ຈີນ ຈັດງານວາງສະແດງຫຸ່ນຍົນໂລກ 2022

19/08/2022 17:14
Email Print 482
ຂປລ ງານວາງສະແດງ ຫຸ່ນຍົນໂລກ 2022 ໄດ້ຈັດຂຶ້ນຢູ່ ສູນວາງສະແດງ ສາກົນ ຢີຊວ້າງ ປັກກິ່ງຂອງ​ຈີນ ໂດຍໄດ້ ຕັ້ງເຂດ ວາງສະແດງ ໃຫຍ່ 3 ເຂດ, ມີວິສາຫະກິດ ຫຸ່ນຍົນ ແລະ ອົງການຄົ້ນຄວ້າ ວິທະຍາສາດ ທັງໝົດ 130 ກວ່າແຫ່ງ ເຂົ້າ ຮ່ວມ ວາງສະແດງ ຄັ້ງນີ້

ຂປລ.ຕາມ​ຂ່າວ​ຈາກ CRI: ວັນທີ 18 ສິງຫານີ້, ງານວາງສະແດງ ຫຸ່ນຍົນໂລກ 2022 ໄດ້ຈັດຂຶ້ນຢູ່ ສູນວາງສະແດງ ສາກົນ ຢີຊວ້າງ ປັກກິ່ງຂອງ​ຈີນ ໂດຍໄດ້ ຕັ້ງເຂດ ວາງສະແດງ ໃຫຍ່ 3 ເຂດ, ມີວິສາຫະກິດ ຫຸ່ນຍົນ ແລະ ອົງການຄົ້ນຄວ້າ ວິທະຍາສາດ ທັງໝົດ 130 ກວ່າແຫ່ງ ເຂົ້າຮ່ວມ ວາງສະແດງ ຄັ້ງນີ້ ລວມມີ ເຄື່ອງວາງ ສະແດງ 500 ກວ່າລາຍການ ແລະ ມີຜະລິດຕະພັນໃໝ່ 30 ກວ່າ ລາຍການ ໄດ້ເຕົ້າໂຮມຢູ່ ສະຖານທີ່ ວາງສະແດງ, ໂດຍປິ່ນອ້ອມ ຜົນງານ ການປະດິດສ້າງໃໝ່ ແລະ ສະຖານທີ່ ການນຳໃຊ້ ເຕັກໂນໂລຊີ ຫຸ່ນຍົນ ຂອງຍ່ານເໜືອ ແລະ ຍ່ານໃຕ້ ໃນຂະແໜງ ທີ່ເປັນຕ່ອງໂສ້ ການຜະລິດ ທັງໝົດ, ສຸມໃສ່ ວາງສະແດງ ເຕັກໂນໂລຊີ ແລະ ຜະລິດຕະພັນ ທີ່ທັນສະໄໝ ຂອງຫຸ່ນຍົນ.ເມື່ອທຽບກັບ ງານວາງສະແດງ ຄັ້ງຜ່ານມາແລ້ວ, ງານວາງ ສະແດງ ຄັ້ງນີ້ ໄດ້ສ້າງ ຮູບແບບໃໝ່ ຂອງການວາງສະແດງທີ່ມີ “ຫຸ່ນຍົນ+ສະຖານທີ່ ນຳໃຊ້” ຢ່າງມີຫົວຄິດ ປະດິດສ້າງໃໝ່, ໄດ້ຈັດຕັ້ງ ເຂດວາງສະແດງ “ຫຸ່ນຍົນ+ການປິ່ນປົວ” “ຫຸ່ນຍົນ+ການຈໍລະຈອນ ສິນຄ້າ” “ຫຸ່ນຍົນ+ກະສິກຳ” ແລະ ເຂດວາງສະແດງ ສະເພາະອື່ນໆ.ນອກ​ນີ້ ​ຍັງໄດ້ເຕົ້າໂຮມ ຜະລິດຕະພັນ ຫຸ່ນຍົນ ທີ່ທັນສະໄໝ ພາຍໃຕ້ສະຖານທີ່ ປະເພດຕ່າງໆ, ຕົວຢ່າງ:  ຫຸ່ນຍົນ ລາດຕະເວນ ກວດກາ ຢູ່ໂຮງໄຟຟ້າ ທີ່ສາມາດ ທົນທານຕໍ່ສະພາບ ອາກາດ ທີ່ໜາວຮຸນ​ແຮງ, ຫຸ່ນຍົນ ເກັບໝາກໂປ້ມ, ຫຸ່ນຍົນ ຜ່າຕັດ ເສັ້ນເລືອດ ແລະ ອື່ນໆ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top