ສຳມະນາ ທິດທາງການແກ້ໄຂ ຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

12/09/2022 14:29
Email Print 4105
ຂປລ ຂປລ.ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດທາງການແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງສປປ ລາວ ແລະ ບົດ ຮຽນຂອງ ສປ ຈີນ” ຂຶ້ນໃນວັນທີ 12 ກັນຍາ ນີ້

ຂປລ.ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: ທິດທາງການແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງສປປ ລາວ ແລະ ບົດ ຮຽນຂອງ ສປ ຈີນຂຶ້ນໃນວັນທີ 12 ກັນຍາ ນີ້ ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການ ເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ​ຄະ​ນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາ ທິດສະດີສູນກາງພັກ ໂດຍ​ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະ ການ ກົມການເມືອງສູນກາງພັກ ອະດີດຮອງ ນາຍົກລັດຖະມົນຕີ ທີ່ປຶກສາສະພາ ທິດສະດີສູນກາງພັກ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີ ບົດຄົ້ນຄວ້າກ່ຽວກັບ ສະພາບການພົ້ນເດັ່ນ ທາງດ້ານເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ແລະ ການສະເໜີບົດຮຽນຂອງ ສປ ຈີນ ກ່ຽວກັບການແກ້ບັນຫາ ທາງດ້ານເສດຖະກິດ ຊຶ່ງບັນຫາເສດຖະກິດ ຂອງລາວໃນ​ປັດຈຸບັນ ມີອັນໃກ້ຄຽງກັບ ສະພາບເສດຖະກິດ ຂອງ ສປ ຈີນ ໃນຊຸມປີ 80 ຂອງສະຕະວັດທີ່ຜ່ານມາ. ພ້ອມກັນນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນ ປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນ ທາງດ້ານວິຊາການ ແລະ ພ້ອມ ກັນຄົ້ນຄວ້າຊອກຫາທິດທາງ ແລະ ມາດຕະການ ທີ່ເໝາະສົມ ເພື່ອແກ້ໄຂສະພາບ ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ຂອງສປປ ລາວ ໃນປັດຈຸບັນ ໂດຍສະເພາະ ບັນຫາການເພີ່ມຄວາມ ເປັນເຈົ້າຕົນເອງຊຸກຍູ້ ການຜະລິດທຸລະກິດ ແລະ ການບໍລິການໃຫ້ແຂງແຮງ; ເຂັ້ມງວດໃນການກໍານົດນະໂຍບາຍ ເງິນຕາຕ່າງປະເທດ, ຮັກສາວິໄນການເງິນໃຫ້ເຂັ້ມງວດ; ຕັ້ງໜ້າຄວບຄຸມ ອັດຕາເງິນເຟີ້, ເພີ່ມທະວີການຊຸກຍູ້ລາຍຮັບ ແລະ ຄຸ້ມຄອງເງິນຕາ ໃຫ້ຄ່ອງຕົວ, ຕັ້ງໜ້າປະຕິບັດ ນະໂຍບາຍເງິນຕາແຫ່ງຊາດ ໂດຍສະເພາະນະໂຍບາຍ ເສດຖະກິດ-ການເງິນ;  ເອົາໃຈໃສ່ຄຸ້ມຄອງ ລາ​ຄາສິນຄ້າທີ່ຈຳເປັນ ເພື່ອບໍ່ໃຫ້ຄ່າຄອງຊີບ ຖີບຕົວສູງຂຶ້ນແຮງ, ສະໜອງນໍ້າມັນເຊື້ອໄຟ ເພື່ອບໍ່ໃຫ້ກະທົບ ຕໍ່ການຜະລິດ ແລະ ການບໍລິການ, ຈັດຕັ້ງຜັນຂະຫຍາຍ ໂຄງການຄ້ຳປະກັນ ສະບຽງອາຫານ ຢ່າງເປັນຮູບປະທຳ.

ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຕີລາຄາສູງ ຕໍ່ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນສະພາບ ການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງ

ຍາກສະຫລັບສັບຊ້ອນ ແລະ ມີການຫັນປ່ຽນຢ່າງໄວວາ, ຈາກບັນຫາເສດຖະກິດ, ການເມືອງ, ເຕັກໂນໂລຊີ ຫລື ຄວາມບໍ່ສະຫງົບ ໃນບາງຂົງເຂດ ຫລື ພາກພື້ນ ອັນໄດ້ສ້າງໃຫ້ມີ ຫລາຍກະແສແນວຄິດເກີດຂຶ້ນ ແລະ ເກີດວິກິດການທາງ ດ້ານເສດຖະກິດ. ທັງໝົດສິ່ງເຫລົ່ານັ້ນ ຮຽກຮ້ອງ ໃຫ້ພວກເຮົາ ຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ແລະ ນຳທັນສະພາບ ການຫັນປ່ຽນດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງພວກເຮົາໃນປັດຈຸບັນ ຖືເປັນວຽກງານທີ່ທ້າທາຍ, ມີສິ່ງໃໝ່ໆຫລາກ ຫລາຍສີສັນ ແລະ ຕ້ອງໄດ້ສືບຕໍ່ຄົ້ນຄວ້າ ຢ່າງມີວິທະຍາສາດ.

ຕໍ່ກັບສະພາບການດັ່ງກ່າວ, ສະພາທິດສະດີສູນກາງພັກ ກໍໄດ້ຮັບການຊີ້ນຳຈາກຂັ້ນເທິງ ໃຫ້ສືບຕໍ່ມີການປັບປຸງໃຫ້ເຂັ້ມແຂງ ເພື່ອຮັບປະກັນ ການປະຕິບັດ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນການຊ່ວຍໃຫ້ຄຳປຶກສາ ຕໍ່ບັນຫາສຳຄັນແຫ່ງຊາດ ໃຫ້ກົມການເມືອງສູນກາງພັກ ກໍຄືລັດຖະບານ ເພື່ອປະ ກອບສ່ວນຮັບໃຊ້ ພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂ່າວ: ຫ້ອງການສະພາທິດສະດີສູນກາງພັກ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top