ພາລະກິດຍິງສົ່ງຍານອະວະກາດຂົນສົ່ງວັດຖຸ ທ່ຽນໂຈ່ວ 9 ສຳເລັດຜົນຢ່າງຈົບງາມ

15/07/2025 19:08
Email Print 112
ຂປລ ຫ້ອງ​ການ​ ໂຄງ​ການ ​ການ​ບິນ​ ອະ​ວະ​ກາດ​ ບັນ​ທຸກ​ຄົນ​ຂອງ​ ສປ ຈີນ​ ແຈ້ງ​ຂ່າວ​ວ່າ: ເວ​ລາ 5 ໂມງ 34 ນາ​ທີ​ຂອງ ວັນ​ທີ 15 ກໍ​ລະ​ກົດ​ນີ້​ ຕາມ​ເວ​ລາ​ປັກ​ກິ່ງ ຢູ່​​ສູນ​​ຍິງ​ສົ່ງ ​ຍານ​ອະ​ວະ​ກາດ ເວີນ​ຊ່າງ ຂອງ ສປ ​ຈີນ, ໄດ້​ຍິງ​ສົ່ງ​ຍານ​ອະ​ວະ​ກາດຂົນ​ສົ່ງ​​ວັດ​ຖຸ ທ່ຽນ​ໂຈ່ວ 9 ​ດ້ວຍຈະ​ຫລວດ ​ສົ່ງ​ຍານ​ ຊາງ​ເຈີ່ງ 7

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຫ້ອງ​ການ​ ໂຄງ​ການ ​ການ​ບິນ​ ອະ​ວະ​ກາດ​ ບັນ​ທຸກ​ຄົນ​ຂອງ​ ສປ ຈີນ​ ແຈ້ງ​ຂ່າວ​ວ່າ: ເວ​ລາ 5 ໂມງ 34 ນາ​ທີ​ຂອງ ວັນ​ທີ 15 ກໍ​ລະ​ກົດ​ນີ້​ ຕາມ​ເວ​ລາ​ປັກ​ກິ່ງ ຢູ່​​ສູນ​​ຍິງ​ສົ່ງ ​ຍານ​ອະ​ວະ​ກາດ ເວີນ​ຊ່າງ ຂອງ ສປ ​ຈີນ, ໄດ້​ຍິງ​ສົ່ງ​ຍານ​ອະ​ວະ​ກາດຂົນ​ສົ່ງ​​ວັດ​ຖຸ ທ່ຽນ​ໂຈ່ວ 9 ​ດ້ວຍຈະ​ຫລວດ ​ສົ່ງ​ຍານ​ ຊາງ​ເຈີ່ງ 7, ພາຍ​ຫລັງ ​​ຍິງ​ສົ່ງໄດ້ ​ປະ​ມານ 10 ນາ​ທີ, ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ວັດ​ຖຸ ທ່ຽນ​ໂຈ່ວ 9 ໄດ້​ແຍກ​ຕົວ​ອອກ​ຈາກ​ ຈະ​ຫລວດ ​ສົ່ງ​ຍານ ​ເຂົ້າ​ສູ່ ​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້ ເຮັດ​ໃຫ້ການ​ຍິງ​ສົ່ງ​​ ຍານ​ຄັ້ງ​ນີ້ ​ສຳ​ເລັດ​ຜົນ ​ຢ່າງ​ຈົບ​ງາມ. ຍານ​ອະ​ວະ​ກາດ​ດັ່ງ​ກ່າວ​ ໄດ້​ເຊື່ອມຈອດ​ກັບ ​ດ້ານ​ຫລັງຂອງ​​ໂມ​ດູນ ທ່ຽນ​ເຮີ ຂອງ​ສະ​ຖາ​ນີ​ອະ​ວະ​ກາດ. ພາຍ​ຫລັງ​ ສຳ​ເລັດ ​ການ​ເຊື່ອມ​ຈອດ​ແລ້ວ, ຍານ​ອະ​ວະ​ກາດ​ ທ່ຽ​ນ​ໂຈ່ວ 9 ຈະ​ເຂົ້າ​ສູ່​ໄລ​ຍະ​ການ​ບິນລວມ. ຈາກ​ນັ້ນ, ​ຈຸນັກ​ບິນ​ອະ​ວະ​ກາດ ​ຂອງ​ຍານ​ອະ​ວະ​ກາດ ເຊິນ​ໂຈ່ວ 20 ຈະ​​ເຂົ້າ​​ສູ່​ຍານ​ອະ​ວະ​ກາດ ​ຂົນ​ສົ່ງ​​ວັດ​ຖຸ ທ່ຽນ​ໂຈ່ວ 9, ​ເພື່ອດຳ​ເນີນ​ວຽກ​ງານ​ ການ​ສົ່ງ​ຕໍ່​ວັດ​ຖຸ ແລະ ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ອື່ນໆ ​ຕາມ​ແຜນ​ການ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top