ຂປລ
ພາຍໃນເວລາ 1-2 ອາທິດເທົ່ານັ້ນ, ມີປະຊາຊົນ ຫລາຍກວ່າ 125.000 ຄົນ ບໍ່ມີທີ່ຢູ່ອາໄສ ພາຍໃນປະເທດ ເຢເມນ ແລະ ມີອີກຫລາຍພັນຄົນ ໄດ້ສ່ຽງໄພຂ້າມຜ່ານ ຊ່ອງແຄບ ອັບແອວ-ມັນເດັບ ເພື່ອຫລົບໜີໄປສູ່ ປະເທດຈິບູຕິ ແລະ ອື່ນໆ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ສະຖານະການ ຢູ່ຫລາຍແຫ່ງ ຂອງປະເທດ ເຢເມນ ເພີ່ມທະວີ ຄວາມຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນ ຈຳນວນຫລວງຫລາຍ ຕ້ອງໜີອອກຈາກ ບ້ານເມືອງຂອງຕົນ. ທ່ານ ອາເມັນ ເຢັດກາຢັນ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອຊາວອົບພະຍົບ ປະຈຳ ເຢເມນ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວວ່າ: ພາຍໃນເວລາ 1-2 ອາທິດເທົ່ານັ້ນ, ມີປະຊາຊົນ ຫລາຍກວ່າ 125.000 ຄົນ ບໍ່ມີທີ່ຢູ່ອາໄສ ພາຍໃນປະເທດ ເຢເມນ ແລະ ມີອີກຫລາຍພັນຄົນ ໄດ້ສ່ຽງໄພຂ້າມຜ່ານ ຊ່ອງແຄບ ອັບແອວ-ມັນເດັບ ເພື່ອຫລົບໜີໄປສູ່ ປະເທດຈິບູຕິ ແລະ ອື່ນໆ. ອົງການສະຫະປະຊາຊາດ ເພື່ອຊາວອົບພະຍົບ ໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກ ເພີ່ມທະວີ ການສະໜອງທຶນ ແລະ ການສະໜັບສະໜູນ ຫລາຍກວ່າເກົ່າ ເພື່ອຕອບສະໜອງ ຄວາມຕ້ອງການ ດ້ານມະນຸດສະທຳ ອັນຮີບດ່ວນ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ປັດຈຸບັນ, ອົງການສະຫະປະຊາຊາດ ເພື່ອຊາວອົບພະຍົບ ໄດ້ໃຫ້ຄວາມຊ່ວຍເຫລືອສຸກເສີນ ຢູ່ຫລາຍພື້ນທີ່ ແລະ ໄດ້ຈັດສັນທຶນ 2 ລ້ານໂດລາສະຫະລັດ ເພື່ອໃຊ້ເຂົ້າ ໃນການຊ່ວຍເຫລືອ ແລະ ການແຈກຢາຍ ເຄື່ອງຊ່ວຍເຫລືອ, ແຕ່ຍັງຂາດທຶນຮອນ ຢ່າງຫລວງຫລາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL