ການແຂ່ງຂັນປີ່ງປ່ອງອາຊີຄັ້ງທີ 26 ຈະເຮັດໃຫ້ນັກກີລາປີ່ງປ່ອງລາວພັດທະນາຂຶ້ນ

08/09/2022 09:52
Email Print 2101
ຂປລ ທ່ານປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ເຊື່ອໝັ້ນວ່າ ການເປັນເຈົ້າພາບ ຈັດງານແຂ່ງຂັນກິລາ ປິ່ງປ່ອງຊີງ ແຊັມ ເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ຂອງສປປ ລາວ ເຮົາ ຈະສາມາດສ້າງປະສົບການສູງໃຫ້ນັກກິລາປິ່ງປ່ອງລາວ ເພື່ອຕໍ່ຍອດ ໃນການພັດທະນາຕົນເອງ ກ້າວສູ່ຜົນສຳເລັດໃນອະນາຄົດ ໄດ້ຢ່າງແນ່ນອນ.





ທ່ານປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ເຊື່ອໝັ້ນວ່າ ການເປັນເຈົ້າພາບ ຈັດງານແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ຂອງສປປ ລາວ ເຮົາ ຈະສາມາດ ສ້າງປະສົບການສູງ ໃຫ້ນັກກິລາປິ່ງປ່ອງລາວ ເພື່ອ ຕໍ່ຍອດ ໃນການພັດທະນາຕົນເອງ ກ້າວສູ່ຜົນສຳເລັດ ໃນອະນາຄົດໄດ້ຢ່າງແນ່ນອນ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ສະຫະພັນກິລາປິ່ງປ່ອງ ແຫ່ງຊາດລາວ ໃຫ້ສຳພາດວ່າ: ການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດ ເປັນເຈົ້າພາບໃນຄັ້ງນີ້ ກໍເພື່ອເຮັດໃຫ້ນັກກິລາ ປິ່ງປ່ອງລາວ ໄດ້ມີການພັດທະນາກ້າວຂຶ້ນ ໄປອີກລະດັບໜຶ່ງ ຖ້າທຽບໃສ່ນັກກິລາ ຈາກຊາດອື່ນແລ້ວ ກໍຖືວ່ານັກກິລາປິ່ງປ່ອງລາວ ຍັງອ່ອນກວ່າ ແຕ່ກໍຖືວ່າເປັນໂອກາດ ໄດ້ແຂ່ງຂັນກັບນັກກິລາ ປະ ເທດອື່ນໆ ທີ່ມີສີມືດີໃນຂົງເຂດອາຊີ. ແນວໃດກໍຕາມ, ເປັນຫຍັງນັກກິລາ ໃນອາຊຽນ ໃນຈຳນວນ 3 ຊາດ ກໍຄື ມາເລເຊຍ, ໄທ ແລະ ສິງກະໂປ ໄດ້ຮ່ວມແຂ່ງຂັນໃນຄັ້ງນີ້ ກໍຍ້ອນວ່ານັກກິລາ 3 ຊາດດັ່ງກ່າວ ສາມາດຄອງຊະນະເລີດ ໃນລະດັບອາຊຽນ ຜ່ານມາ  ແລະ ນັກກິລາລາວ ກໍໄດ້ສິດທິພິເສດ ໃນນາມເປັນເຈົ້າພາບ ຈຶຶ່ງສາມາດເຂົ້າຮ່ວມ ແຂ່ງຂັນໄດ້ສະນັ້ນ, ການເປັນເຈົ້າພາບຄັ້ງນີ້ ກໍເປັນໂອກາດທີ່ດີ ເຮັດໃຫ້ນັກກິລາປິ່ງປ່ອງ ເຍົາວະຊົນລາວ ໄດ້ເຫັນສີມືນັກກິລາ ຈາກຊາດອື່ນໆ ແລະ ຍັງຈະໄດ້ປະ ສົບການ ທີ່ດີກັບນັກກິລາ ປິ່ງປ່ອງລະດັບມືໜຶ່ງ (ອັນດັບໜຶ່ງ) ໃນທະວີບອາຊີ ແລະ ໂລກ ແລະ ລາຍການດັ່ງກ່າວນີ້ ເຊື່ອໝັ້ນວ່າຈະເຮັດໃຫ້ ນັກກິລາລາວ ໄດ້ມີຄວາມກະຕືລືລົ້ນ ຢາກພັດທະນາຕົນເອງ ກ້າວສູ່ຜົນສຳເລັດ ໃນອະນາຄົດ. ແນວໃດກໍຕາມ, ພາຍຫຼັງພະຍາດ ໂຄວິດ-19 ໄດ້ຜ່ອນຄາຍລົງ ຈຶ່ງເປັນໂອກາດດີ ທີ່ສປປ ລາວ  ໄດ້ຈັດແຂ່ງຂັນ ລາຍການນີ້ຂຶ້ນ ແລະ ຍັງສາມາດດຶງດູດ ຊາວຕ່າງຊາດເຂົ້າມາ ທ່ອງທ່ຽວໃນລາວ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆ ຊ່ວຍກະຕຸ້ນ ເສດຖະກິດ ຂອງຊາດໃຫ້ດີຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນນັກກິລາ ໃນຈຳນວນ 200 ກວ່າຄົນ ທີ່ເຂົ້າຮ່ວມແຂ່ງຂັນງານນີ້ ໄດ້ທ່ຽວຊົມສະຖານທີ່ ສຳຄັນຕ່າງໆ ແລະ ງານນີ້ ກໍຍັງຈະເຮັດໃຫ້ ພວກເຮົາມີການຜູກມິດ ກັບບັນດາ ປະເທດຕ່າງໆອີກດ້ວຍ. ແນວໃດກໍດີ, ໃນເບື້ອງຕົ້ນ ການສະໝັກເຂົ້າຮ່ວມ ແຂ່ງຂັນຂອງນັກກິລາ ມີທັງໝົດ 20 ປະເທດ ແຕ່ຕົວຈິງແລ້ວມີພຽງ 17 ປະເທດ ແລະ ເຂດແຄວ້ນ ສ່ວນອີກ 3 ຊາດນັ້ນ ໄດ້ຂໍຖອນຕົວ ບໍ່ຮ່ວມແຂ່ງຂັນ ໂດຍບໍ່ຊາບເຫດຜົນ.    

 ສໍາລັບການແຂ່ງຂັນກິລາປິ່ງປ່ອງຊີງຊະນະເລີດເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງເປັນຄັ້ງປະຫວັດສາດ ຈັດຂຶ້ນລະຫວ່າງ ວັນທີ 1-6 ກັນຍາ 2022 ໂດຍມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 240 ຄົນ. ໃນນີ້ແບ່ງເປັນນັກກິລາ 165 ຄົນ ທີ່ມາຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ແລະ ມີການຊີງຊະນະເລີດ ທັງໝົດ 11 ລາຍການ ຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ປະເພດດ່ຽວຍິງ-ຊາຍ, ທີມຍິງ- ຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການ ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ແລະ ທີມຍິງ-ຊາຍ. ໃນນີ້ສຳລັບນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປ ຈີນ, ໄຊນີດ ໄທເປ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອູຊະເບກິສະຖານ ແລະ ສປປ ລາວ ເຈົ້າພາບ. ສະເພາະນັກກິລາລາວ ເຮົາໄດ້ບູລິມະສິດພິເສດ ໃນນາມເຈົ້າພາບ ສາມາດສົ່ງ ນັກກິລາເຂົ້າຮ່ວມ ແຂ່ງຂັນທັງໝົດ 16 ຄົນ ໂດຍລົງແຂ່ງຂັນ 10 ຈາກ 11 ລາຍການທີ່ບັນຈຸແຂ່ງຂັນ ເນື່ອງຈາກພວກເຮົາ ຂາດນັກກິລາຢູ່ 1 ລາຍການ ຄື: ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 19 ປີ. ຢ່າງໃດກໍຕາມ, ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ ຈຳນວນ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ກໍຍັງມີທີມງານ ກຳມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 100 ກວ່າຄົນ ຈາກຫຼາຍປະເທດ      .

ຜົນການແຂ່ງກີລາປີ່ງປ່ອງຊີງຊະນະເລີດເຍົາວະຊົນ-ໄວໜຸ່ມອາຊີຄັ້ງທີ 26 ທີ່ລາວເປັນເຈົ້າພາບຄື: ປະເພດດ່ຽວ ຍິງຮຸ່ນອາຍຸບໍ່ເກີນ 19 ປີ, ອັນດັບ 1 ຫລຽນຄໍາໄດ້ແກ່ ຊິນຢູຊວນ (ສປຈີນ), ອັນດັບ 2 ຫລຽນເງິນໄດ້ແກ່ ເຊິນຍີ (ສປຈີນ), ອັນດັບ 3 ຮ່ວມໄດ້ແກ່ ຫານໄຟເອີ້ (ສປຈີນ) ແລະຢາຊາດວິນີ້ເກນເດີ້ (ອິນເດຍ). ປະເພດດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ, ອັນດັບ 1 ຫລຽນຄໍາໄດ້ແກ່ ເຊິນຢວນຢູ (ສປຈີນ), ອັນດັບ 2 ຫລຽນເງິນໄດ້ແກ່ ເກົາເຊິງຊຸຍ (ໄຕ້ຫວັນ), ອັນດັບ 3 ຮ່ວມຫລຽນ ທອງ ໄດ້ແກ່ຫານຊິນຢວນ (ສປຈີນ) ແລະຫລຽງກົວດົງ (ສປຈີນ). ປະເພດດ່ຽວຍິງຮຸ່ນອາຍຸບໍ່ເກີນ 15 ປີ, ອັນດັບ 1 ຫລຽນຄໍາໄດ້ແກ່ພັດຊະລະພອນ ວົງລະຄອນ (ໄທ), ອັນດັບ 2 ຫລຽນເງິນໄດ້ແກ່ ແມນເດີລິນ (ຍີ່ປຸ່ນ), ອັນດັບ 3 ຮ່ວມຫລຽນ ທອງ ໄດ້ແກ່ ລີຊື່ງອຶ່ນ (ສເກົາຫລີ)ແລະ ອາໂອກິຊາຊິ (ຍີ່ປຸ່ນ). ປະເພດຄູ່ຊາຍຮຸ່ນ ອາຍຸບໍ່ເກີນ 19 ປີ, ອັນດັບ 1 ຫລຽນຄໍາໄດ້ແກ່ ຊາກາອິຢູຣິ + ອິມູຣະຢູຕະ (ຍີ່ປຸ່ນ), ອັນດັບ 2 ຫລຽນເງິນ ໄດ້ແກ່ຫລຽນກົວດົງ + ເຊິງເປີ້ຍຊຸນ (ສປຈີນ) ແລະອັນ 3 ຮ່ວມ ຫລຽນທອງ ໄດ້ແກ່ຫານຊິຫົວ+ເຊິນຢວນຢູ (ສປ ຈີນ) ແລະ ມາລິກຢາຊັດ + ເຈັນພາຢັດ (ອິນເດຍ). ປະເພດຄູ່ຍິງ ຮຸ່ນອາຍຸບໍ່ເກີນ 19 ປີ, ອັນດັບຫລຽນຄໍາໄດ້ແກ່ ຊູຊູມິຊາກິ +ອາເກອິກາໂຣະ (ຍີ່ປຸ່ນ), ອັນດັບ 2 ຫລຽນເງິນໄດ້ແກ່ ຫວັງສຽວສິນ+ຫວງ ຊິງເຊຍ (ໄຕ້ຫວັນ), ອັນດັບ 3 ຮ່ວມຫລຽນທອງໄດ້ແກ່ ຊິນຢູຫົວ + ເຊິນຍີ້ (ສປຈີນ) ແລະ ຫານໄຟເອີ້ + ຊວງເກີມານ (ສປຈີນ). ປະເພດດ່ຽວຊາຍຮຸ່ນອາຍຸບໍ່ເກີນ 15 ປີ, ອັນດັນ 1 ຫລຽນຄໍາໄດ້ແກ່ ໄຊໂຕະອິວາອິດະ, ອັນດັບ 2 ຫລຽນເງິນ ໄດ້ແກ່ ທາມິໂມໂຕະທາກູມິ (ຍີ່ປຸ່ນ), ອັນດັບ 3 ຮ່ວມຫລຽນທອງ ໄດ້ແກ່ ອາລານເກີມັນກາລິເຍັບ (ຄາສັກສະຖານ) ແລະ ກັງຢູເດ (ສປຈີນ).



KPL

ຂ່າວອື່ນໆ

ads
ads

Top