ສັບປະດາການທ່ອງທ່ຽວ ແລະ ວັດທະນະທໍາຈີນ 2022

05/09/2022 17:32
Email Print 8055
ຂປລ ຂປລ. ເມື່ອບໍ່ດົນມານີ້, ສູນວັດທະນະທໍາຈີນ ປະຈຳລາວ ໄດ້ຈັດກິດຈະກໍາ “ສັບປະດາການທ່ອງ ທ່ຽວ ແລະ ວັດທະນະທໍາຈີນ” ປະຈໍາປີ 2022 ໃນຮູບແບບ live ສົດ ຜ່ານເຟສບຸກຂອງ ສູນວັດທະນະທໍາຈີນ ປະຈຳ ລາວ ເຊິ່ງມີການນໍາສະເໜີວິດີໂອ ຈີນເໜືອຈິນຕະນາການ ພາບລວມຂອງອະລິຍາທໍາຈີນ ທີ່ມີປະຫວັດຍາວນານເຖິງ 5.000 ປີ


 

  ຂປລ. ເມື່ອບໍ່ດົນມານີ້, ສູນວັດທະນະທໍາຈີນ ປະຈຳລາວ ໄດ້ຈັດກິດຈະກໍາ ສັບປະດາການທ່ອງ ທ່ຽວ ແລະ ວັດທະນະທໍາຈີນປະຈໍາປີ 2022 ໃນຮູບແບບ live ສົດ ຜ່ານເຟສບຸກຂອງ ສູນວັດທະນະທໍາຈີນ ປະຈຳ ລາວ ເຊິ່ງມີການນໍາສະເໜີວິດີໂອ ຈີນເໜືອຈິນຕະນາການ ພາບລວມຂອງອະລິຍາທໍາຈີນ ທີ່ມີປະຫວັດຍາວນານເຖິງ 5.000 ປີ, ປະເທດຈີນ ເປັນປະເທດກວ້າງໃຫຍ່ໄພສານ ທີ່ເໜືອຈິນ ຕະນາການ; ປະເທດຈີນໃນສາຍຕາຂອງຄົນລາວ; ວັດທະນະທໍາແຂວງສານຊີ;  ວັດທະນະທໍາແມ່ນໍ້າຫວງເຫີ; ຈັບໃຈຊຽງໄຮ້ ແລະ ວິດີໂອ ລົດໄຟຄວາມໄວສູງ ລະຫວ່າງນະຄອນເສີງຕູ່ ຫາ ນະຄອນສົງຊິ້ງເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ຈາກປະຊາຊົນລາວ ເຂົ້າຮ່ວມຊົມຢ່າງຫລວງຫລາຍ.
 
ການນຳສະເໜີວີດີໂອ ເນື້ອຫາທີ່ສຳຄັນກ່ຽວກັບ ຈີນເໜືອຈິນຕະນາການ ໄດ້ສະແດງໃຫ້ເຫັນເຖິງ ການກໍ່ສ້າງຕົວເມືອງຂອງປະເທດຈີນ ຕົວເມືອງໃຫຍ່ທີ່ມີລັກສະນະສາກົນ ແລະ ງົດງາມ
, ລົດໄຟຄວາມໄວສູງທີ່ທັນສະໄໝ, ປະສົບການທ່ອງທ່ຽວແບບໃໝ່ ໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມຄົນລາວ. ນອກ ຈາກນັ້ນໃນການ live ສົດ ຍັງສາຍວິດີໂອ ທີ່ເປັນການແນະນໍາອາຫານທີ່ແຊບຂອງຈີນ ແລະ ອື່ນໆ ​ເຮັດໃຫ້ຜູ້ຊົມຄົນລາວ ຕ່າງກໍໄດ້ສະແດງຄວາມຄິດເຫັນ ວ່ານີ້ແມ່ນໂອກາດສໍາຄັນທີ່ໄດ້ຮຽນຮູ້ ກ່ຽວກັບວັດທະ ນະທໍາ ແລະ ການທ່ອງທ່ຽວຂອງຈີນ, ຫລັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໝົດໄປ ຕ້ອງໄດ້ໄປທ່ຽວປະເທດຈີນ ເພື່ອໄປສໍາຜັດວິຖີຊີວິດທີ່ທັນສະໄໝ ແລະ ແຫລ່ງທ່ອງທ່ຽວທີ່ມະຫັດສະຈັນຂອງຈີນ.
  ງານສັບປະດາການທ່ອງທ່ຽວ ແລະ ວັດທະນະທໍາຈີນ ປະຈໍາປີ 2022, ສູນວັດທະນະທຳຈີນ ໃນທົ່ວໂລກ ໄດ້ຜັດປ່ຽນກັນຈັດກິດຈະກິດສະຫລອງສັບປະດາດັ່ງກ່າວ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ 20 ຂອງພັກກອມມູນິດຈີນ ຂອງກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນ.

 

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top