ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຈະຊ່ວຍກະຕຸ້ນການຄ້າສອງຝ່າຍຢ່າງຕໍ່ເນື່ອງ

17/08/2022 11:14
Email Print 5094
ຂປລ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນ ສົນທິສັນຍາ ມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ກົມສົ່ງເສີມການຄ້າ ກະຊວງອຸດ ສາຫະກຳ ແລະ ການຄ້າ ຂອງ ສ​ປ​ປ ລາວ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສ​ສ ຫວຽດ ນາມ ມີແຜນຈະຈັດງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈຳປີ 2022ຂຶ້ນໃນວັນທີ 25-29 ສິງຫາ 2022 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ).


ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສ​ປ​ປ ລາວ ຮ່ວມກັບກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສ​ສ ຫວຽດນາມ ມີແຜນຈະຈັດງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈຳປີ 2022 ຂຶ້ນໃນວັນທີ 25-29 ສິງຫາ 2022 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ເພື່ອເປັນ ການສືບຕໍ່​ ເພີ່ມ​ທະ​ວີ ເສີມຂະຫຍາຍ ສາຍພົວພັນ​ ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ ແລະ ເພີ່ມສາຍພົວພັນ ທາງດ້ານການຄ້າ ລາວ-ຫວຽດນາມ ໃຫ້ນັບມື້ນັບ ກວ້າງຂວາງຂຶ້ນ, ເປີດໂອກາດ ໃຫ້ນັກທຸລະກິດ, ຜູ້ປະກອບການຄ້າຂາຍ 2 ປະເທດ ໄດ້ມີໂອກາດ ແລກປ່ຽນບົດຮຽນ, ແນະນໍາຄຸນນະພາບ ສິນຄ້າຂອງກັນ ແລະ ກັນ ເພື່ອກ້າວໄປເຖິງ ການ ຊື້- ຂາຍສິນຄ້າ ໃຫ້ຫລາຍຂຶ້ນກວ່າເກົ່າ.

ໃນພິ​ທີ​ຖະ​ແຫລງ​ຂ່າວ ກຽມ​ຈັດ​ງານ​ດັ່ງ​ກ່າວ ​ໃນ​ວັນ​ທີ 15 ສິງ​ຫາ 2022 ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມ ການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ, ໄດ້ຍົກ ໃຫ້ ເຫັນວ່າ: ງານວາງສະແດງ ສິນຄ້າຄັ້ງນີ້ ແມ່ນກິດຈະກຳໜຶ່ງ ທີ່ ກະຕຸ້ນການຄ້າສອງຝ່າຍ ເພື່ອຜັນຂະຫຍາຍ ສົນທິສັນຍາການຄ້າ ຂອງສອງລັດຖະບານ ຊຶ່ງໄດ້ກຳນົດມູນຄ່າການ ຄ້າຂອງສອງ ປະເທດເພື່ອໃຫ້ບັນລຸ 1,74 ຕື້ໂດລາ ໃນປີ 2022, ເຫັນວ່າ ໃນຫລາຍປີຜ່ານມາ ຈົນເຖິງປັດຈຸບັນ ມີນັກລົງທຶນຈາກ ສສ ຫວຽດນາມ ມາລົງທຶນຢູ່ລາວ ຈັດຢູ່ໃນອັນດັບທີ 3 ຂອງການ​ລົງ​ທຶນ ຕ່າງປະເທດ ຢູ່ ສປປ ລາວ ມີ 1.272 ຫົວໜ່ວຍ ທຶນຈົດທະບຽນທັງໝົດ 23.540.193.251.096 ກີບ. ພາຍໃນງານ ວາງສະແດງດັ່ງກ່າວ ມີຫ້ອງວາງສະແດງ ສິນຄ້າທັງໝົດ 200 ຫ້ອງ ໃນນັ້ນມີທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະ ພາກທຸລະກິດລາວ ເຂົ້າຮ່ວມ 80 ຫ້ອງຈາກທົ່ວປະເທດ. ສ່ວນ​ສິນ​ຄ້າ​ ທີ່​ນຳ​ມາ​ວາງ​ສະ​ແດງ​ຄັ້ງ​ນີ້ ສ່ວນ​ໃຫຍ່​ຈະ​ເປັນປະເພດ ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດ ຕະ ພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງຕັດຫຍິບ-ແຟຊັ້ນ, ອາຫານທະເລ, ເຄື່ອງເຟີນີເຈີ, ຢາ ແລະ ອຸປະກອນການແພດ.

ນອກຈາກນີ້, ໃນ​ງານ​ຈະ​ມີການສະແດງສິລະປະວັນນະຄະດີ ທີ່ເປັນເອກະລັກໂດດເດັ່ນ ຂອງສອງຊາດ ລາວ- ຫວຽດນາມ ແລະ ມີການແຂ່ງຂັນຟ້ອນ, ຮ້ອງເພງ ລາວ-ຫວຽດນາມ ຂອງນັກຮຽນ ແລະ ໄວໜຸ່ມ ພິເສດມີສິລະປະຈາກ ສສ ຫວຽດນາມ ມາສະແດງທຸກມື້ ຕະຫລອດງານ. ພ້ອມນີ້, ໃນລະຫວ່າງ ວັນທີ 26-27 ສິງຫາ ກົມສົ່ງເສີມການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າ ອຸດສາຫະກຳ ແລະ ການຄ້າ ຈະໄດ້ຈັດກອງປະຊຸມ ວິທະຍາສາດ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນ ຫົວຂໍ້: ການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ພາຍຫລັງໂຄວິດ-19 ແລະ ພາຍໃຕ້ການປ່ຽນແປງ ຂອງສະພາບເສດຖະກິດໂລກ ໃນປັດຈຸບັນ”ຕື່ມອີກ


KPL

ຂ່າວອື່ນໆ

ads
ads

Top