ເລີ່ມປະຕິບັດໂຄງການພັດທະນາຕາມແລວ ທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້

21/09/2022 16:52
Email Print 814
ຂປລ ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຈັດສຳມະນາ, ປຶກສາຫາລືກ່ຽວກັບການລິເລີ່ມຈັດຕັັ້ງປະຕິບັດໂຄງການ ພັດທະນາຕາມແລວທາງເສດຖະກິດອາຊີຕາ ເວັນອອກສ່ຽງໃຕ້ ເພື່ອການຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project)

  ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຈັດສຳມະນາ, ປຶກສາຫາລືກ່ຽວກັບການລິເລີ່ມຈັດຕັັ້ງປະຕິບັດໂຄງການ ພັດທະນາຕາມແລວທາງເສດຖະກິດອາຊີຕາ ເວັນອອກສ່ຽງໃຕ້ ເພື່ອການຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project) ໃນວັນທີ 21 ກັນຍາ 2022 ແນໃສ່ປັບປຸງການຂົນສົ່ງ ທີ່ມີຄວາມຄົງທົນຕໍ່ກັບສະພາບດິນຟ້າອາກາດ ແລະປັບປຸງການຄ້າ ໃນຂົງເຂດພາກພື້ນຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ, ຄາດວ່າຈະສຳເລັດ​ໂຄງການພາຍໃນເດືອນພຶດສະ ພາ 2028.

  ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ: ໂຄງການດັ່ງກ່າວ, ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນ(ASEAN) ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ຊຶ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງ ສປປ ລາວ, ໄທ ແລະ ສສ ຫວຽດ ນາມ ຈາກທິດຕາເວັນອອກ-ຕາເວັນຕົກ ເພື່ອເຊື່ອມສານເຂົ້າກັບແລວເສດຖະກິດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້, ໂຄງການຍັງມີແຜນງານອື່ນໆອີກ ລວມເຖິງການປັບປຸງທ່າບົກ, ຕະຫລາດ, ສະຖານີພັກລົດບັນທຸກສິນຄ້າ ແລະ ຍັງເປັນສະຖານທີ່ ທີ່ຊາວກະສິກອນສາມາດຂົນສົ່ງຜົນຜະລິດຂອງເຂົາເຈົ້າ ອອກສູ່ຕະຫລາດສູນກາງ ແລະ ຕ່າງປະເທດໄດ້, ທັງປັບປຸງຄວາມສາມາດຂອງຜູ້ລົງທຶນຂະໜາດນ້ອຍ ພາຍໃນທ້ອງຖິ່ນ ໃຫ້ສາມາດຄ້າຂາຍ ແລະ ເຂົ້າເຖິງຕະຫລາດສິນຄ້າໄດ້ໂດຍຜ່ານເຄື່ອຂ່າຍການຂົນສົ່ງແຫ່ງໃໝ່ນີ້.
  ທ່ານ ອາເລັກສ໌ເຄຼມເມີ ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ​ໄດ້ກ່າວວ່າ
: ເພື່ອເຮັດໃຫ້ ສປປ ລາວ ສາມາດເກັບກ່ຽວຜົນປະໂຫຍດຈາກທີ່ຕັ້ງພື້ນທີ່ເປັນຍຸດທະສາດນີ້ ແມ່ນມີຄວາມຈຳເປັນຕ້ອງມີການບໍລິການທາງດ້ານໂລຈິດສະຕິກ ທີ່ມີປະສິດທິຜົນ, ອຸດສາຫະກຳການຂົນສົ່ງທີ່ມີການແຂ່ງຂັນ ແລະ ມີປະສິດທິຜົນ, ການຄຸ້ມຄອງບໍລິຫານວຽກງານການຂ້າມດ່ານທີ່ດີ ແລະ ຕາໜ່າງເສັ້ນທາງເຊື່ອມຈອດກັບທ້ອງ ຖິ່ນທີ່ມີຄຸນນະພາບ ເຊິ່ງໂຄງການນີ້, ຈະຊ່ວຍລັດຖະບານໃນການປັບປຸງວຽກງານໃນຂົງເຂດດັ່ງກ່າວ.
  ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300 ກິ​ໂລ​ແມັດ, ເປັນສ່ວນໜຶ່ງຂອງເສັ້ນທາງຫລວງອາຊີເລກ 13 (
Asian highway 13), ຊຶ່ງຈະເຊື່ອມດ່ານຫ້ວຍໂກນ-ນໍ້າເງິນ ທີ່ຊາຍແດນປະເທດໄທ ຫາດ່ານປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດ ນາມ.ເສັ້ນທາງດັ່ງກ່າວ, ຍັງຕັດຜ່ານເສັ້ນທາງລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງຈີນ, ລາວ, ໄທ ແລະ ສສ ຫວຽດນາມ.
  ໂຄງການດັ່ງກ່າວ
, ຈະຊ່ວຍປັບປຸງ ແລະ ຂະຫຍາຍໜ້າທາງ, ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ (Asian highway), ພ້ອມທັງໃຫ້ມີຄວາມປອດໄພ ແລະ ທົນຕໍ່ການປ່ຽນແປງດ້ານສະພາບດິນຟ້າອາກາດ. ນອກນັ້ນ, ຍັງຈະຊ່ວຍປັບປຸງບັນດາເສັ້ນທາງທ້ອງຖິ່ນໃນ ແຂວງຫລວງນ້ຳທາ, ຫລວງພະບາງ, ອຸດົມ ໄຊ, ຜົ້ງສາລີ ແລະ ​ແຂວງໄຊຍະບູລີ.

 

 

KPL

ຂ່າວອື່ນໆ

ads
ads

Top