ສປ ຈີນ ຄອງເຈົ້າຫລຽນຄຳ ປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ

08/09/2022 09:37
Email Print 1508
ຂປລ ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ນະຄອນຫລວງວຽງຈັນ ໄດ້ປິດສາກລົງຢ່າງເປັນທາງການໃນວັນທີ 6 ກັນຍາຜ່ານມາ

    

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ນະຄອນຫລວງວຽງຈັນ ໄດ້ປິດສາກລົງ ຢ່າງເປັນທາງການ ໃນວັນທີ 6 ກັນຍາຜ່ານມາ ເຊິ່ງມື້ສຸດທ້າຍຂອງການແຂ່ງຂັນ ໄດ້ມີການຊີງຊະນະເລີດ 5 ລາຍການ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19).

ຜົນປະກົດວ່າ: ປະເພດຄູ່ຊາຍ U19 ຈາກຍີ່ປຸ່ນ ຊະນະ ຄູ່ຈາກຈີນ 3-2 ເກມ, ຍີ່ປຸ່ນ ໄດ້ຊະນະເລີດ ປະເພດຄູ່ຊາຍລາຍການນີ້ ສອງຄັ້ງຕິດຕໍ່ກັນ, ອັນດັບ 3 ຮ່ວມ ເປັນຂອງຄູ່ ຈາກອິນເດຍ ແລະ ຈີນ, ສ່ວນ 3 ຄູ່ຈາກລາວ ຕົກ ຮອບ 32 ຄູ່ສຸດທ້າຍ.

ປະເພດຄູ່ຍິງ U19 ແຊ້ມເປັນຂອງຄູ່ຈາກຍີ່ປຸ່ນ ຊະນະ ຄູ່ຈາກໄຕ້ຫວັນ 3-0 ເກມ, ທີ 3 ຮ່ວມ ຄູ່ຈາກຈີນ ທັງສອງຄູ່, ສ່ວນນັກກິລາຈາກລາວ ບໍ່ຜ່ານຮອບຄັດເລືອກ. ຂະນະທີ່ ປະເພດຄູ່ປະສົມ U19 ຊະນະເລີດ ເປັນຂອງອິນເດຍ ຄູ່ມື 1 ຂອງລາຍການ ຮອບຊີງຊະນະຄູ່ຈາກຈີນ 3-2 ເກມ, ອິນເດຍ ໄດ້ຊະນະເລີດປະເພດ ຄູ່ປະສົມລາຍການນີ້ ຄັ້ງທຳອິດ, ທີ 3 ຮ່ວມແມ່ນຄູ່ຈາກຮົງກົງ ແລະ ສ.ເກົາຫລີ. ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ.

ປະເພດຍິງດ່ຽວ U19 ທີ 1 ແລະ ທີ 2 ແມ່ນນັກກິລາຈາກຈີນ, ທີ 3 ຮ່ວມ: ອິນເດຍ ແລະ ຈີນ, ຂະນະທີ່ ແຊ້ມຊາຍດ່ຽວ U19 ເປັນຂອງນັກກິລາຈາກຈີນ, ທີ 2 ໄຕ້ຫວັນ, ທີ 3 ຮ່ວມອີກສອງນັກກິລາຈາກຈີນ.

ສ່ວນປະເພດທີມຍິງ U19 ປີ ສປ ຈີນ ຄອງຊະນະເລີດອາຊີ 23 ສະໄໝຕິດຕໍ່ກັນ ພາຍຫລັງເອົາຊະນະ ໄຕ້ຫວັນ 3-1 ຄູ່, ທີ 3 ຮ່ວມ: ສ.ເກົາຫລີ ແລະ ຍີ່ປຸ່ນ. ຂະນະທີ່ ທີມຊາຍ U19 ຊະນະເລີດ ເປັນຂອງຈີນ ຮອບຊິງ ຊະນະ ຍີ່ ປຸ່ນ 3-0 ຄູ່ ປ້ອງກັນຊະນະເລີດ ໄດ້ສໍາເລັດ ແລະ ຊະນະ 4 ເທື່ອຕິດຕໍ່ກັນ, ທີ 3 ຮ່ວມ: ສ.ເກົາຫລີ ແລະ ອິນເດຍ. ຂະນະທີ່ ທີມຍິງ, ທີມຊາຍຈາກລາວ ບໍ່ຜ່ານຮອບຄັດເລືອກ.

ສ່ວນລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ຊະນເລີດປະເພດຍິງດ່ຽວ ແມ່ນນັກກິລາຈາກໄທ, ທີ 2 ຍີ່ປຸ່ນ, ທີ 3 ຮ່ວມ: ສ.ເກົາຫລີ ແລະ ຍີ່ປຸ່ນ; ປະເພດຊາຍດ່ຽວ U15 ຊະນະເລີດ ແລະ ຮອງຊະນະເລີດ ເປັນຂອງຍີ່ປຸ່ນ, ທີ 3 ຮ່ວມ: ຈີນ ແລະ ຄາຊັກສະຖານ.

ລະດັບເຍົາວະຊົນ U15 ແຊ້ມປະເພດທີມຍິງເປັນຂອງ ຍີ່ປຸ່ນ ໄດ້ຊະນະເລີດຄັ້ງທໍາອິດ ໃນຮອບ 8 ປີ ຕໍ່ຈາກປີ 2014, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ: ສ.ເກົາຫລີ ແລະ ຈີນ ຄອງຊະນະເລີດ; ປະເພດທີມຊາຍ U15 ສປ ຈີນ ຮັກສາຊະ ນະເລີດໄດ້ສໍາເລັດ ແລະ ເປັນຄອງຊະນະເລີດສະໄໝທີ 4 ຕິດຕໍ່ກັນ, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ ຍີ່ປຸ່ນ ແລະ ອີຣານ.

ສະຫລຸບຕາຕະລາງຫລຽນລາງວັນ ທັງລະດັບເຍົາວະຊົນ U15 ແລະ ລະດັບໄວໜຸ່ມ U19 ເຈົ້າຂອງຫລຽນຄໍາຄັ້ງນີ້ ແມ່ນ ສປ ຈີນ ໄດ້ມາທັງໝົດ 5 ຫລຽນຄໍາ 3 ຫລຽນເງິນ ແລະ 8 ຫລຽນທອງ, ໃນນີ້ ລະດັບເຍົາວະຊົນ U15 ຈີນ ໄດ້ມາ 1 ຫລຽນຄໍາ 2 ຫລຽນທອງ ແລະ ລະດັບໄວໜຸ່ມ U19 ໄດ້ມາ 4 ຫລຽນຄໍາ 3 ຫລຽນເງິນ ແລະ 6 ຫລຽນທອງ.

ອັນດັບທີ 2 ຍີ່ປຸ່ນ ໄດ້ 4 ຫລຽນຄໍາ 3 ຫລຽນເງິນ ແລະ 3 ຫລຽນທອງ, ທີ 3 ອິນເດຍ ໄດ້ 1 ຫລຽນຄໍາ 3 ຫລຽນທອງ, ທີ 4 ໄທ ໄດ້ 1 ຫລຽນຄໍາ, ທີ 5 ໄຕ້ຫວັນ ໄດ້ 5 ຫລຽນເງິນ.

ສຳລັບນັກກິລາທີ່ໄດ້ຊະນະເລີດ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງຊະນະເລີດຂອງໂລກ (World Youth 2022).

ເຊິ່ງໃຫ້ກຽດມອບລາງວັນໂດຍ: ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄາລິວ ອາວ ໂມຮານນາດີ້ ປະທານສະຫະພັນ ກິລາປິ່ງປ່ອງອາຊີ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະ ຫະພັນ ກິລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບ ຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ.

ການແຂ່ງຂັນກິລາປິ່ງປ່ອງຊິງຊະນະເລີດເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ຜ່ານການຄັດເລືອກ ເຂົ້າ ຮ່ວມ, ຊີງໄຊທັງໝົດ 11 ລາຍການ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ແລະ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 7 ລາຍການ, ນອກຈາກນີ້ ຍັງມີຄະນະນຳ ຈາກສະຫະພັນປິ່ງປ່ອງອາຊີ, ທີມງານກຳ ມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ຕະຫລອດການແຂ່ງຂັນ 6 ວັນ ເຫັນໄດ້ເຖິງນໍ້າໃຈ ນັກກິລາ, ຄວາມສາມັກຄີ ແລະ ມິດຕະພາບ ເຮັດໃຫ້ການແຂ່ງ ຂັນຄັ້ງນີ້ ສຳເລັດລົງຢ່າງຈົບງາມ.

   ໂດຍ: ສ.ຄັດສະເບີດ ,ພາບໂດຍ: ຂັນໄຊ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top