍາລັງແຮງທີ່ອໍານວຍຄວາມສະ ດວກໃນການດໍາເນີນທຸລະກິດ ຈຶ່ງເຮັດໃຫ້ມີການຂະຫຍາຍຕົວ ດ້ວຍດີຕະຫລອດມາ ເຊິ່ງການ ຂະຫຍາຍຕົວຂອງທຸລະກິດດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ນະຄອນ ໄກສອນ ພົມວິຫານ ແລະ ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າຢູ່ພາຍໃນສະ ຫວັນນະເຂດ.

RkJQdWJsaXNoZXIy MTc3MTYxMQ==