ນັກທ່ອງທ່ຽວຫລົງມົນສະເໜ່ໃນພາກເໜືອ-ພາກໃຕ້ລາວ

15/08/2022 13:44
Email Print 4431
ຂປລ *ນັກທ່ອງທ່ຽວຕ່າງປະເທດຫລັ່ງໄຫລເຂົ້າຢ້ຽມຢາມພາກໃຕ້-ພາກເໜືອລາວ ຢ່າງໜາແໜ້ນ ຜ່ານດ່ານຊອງເມັກ ຢູ່ເຂດຊາຍແດນລາວ-ໄທ ແລະ ຂົວມິດຕະພາບ ລາວ-ໄທແຫ່ງທີ 1 ພາຍຫລັງ ສປປ ລາວ ໄດ້ເປີດປະເທດ ຢ່າງເປັນທາງການ .




*ນັກທ່ອງທ່ຽວຕ່າງປະເທດຫລັ່ງໄຫລເຂົ້າຢ້ຽມຢາມພາກໃຕ້-ພາກເໜືອລາວ ຢ່າງໜາແໜ້ນ ຜ່ານດ່ານຊອງເມັກ ຢູ່ເຂດຊາຍແດນລາວ-ໄທ ແລະ ຂົວມິດຕະພາບ ລາວ-ໄທແຫ່ງທີ 1 ພາຍຫລັງ ສປປ ລາວ ໄດ້ເປີດປະເທດ ຢ່າງເປັນທາງການ ເຊິ່ງນັກທ່ອງທ່ຽວສ່ວນໃຫຍ່ນິຍົມໄປທ່ອງທ່ຽວ ຄື: ເມືອງມໍລະດົກໂລກ ຫລວງພະບາງ, ເມືອງວັງວຽງ-ເມືອງເຟືອງ ແຂວງວຽງຈັນ, ເຂດພູພຽງບໍ ລິເວນ ໃນເມືອງປາກຊ່ອງ, ຕາດແຊຜາສ້ວມ ໃນເມືອງບາຈຽງຈະເລີນສຸກ, ບ້ານຄອນ-ດອນເດດ ແລະ ຫລີຜີຄອນພະເພັງ ໃນເມືອງໂຂງ, ຜາສາດຫີນວັດພູ ໃນເມືອງຈໍາປາສັກ, ຕາດແຊປ່ອງ ໄລ່ ໃນເມືອງສະໜາມ ແລະ ອື່ນໆ.

ກ່ອນໜ້ານັ້ນ ນັບແຕ່ມີການລະບາດຂອງພະຍາດໂຄວິດເລີ່ມຂຶ້ນໃນທ້າຍປີ 2019 ແລະ ສືບຕໍ່ແກ່ຍາວ ເຖິງຕົ້ນປີ 2022 ຈິ່ງເຮັດໃຫ້ທ່າອ່ຽງ ຂອງການແພ່ລະບາດ ຂອງພະຍາດໂຄວິດ ຄ່ອຍໆ ຫລຸດໜ້ອຍຖອຍລົງ ຕາມລໍາດັບ ອັນເປັນຜົນສືບເນື່ອງ ພັກ-ລັດຖະບານ ໄດ້ດໍາເນີນການຈັດຕັ້ງ ປະຕິບັດ ຫລາຍມາດຕະການ ແບບສະດຸ້ງໄວ ໃນການປ້ອງກັນ ແລະ ຕີຖອຍ ບໍ່ໃຫ້ພະຍາດ ດັ່ງ ກ່າວ ແພ່ລາມອອກ ເປັນວົງກວ້າງ ໂດຍໃຊ້ວິທີປຸກລະດົມ ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫລວດ, ລັດຖະກອນ ແລະ ທຸກຊັ້ນຄົນ ໄດ້ສັກຢາວັກຊິນ ໄດ້ຢ່າງທົ່ວເຖິງ; ຈໍາກັດການ ເຂົ້າ-ອອກຂອງ ມວນຊົນທາງພາຍໃນ ແລະ ຕ່າງປະເທດຢ່າງເຄັ່ງຄັດ; ລົງປຸກລະດົມຂົນຂວາຍ ສ້າງຄວາມເຂົ້າໃຈ ແລະ ວິທີປົກປ້ອງຕົນ ໃຫ້ແກ່ປະຊາຊົນ ຈາກສູນກາງ ຈົນເຖິງທ້ອງຖິ່ນ ຢ່າງວ່ອງໄວ; ເພີ່ມທະ ວີການ ຮ່ວມມືກັບເພື່ອນມິດ ສາກົນຮອບດ້ານ ຜ່ານການຊ່ວຍເຫລືອ ດ້ານວັກຊິນ ແລະ ການແພດ; ຖືເອົາສື່ມວນຊົນ ເປັນໜຶ່ງຂອງປ້ອມດ່ານໜ້າ ເພື່ອກະຈາຍຂໍ້ມູນ ຂ່າວສານທີ່ຖືກຕ້ອງ ວ່ອງໄວ ໃຫ້ສັງຄົມຢ່າງແທດເຖິງ ແລະ ອື່ນໆ ຍ້ອນແນວນັ້ນ ມາເຖິງເດືອນພຶດສະພາ 2022 ຕາມນະໂຍບາຍ ຂອງພັກ-ລັດຖະບານ ຈິ່ງໄດ້ທົດລອງ ເປີດການທ່ອງທ່ຽວ ສີຂຽວໄລຍທີ 1 ໃນບາງ ແຂວງຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຫລວງພະບາງ ແລະ ຈໍາປາສັກ, ຕໍ່ມາສືບເນື່ອງ ຈາກການແພ່ລະບາດ ຂອງພະຍາດ ໄດ້ບັນເທົາເບົາບາງລົງ ຢ່າງຕໍ່ເນື່ອງ ບວກກັບຄົນ ສ່ວນໃຫຍ່ ໄດ້ເຂົ້າເຖິງວັກຊິນເກືອບ 98% ຈິ່ງເຮັດໃຫ້ລັດຖະບານ ໄດ້ເປີດປະເທດ ຢ່າງເປັນທາງການ ເຊິ່ງໄດ້ສ້າງກາລະໂອກາດ, ເຮັດໃຫ້ຂະແໜງການ ແລະ ທຸກຫົວໜ່ວຍທຸລະກິດຕ່າງໆ ຟົດ ພື້ນຄືນ ໂດຍສະເພາະຂະແໜງການ ທ່ອງທ່ຽວທີ່ເປັນໜຶ່ງ ໃນຖານສ້າງລາຍຮັບ ເຂົ້າຂອງປະເທດ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ.




ຈາກຂໍ້ມູນຂອງ ກະຊວງຖະແຫລ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ພາຍຫລັງທົດລອງ ການເປີດທ່ອງທ່ຽວສີຂຽວ ແລະ ສືບຕໍ່ເປີດປະເທດ ຢ່າງເປັນທາງການ ສະແດງໃຫ້ເຫັນເຖິງ ໝາກຜົນຄວາມສໍາເລັດ ຢ່າງຈະແຈ້ງ ໃນນັ້ນ ມີນັກທ່ອງທ່ຽວ ຕ່າງປະເທດ ໄດ້ຫລັ່ງໄຫລ ເຂົ້າມາຢ່າງຫລວງຫລາຍ ຕາມເຂດຊາຍແດນ ລະຫວ່າງປະເທດ ໂດຍສະເພາະມີ 2 ຈຸດສໍາຄັນຄື: ຂົວມິດຕະພາບ ລາວ-ໄທແຫ່ງທີ 1 ລະຫວ່າງນະຄອນຫລວງວຽງຈັນ-ໜອງຄາຍ ປະເທດໄທ ແລະ ດ່ານຊາຍແດນ ຊອງເມັກລາວ-ໄທ ແຂວງຈໍາປາສັກ.

ບັນດາຜູ້ປະກອບການຂັບລົດແທັກຊີປະຈໍາດ່ານລາຍງານວ່າ ພາຍຫລັງເປີດປະເທດ ມີຈໍານັກທ່ອງທ່ຽວ ຂ້າມຊາຍແດນ ແລະ ຂ້າມຂົວເຂົ້າມາ ທ່ອງທ່ຽວ ສປປ ລາວເພີ່ມຂຶ້ນ ຢ່າງວ່ອງໄວ ໂດຍ ສະເລ່ຍ ບໍ່ຕໍ່າກວ່າ 2.000-3.000 ຄົນຕໍ່ມື້, ສ່ວນໃຫຍ່ແມ່ນ ນັກທ່ອງທ່ຽວຊາວໄທ ເດີນທາງເຂົ້າທາງ ດ່ານຊອງເມັກ ແລະ ຂົວມິດຕະພາບ ແຫ່ງທີ 1, ຕາມແຜນ ຂອງນັກເດີນທາງ ເຫລົ່ານັ້ນ ພົບວ່ານິຍົມ ໄປທ່ອງທ່ຽວ 4 ແຂວງເຊັ່ນ: ນະຄອນຫລວງວຽງຈັນ, ເມືອງມໍລະດົກໂລກ ຫລວງພະບາງ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ.

ແນວໃດກໍດີ ບາງກຸ່ມຂອງນັກທ່ອງທ່ຽວກໍຈະເດີນທາງ ໄປທ່ອງທ່ຽວພາກໃຕ້ຂອງລາວ ເປັນສະຖານທີ່ ທໍາອິດເພື່ອໄປຊົມຊົມ ແລະ ນອນແຮມຄືນ ໃນສະຖານທີ່ຕາດຂະມຶດ, ຕາດຟານ, ໜອງ ຫລວງ, ຕາດແຊຜາສ້ວມ, ຕາດແຊປອງໄລ່, ບ້ານຄອນ-ດອນເດດ, ຫລີຜີຄອນພະເພັງ ຫລັງຈາກນັ້ນ ຈິ່ງສືບຕໍ່ເດີນທາງຄືນ ມານະຄອນຫລວງວຽງຈັນ ແລະ ເດີນທາງ ຕໍ່ໄປຫລວງພະບາງ ໂດຍຂີ່ລົດ ໄຟລາວ-ຈີນ; ແລະ ອີກບາງກຸ່ມ ຈະເລືອກເດີນທາງ ເຂົ້າມານະຄອນຫລວງກ່ອນ ຫລັງຈາກນັ້ນ ຂີ່ລົດໄຟຂຶ້ນໄປຢ້ຽມຢາມ ເມືອງມໍລະດົກໂລກ ຫລວງພະບາງ ແລ້ວສືບຕໍ່ເດີນທາງ ລົງ ໄປພາກໃຕ້ລາວ.

ພ້ອມນີ້ ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກ ຍັງເປີດເຜີຍວ່າ: ຜ່ານມາ ແຂວງຈໍາປາສັກ ໄດ້ເປີດການທ່ອງທ່ຽວ ສີຂຽວໃນ 3 ເມືອງກ່ອນໜ້ານີ້ ຍ້ອນວ່າ ມີ ແຫລ່ງທ່ອງທ່ຽວທີ່ສວຍງາມ ແລະ ມີເສັ້ນທາງໄປມາສູ່ກັນ ສະດວກສະບາຍຕົວຢ່າງ: ເມືອງປາກຊ່ອງ ມີນໍ້າຕົກຕາດ ຕາດຟານ, ຕາດເຍືອງ, ຕາດຄູ່, ຕາດສະເມັກ, ສວນຜັກອາໂກເຕັກ, ໜອງ ຫລວງ; ເມືອງຈໍາປາສັກ ກໍມີ ຜາສາດຫີນວັດພູ ແລະ ເມືອງໂຂງ ກໍມີແຫລ່ງທ່ອງທ່ຽວ ນໍ້າຕົກຕາດ ຫລີ ຜີຄອນພະເພັງ, ສົມພະນິດ, ວັງປາຂ່າ, ເຂື່ອນໄຟຟ້າ ດອນສະໂຮງ, ທ່າຈອດກໍ່າປັ່ນ- ລາງລົດໄຟເກົ່າ ແກ່ສະໄໝຝຣັ່ງ, ບ້ານຄອນ-ດອນເດດ ແລະ ວິຖີຊີວິດຂອງປະຊາຊົນ. ປັດຈຸບັນນີ້ ຖືວ່າເພີ່ນໄດ້ເປີດປະເທດ ຢ່າງເຕັມສ່ວນແລ້ວ ເຖິງແມ່ນວ່າຈະມີຂໍ້ຫ້າມ ເລັກໆນ້ອຍໆ ແຕ່ກໍຖື ວ່າ ເປັນປົກກະຕິແລ້ວ ເຊິ່ງພວມເປັນກາລະໂອກາດ ໃນການຊອກຢູ່ຫາກິນ, ສ້າງລາຍໄດ້ ແລະ ສ້າງວຽກເຮັດງານທໍາຢ່າງແທ້ຈິງ.

ທ່ານ ທະວີໄຊ ຜູ້ຂັບລົດໂດຍສານຢູ່ດ່ານຊອງເມັກໄດ້ກ່າວວ່າ: ຄືກັບຕາຍແລ້ວເກີດໃໝ່ ພາຍຫລັງພັກ-ລັດຖະບານ ເພີ່ນໄດ້ມີນະໂຍບາຍຜ່ອນຜັນ ແລະ ອະນຸຍາດ ເປີດປະເທດ ຢ່າງເປັນທາງ ການ ເຊິ່ງເຮັດໃຫ້ທ່ອງທ່ຽວ ຫລັງໄຫລເຂົ້າແຂວງຈໍາປາສັກ ຢ່າງຫລວງຫລາຍ ເພື່ອເດີນທາງ ໄປທ່ອງທ່ຽວໃນຈຸດຕ່າງໆ, ນັ້ນໄດ້ເຮັດໃຫ້ ຜູ້ປະກອບການ ລົດໂດຍສານ-ແທັກຊີ, ໂຮງແຮມ, ເຮືອນ ພັກ, ຮ້ານອາຫານ ໄດ້ເປີດໃຫ້ບໍລິການແຂກ ທັງພາຍໃນ ແລະ ຕ່າງປະເທດຄືນໃໝ່ ຈົນກາຍເປັນສ່ວນສໍາຄັນ ທີ່ສຸດໃນການຊຸກຍູ້ ແລະ ສ້າງລາຍ ໄດ້ເປັນກອບເປັນກໍາ ເພື່ອແກ້ໄຂປາກທ້ອງ ແລະ ສ້າງວຽກເຮັດງານທໍາ. ດັ່ງທີ່ຮູ້ນໍາກັນ ນັບແຕ່ມີການລະບາດ ຂອງພະຍາດໂຄວິດ ເກືອບ 3 ປີເຮັດໃຫ້ພວກເຮົາ ຂາດລາຍໄດ້, ບໍ່ມີເຮັດວຽກເສີມ ແລະ ເສດຖະກິດ ທ້ອງຖິ່ນຜືດເຄືອງ. ບາງ ຄົນກໍກັບໄປ ເຮັດໄຮ່ເຮັດນາ ແລະ ປູກລ້ຽງ ແຕ່ເຫັນວ່າສິ່ງທີ່ເຮັດນັ້ນ ຍັງບໍ່ສາມາດຈູນເຈືອ ລາຍໄດ້ພາຍໃນຄອບຄົວ ໄດ້ເພາະຂາດອາຊີບເສີມ ທີ່ມີລາຍໄດ້ປະຈໍາວັນນັ້ນເອງ.



ສປປ ລາວຖືເອົາວຽກງານທ່ອງທ່ຽວແມ່ນໜຶ່ງ ໃນຫລາຍຂະແໜງການ ທີ່ເປັນບຸລິມະສິດ ຂອງລັດຖະບານ ແລະ ຍັງເປັນອັນດັບທີ 2 ຂອງແຫລ່ງລາຍຮັບ ປະກອບສ່ວນ ເຂົ້າປະເທດ ຢ່າງຕັ້ງ ໜ້າ ຈາກຂໍ້ມູນຂອງ ກະຊວງ ຖວທ ໄດ້ຢັ້ງຢືນວ່າ ລະຫວ່າງປີ 2018-2019 ສປປ ລາວມີລາຍ ໄດ້ຈາກຂະແໜງ ການທ່ອງທ່ຽວ 600-700 ລ້ານກວ່າໂດລາສະຫະລັດ ໃນນັ້ນ ມີນັກທ່ອງທ່ຽວ ເຂົ້າຢ້ຽມຢາມ ສປປ ລາວເກືອບ 5 ລ້ານຄົນ ແລະ ປີດຽວກັນນັ້ນ ສປປ ລາວ-ສປ ຈີນ ກໍໄດ້ເປີດປີ ທ່ອງທ່ຽວຮ່ວມກັນ ເຮັດໃຫ້ນັກທ່ອງທ່ຽວຈີນ ເຂົ້າມາບ້ານເຮົາ ເຖິງປະມານ 900.000 ຄົນ. ໃນອະນາຄົດອັນໄກ້ນີ້ ຕາມແຫລ່ງຂ່າວ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ເປີດເຜີຍຫວ່າງ ບໍ່ດົນມານີ້ ລາວ-ຈີນ ຈະສືບຕໍ່ເປີດໃຫ້ ນັກທ່ອງທ່ຽວ ລະຫວ່າງສອງປະເທດ ໄປມາຫາສູ່ກັນ ປົກ ກະຕິ ແລະ ຄາດວ່າ ນັກທ່ອງທ່ຽວ ອາດເພີ່ມຂຶ້ນ ຫລາຍລ້ານຄົນ ແລະ ຈະເພີ່ມຂຶ້ນຫລາຍກວ່າ ໄລຍະເປີດປີທ່ອງທ່ຽວ ລາວ-ຈີນ ໃນປີ 2019. ຈາກຂໍ້ມູນຕົວຈິງພົບວ່າ: ແຂວງຢູນານ ມີປະ ຊາ ກອນ ຫລາຍກວ່າ 47 ລ້ານຄົນ ບວກກັບປະຊາກອນ ແຂວງອອ້ມຂອງ ສປ ຈີນ ອາດມີປະຊາກອນ ປະມານ 200 ລ້ານຍິ່ງຈະເຮັດໃຫ້ ບັນຍາກາດ ການທ່ອງທ່ຽວ ລະຫວ່າງລາວ-ອາຊຽນ-ຈີນ ຄຶກຄັກ ຂຶ້ນກວ່າເກົ່າ ອັນສືບເນື່ອງ ມາຈາກເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມໂຍງເຊື່ອມຈອດ ເຂົ້າຫາກັນນັ້ນ ໄດ້ກາຍເປັນກຸນແຈ ສໍາຄັນໃນການຂັບເຄື່ອນ ການພັດທະນາ ເສດຖະກິດ-ສັງຄົມ, ການຄ້າ, ການບໍລິການ, ທ່ອງທ່ຽວ ແລະ ອື່ນໆສະດວກສະບາຍ ແລະ ວ່ອງໄວຂຶ້ນແທ້ຈິງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top