ຂປລ
ນັບແຕ່ມີການຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ19 ໃນຫລາຍເດືອນມານີ້, ສະພາບໄດ້ເຂົ້າສູ່ ຄວາມປົກກະຕິ, ໃນນີ້ແມ່ນຢາກເວົ້າເຖິງ ການໃຫ້ບໍລິການ ສາທາລະນະຕ່າງໆ ທັງຮ້ານອາ ຫານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ມີບັນຍາກາດຟົດຟື້ນຄືນມາ.
ນັບແຕ່ມີການຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ19 ໃນຫລາຍເດືອນມານີ້, ສະພາບໄດ້ເຂົ້າສູ່ ຄວາມປົກກະຕິ, ໃນນີ້ແມ່ນຢາກເວົ້າເຖິງ ການໃຫ້ບໍລິການ ສາທາລະນະຕ່າງໆ ທັງຮ້ານອາ ຫານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ມີບັນຍາກາດຟົດຟື້ນຄືນມາ, ອັນສໍາຄັນ ແມ່ນການທ່ອງທ່ຽວ ທີ່ມີອັນອໍານວຍ ຄວາມສະດວກ ໃຫ້ແກ່ການສັນຈອນໄປມາ ຄືທາງດ່ວນ ແລະ ທາງລົດໄຟ ໄປພາກ ເໜືອ, ນັກທ່ອງທ່ຽວ ປະເທດເພື່ອນບ້ານ ຫລັ່ງໄຫລເຂົ້າມາ, ບວກໃສ່ນັກທ່ອງທ່ຽວພາຍໃນ ເຮັດໃຫ້ການບໍລິການ ບາງອັນບໍ່ທັນກັບ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ກໍ່ຄືຄວາມປາຖະໜາ ຂອງຜູ້ມາ ທ່ອງທ່ຽວ-ໃຊ້ບໍລິການ. ຄຽງຄູ່ກັບອັນດີທີ່ໜ້າຊື່ນຊົມ, ການບໍລິການຕ່າງໆ ກໍ່ບໍ່ອາດປະຕິເສດ ອັນທີ່ຍັງຈະຕ້ອງສືບຕໍ່ ປັບປຸງແກ້ໄຂ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງ ການຂອງຜູ້ໃຊ້ ບໍລິການ ໃຫ້ມີ ລັກສະນະຍືນຍົງ ຕໍ່ໄປວ່າຊັ້ນ.
ໄລຍະສອງເດືອນຜ່ານມາ, ບັນຍາກາດການທ່ອງທ່ຽວ ຢູ່ພາຍໃນປະເທດເຮົາ ເຫັນວ່າຄຶກຄື້ນຂຶ້ນຫລາຍ, ດ້ວຍທ່າແຮງດ້ານຕ່າງໆ ທີ່ພວກເຮົາມີ. ຕົວເລກນັກທ່ອງທ່ຽວ ໄລຍະແຕ່ເດືອນມັງກອນ ຮອດເດືອນພຶດສະພາ 2022 ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ກວ່າ 42.000 ຄົນ, ສ່ວນນັກທ່ອງທ່ຽວພາຍໃນ ແມ່ນ 6 ແສນກວ່າເທື່ອຄົນ ຊຶ່ງເປັນຕົວເລກ ທີ່ສູງເມື່ອສົມທຽບ ໃສ່ໄລຍະເວລາດຽວ ກັນ ຂອງປີຜ່ານມາ ຄືເພີ່ມຂຶ້ນ 2,8%. ສະເພາະໃນໄລຍະ ບຸນເຂົ້າພັນສາ ຄືວັນທີ 13-18 ກໍລະກົດ2022 ມີນັກທ່ອງທ່ຽວ ປະເທດເພື່ອນບ້ານ ແລະ ສາກົນເຂົ້າມາ ໂດຍຜ່ານ 3 ດ່ານສາກົນຄື ດ່ານຂົວມິດ ຕະພາບລາວ-ໄທ 1, ສະໜາມບິນສາກົນວັດໄຕ ແລະ ສະໜາມບິນສາກົນ ຫລວງພະບາງ ມີ 5.600 ກວ່າຄົນ, ໃນນັ້ນນັກທ່ອງທ່ຽວ ຈາກປະເທດໄທກວມ 70%.
ຂະແໜງການບໍລການ-ການທ່ອງທ່ຽວ ໄດ້ກັບຄືມາເປັນຂະແໜງການທີ່ມີບົດບາດ ແລະ ປະກອບ ສ່ວນສໍາຄັນ ໃນການຟື້ນຟູ ເສດຖະກິດ-ສັງຄົມ ຫລັງຈາກພວກເຮົາ ປະເຊີນໜ້າບັນຫາ ໂຄວິດ19 ແກ່ຍາວມາຄືກັນ ກັບຫລາຍໆປະເທດ. ດ້ວຍທ່າແຮງທາງດ້ານ ພື້ນຖານໂຄງລ່າງໃໝ່ ທີ່ທັນສະໄໝ ເຮັດໃຫ້ການເດີນທາງ ສະດວກສະບາຍ, ທັງເປັນສິ່ງໃໝ່ ໃນປະເທດພາກພື້ນ, ການໂດຍສານລົດໄຟ ລາວ- ຈີນ ພວມເປັນກະແສນິຍົມ, ທັງພາຍໃນພວກເຮົາເອງ ແລະ ປະເທດອ້ອມຂ້າງ ສົນໃຈເຂົ້າມາສໍາພັດຕົວຈິງ. ຜົນປະໂຫຍດທີ່ພວກເຮົາ ໄດ້ຮັບນັ້ນມີຫລາຍ, ທັງເລື່ອງພາບພົດລວມ ແລະ ທາງເສດຖະກິດ... ຖືເປັນມູນມໍລະດົກ ທີ່ມີຄ່າ ທີ່ຄົນລາວທຸກຖ້ວນໜ້າ ຄວນເອກອ້າງທະນົງໃຈ, ພ້ອມກັນປະກອບສ່ວນ ສໍາຄັນໃນການ ປົກປັກຮັກສາ, ນໍາໃຊ້ຍືນຍົງ.
ຕິດພັນການທ່ອງທ່ຽວແມ່ນການບໍລິການ( ການໄປມາ, ການພັກເຊົາຢູ່ກິນ...) ຈຶ່ງຕ້ອງໃຫ້ດີ, ມີມາດຕະຖານອັນດີ, ໄດ້ຮັບຄວາມເຊື່ອໝັ້ນ ຍ້ອງຍໍຈາກຜູ້ໃຊ້ບໍລິການ ໄດ້ມາແລ້ວ ຢາກມາອີກ. ການ ບໍລິການ ທີ່່ດີແມ່ນຄວາມຕ້ອງການ ຂອງຜູ້ໃຊ້ບໍລິການ ຊຶ່ງບໍ່ຄວນມີຫລາຍ ມາດຕະຖານ ຫລື ເລືອກປະຕິບັດນໍາ ຫລື ເຮັດແບບຕາມມີ ຕາມເກີດ ແມ່ນບໍ່ໄດ້ແລ້ວ ໃນທຸກມື້ນີ້, ຕ້ອງຫັນເປັນມືອາຊີບ, ຖອດ ຖອນບົດຮຽນ ອັນດີຈາກບ້ານເພິ່ນ ເມືອງທ່ານ ເຫັນວ່າບໍລິການ ໄດ້ດີນັ້ນເຮັດແນວໃດ ໂດຍບໍ່ໃຫ້ແຂກຈາກນອກ ກໍ່ຄືແຂກພາຍໃນກັນເອງ ຕິດອົກຕິດໃຈ, ຫາກແຕ່ບໍ່ແມ່ນ ໃຫ້ຜູ້ມາຢາມ ຫລາບປານ ຕອນ ແມວ. ການທ່ອງທ່ຽວ ແມ່ນການສະແຫວງຫາ ອາຫານທາງຈິດໃຈຢ່າງໜຶ່ງ, ໄປທ່ຽວແມ່ນໃຫ້ມ່ວນ ແລະ ໄດ້ປະສົບການດີ ເພື່ອໄປເລົ່າຕໍ່ຫລື ບັນທຶກເສັ້ນທາງຊີວິດ...ບໍ່ແມ່ນຢາກ ພໍ້ການບໍລິການ ທີ່ໜ້າ ເບື່ອໜ່າຍ ນັບແຕ່ພວມຈະຍ່າງເຂົ້າປະຕູ.
ບັນຫາດີກໍ່ມີຫລາຍ, ແຕ່ຢ່າໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່, ບໍ່ຄວນປະໝາດ ມັດໄຟນ້ອຍໆ, ຮູ້ແລ້ວຕ້ອງຮີບຊ່ວຍກັນແກ້ໄຂ ບໍ່ວ່າຈະເປັນຄວາມຫຍໍ້ທໍ້ຈາກການ ຊື້ປີ້ໂດຍສານ... ການບໍລິ ການຈອງທີ່ພັກ, ຄ່າບໍໍລິການ, ມາດຕະຖານການບໍລິການ, ລາຄາສິນຄ້າ, ບັນດາສະພາບແວດລ້ອມເອື້ອອໍານວຍ ແລະ ອື່ນໆ. ພວກເຮົາຕ້ອງ ຮູ້ຈັບເອົາກາລະ ແລະ ໂອກາດ ຢ່າງຄົນເບິ່ງກວ້າງເຫັນໄກ, ບໍ່ກິນ ເຂົ້າຄໍາໃຫຍ່ ໄດ້ກິນເທື່ອດຽວ, ເບິ່ງບັນຫາໃຫ້ທະລຸອະນາຄົດ. ທຸກມື້ນີ້ມີການແຂ່ງຂັນ, ຜູ້ບໍລິການດີ ຈະຢູ່ໄດ້ດົນ, ຄວນຄິດເຫັນອະນາຄົດຍາວໄກ .
ສະຫລຸບວ່າ ການຈະດຶງດູດໄດ້ຄົນພາຍໃນ ແລະ ພາຍນອກ ໃຊ້ຈ່າຍບໍລິການ-ທ່ອງທ່ຽວ, ບໍ່ແມ່ນວ່າມີແຕ່ປ່າວ ໂຄສະນາເປ່ງໆ ຫລາຍຮູບຫລາຍສີ ຈຶ່ງມີຜົນຄົນເຂົ້າມາ ແລະ ທ່ອງທ່ຽວ, ມັນກ່ຽວຂ້ອງ ທຸກສ່ວນໃຫ້ບໍລິການ ໃຫ້ເປັນມືອາຊີບ, ມີມາດຕະຖານດີ ທີ່ຜູ້ບໍລິການ ສ່ວນຫລາຍຍອມຮັບນັບຖື ນັ້ນຄືໝາກຜົນແທ້ຈິງ. ພ້ອມກັນເປັນເຈົ້າເຮືອນເຈົ້າຊານ ເປັນເຈົ້າບ້ານເຈົ້າເມືອງ ທີ່ດີຕ້ອນຮັບແຂກ ມາ ຢາມ, ມາແລ້ວຢາກມາຕື່ມອີກ.
* ຄ້ອງໃໝ່
KPL