ສື່ມວນຊົນລາວ ກ້າວໄປໜ້າເຂັ້ມແຂງ

10/08/2022 15:24
Email Print 862
ຂປລ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ 13 ສິງຫາ ພວມຈະມາຮອດ ຊຶ່ງຄວາມເປັນຈິງ ບໍ່ວ່າຍາມໃດ, ເວລາໃດ ສື່ມວນຊົນ ແລະ ການພິມຈໍາໜ່າຍ ກໍ່ໄດ້ສະໜິດຕິດພັນ ການດໍາລົງຊີວິດ, ການພັດທະນາ ແຍກຈາກກັນບໍ່ໄດ້.




           ວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ 13 ສິງຫາ ພວມຈະມາຮອດ ຊຶ່ງຄວາມເປັນຈິງ ບໍ່ວ່າຍາມໃດ, ເວລາໃດ ສື່ມວນຊົນ ແລະ ການພິມຈໍາໜ່າຍ ກໍ່ໄດ້ສະໜິດຕິດພັນ ການດໍາລົງຊີວິດ, ການພັດທະນາ ແຍກຈາກກັນບໍ່ໄດ້. ເວົ້າສະເພາະສື່ມວນຊົນ ກໍ່ຄືກັນກັບຫລາຍອາຊີບ ທີ່ບໍ່ມີຍາມຢຸດນິ່ງ, ໃນວັນພັກລັດຖະການ, ເທສະການ...ນັກຮົບສື່ມວນຊົນ ຍັງປະຕິບັດໜ້າທີ່ ໃນການສະໜອງ ຂໍ້ມູນຂ່າວສານ ອັນເປັນປະໂຫຍດ ໃຫ້ສັງຄົມດ້ວຍຈິດສໍານຶກ ໃນໜ້າທີ່ອັນສູງສົ່ງ ແລະ ມີກຽດຢ່າງຍິ່ງ.

          ບໍ່ວ່າເວລາໃດໝົດ, ພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ພັດທະນາ ວຽກງານຖະແຫລງ ຂ່າວສື່ມວນຊົນ ຊຶ່ງເມື່ອກ່ອນພວກເຮົາ ຈະລຶ້ງໃຊ້ວ່າ “ໂຄສະນາ”( ໂຄສະນາດ້ວຍປາກ ແລະ ຜ່ານສື່ ). ໃນ ສະໄໝ ເຮັດການປະຕິວັດຊາດ ກອບກູ້ເອກະລາດ,​ ວຽກງານໂຄສະນາ ໄດ້ມີບົດບາດສໍາຄັນ ໃນການເຜີຍແຜ່ ແນວທາງການຕໍ່ສູ້ ປະຕິວັດອັນຖືກຕ້ອງເປັນທໍາ ຂອງພັກປະຊາຊົນ ປະຕິວັດລາວ ຕໍ່ພາຍໃນ ແລະ ຕ່າງປະ ເທດ ຢ່າງ ມີໝາກມີຜົນ.

          ທັດສະນະຂອງພັກເຮົາ ກ່ຽວກັບສື່ມວນຊົນ ລະບຸແຈ້ງໃນມະຕິເລກທີ 36/ກມສພ (ກ່ຽວກັບການເພີ່ມທະວີ ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນ ໃນໄລຍະໃໝ່) ມີບາງເນື້ອໃນວ່າ, ພາ ຫະນະສື່ມວນຊົນ ຂອງພວກເຮົາ ແມ່ນເຄື່ອງມື ທາງການເມືອງ-ແນວຄິດ ຂອງບັນດາ ອົງການຈັດຕັ້ງ ໃນລະບົບການເມືອງ ຊຶ່ງມີພັກເປັນແກນນໍາ... ມີບົດບາດສໍາຄັນ ໃນການເສີມສ້າງ ຄວາມສາມັກຄີ ປອງດອງປວງ ຊົນທັງຊາດ, ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາ ສ້າງສາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຫັນປ່ຽນເສດຖະກິດ ທໍາມະຊາດ ເປັນເສດຖະກິດສິນຄ້າ, ໃນການສຶກສາອົບຮົມ ການເມືອງ-ແນວຄິດ, ສ້າງ ທັດສະນະຫລັກ ໝັ້ນ ແລະ ຄວາມເຊື່ອໝັ້ນ ຕໍ່ອຸດົມຄະຕິ ແລະ ການນໍາພາຂອງພັກ ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນການໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນ ຈາກຕ່າງປະເທດ ຕະຫລອດເຖິງ ການເສີມຂະຫຍາຍ ປະຊາທິປະໄຕ ແລະ ການຕໍ່ສູ້ຕ້ານກັບ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ແລະ ອື່ນໆ.

ສື່ມວນຊົນລາວແມ່ນເວທີຖະແຫລງຂ່າວທີ່ປະກອບດ້ວຍ ສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະ ລິດຕະພັນສື່ມວນຊົນ, ມີພາລະບົດບາດ ເປັນກະບອກສຽງ ຂອງອົງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໃນການ ໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະໜ້າຮູ້, ສາລະບັນເທີງ ໃຫ້ແກ່ສັງຄົມ, ປະກອບສ່ວນ ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມ  ແລະ ຖ້ອຍທໍານອງ ທີ່ບິດເບືອນຄວາມຈິງ (ກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປັບປຸງ, ມາດຕາ 2).

ເຫັນໄດ້ບົດບາດ ແລະ ໜ້າທີ່ອັນມີກຽດ ແລະ ສູງສົ່ງທີ່ພັກ, ລັດ ມອບໝາຍໃຫ້, ພ້ອມກັບຄວາມ ຮຽກຮ້ອງຕ້ອງການ ຂອງສັງຄົມ ໃນໄລຍະໃໝ່, ຜູ້ເຮັດວຽກສາຍອາຊີບ ສື່ມວນຊົນ ຍິ່ງຕ້ອງໄດ້ຍົກສູງ ສະຕິ ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ນັບມື້ສູງຂຶ້ນ, ເປັນຜູ້ທີ່ກໍາແໜ້ນ ແນວທາງຂອງພັກ, ກົດ ໝາຍ-ລະບຽບການຕ່າງໆ ຂອງລັດເລິກເຊິ່ງ, ມີຄວາມສະດຸ້ງໄວ, ເປັນເຈົ້າການ, ເສຍສະລະເພື່ອຜົນປະ ໂຫຍດລວມ ແລະ ພຽບພ້ອມຄຸນສົມບັດ ສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ເປັນມືອາຊີບໂດຍແທ້ຈິງ.


ໃນໄລຍະຜ່ານມາ ພ້ອມໆກັບມູນເຊື້ອຜົນງານທີ່ພວກເຮົາສາມາດຍາດມາໄດ້ນັ້ນ, ສັງຄົມກໍ່ຍັງຝາກຂໍ້ຄິດ ໃຫ້ສື່ພວກເຮົາ ຕະຫລອດມານັ້ນແມ່ນ “ຄວາມສະດຸ້ງໄວ, ວ່ອງໄວ-ທັນການ, ແຫລມຄົມ, ທັນສະໄໝ ແລະ ເຊື່ອຖືໄດ້ ” ຕ້ອງຍົກສູງ ຕະຫລອດເວລາ ຈຶ່ງຈະສາມາດດຶງດູດ ຜູ້ອ່ານຜູ້ຊົມ...ທຸກເພດໄວ ໄດ້.

ຢາກເຮັດໄດ້ຄືແນວນັ້ນ, ສື່ມວນຊົນປະຕິວັດພວກເຮົາ ຕ້ອງດຸໝັ່ນຄົ້ນຄວ້າ ຮໍ່າຮຽນຢູ່ຕະຫລອດເວລາ, ຍິ່ງໃນຍຸກ ແຫ່ງຄວາມກ້າວໜ້າ ແຫ່ງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ, ນັກຂ່າວ- ສື່ມວນ ຊົນ ຍິ່ງຕ້ອງບືນຕົວ ໃນການເຮັດວຽກ ໃຫ້ໄດ້ຫລາຍດ້ານ, ຜູ້ໜຶ່ງສາມາດເຮັດວຽກ ໄດ້ຫລາຍແນວ ແລະ ເກັ່ງອັນໃດອັນໜຶ່ງເປັນພິເສດ. ກໍລະນີສົມທຽບ, ຄົນຂາຍເຄື່ອງ, ເຮັດແນວໃດ ຈຶ່ງຈະໄດ້ມາ ຊຶ່ງສິນຄ້າທີ່ສັງຄົມ ມີ ຄວາມຕ້ອງການ, ໄດ້ມາແລ້ວ ຈະເຮັດແນວໃດ ຈຶ່ງຈະສາມາດຊວນເຊື່ອ ໃຫ້ຄົນຈົກຖົງຊື້ສິນຄ້ານັ້ນ. ໃນຂະນະທີ່ນັກຂ່າວ-ສື່ມວນຊົນ ກໍ່ຕ້ອງມີຄວາມມານະອົດທົນ ໃນການຊອກແຫລ່ງ ຂໍ້ມູນອັນທີ່ເປັນປະໂຫຍດ ຊຶ່ງທັງ ໝົດແມ່ນ ຢູ່ກະແຈກກະຈາຍ, ຂໍ້ມູນໃດທີ່ຕ້ອງການ ຊໍ້າພັດຍິ່ງຫາຍາກ ເພາະບາງທີຜູ້ທີີ່ກ່ຽວຂ້ອງ ກໍ່ບໍ່ກ້າປາກຕໍ່ເຮົາ. ໃນອີກທາງ ເມື່ອໄດ້ຂໍ້ມູນມາແລ້ວ ຈະປຸງແຕ່ງແນວໃດ ໃຫ້ເນື້ອໃນເປັນໜ້າສົນໃຈ ແລະ ຕ້ອງວິທີການ ເຜີຍແຜ່ ທີ່ດຶງດູດໃຈ, ທັງຕ້ອງໃຫ້ວ່ອງໄວ ທັນການ ແລະ ໜ້າເຊື່ອຖື.

ວຽກສື່ມວນຊົນ ມີຄວາມສໍາຄັນຄືກັນກັບຫລາຍໆວຽກງານ ຊຶ່ງໄດ້ປະກອບສ່ວນສໍາຄັນ ໃນການປະຕິບັດ ແນວທາງນະໂຍບາຍ ຂອງພັກ-ລັດ, ໃຫ້ອາຫານສະໝອງ ທີ່ດີແກ່ສັງຄົມ, ຕີຖອຍບັນດາ ປະກົດການຫຍໍ້ ທໍ້, ລວມທັງນໍາພາ ຫາງສຽງສັງຄົມ, ດຶງດູດການຮ່ວມມືສາກົນ...  ຈະເຮັດໜ້າທີ່ ໄດ້ຢ່າງສົມບູນ, ນອກຈາກປັດໄຈ ແລະ ທ່າແຮງບົ່ມຊ້ອນ ໃນຕົວຂອງອົງການ ສື່ມວນຊົນ ກໍ່ຄືບຸກຄົນ ໃນສື່ແຕ່ລະຂັ້ນແລ້ວ, ອົງການ, ຂະ ແໜງການ, ພະນັກງານ ນໍາພາຂອງພັກ ແລະ ລັດຂັ້ນຕ່າງໆ ແມ່ນມີຄວາມຮັບຜິດຊອບ, ຕ້ອງເອົາໃຈໃສ່ຊີ້ນໍາ, ຊ່ວຍເຫລືອ ສື່ມວນຊົນ ເຮັດໜ້າທີ່ຮັບໃຊ້ພັກ-ລັດ ແລະ ທົ່ວປວງຊົນ ໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ ສູງຂຶ້ນເລື້ອຍໆ. ພ້ອມດຽວກັນ ກໍ່ສືບຕໍ່ປະຕິບັດ ນະໂຍບາຍອັນເໝາະສົມ ຕໍ່ສື່ມວນຊົນ, ໝາຍວ່າໃນເງື່ອນໄຂ ທີ່ພວກເຮົາຫັນໄປສູ່ ກົນໄກໃໝ່ນີ້ ຄວນມີຄວາມເຂົ້າໃຈ ທີ່ຖືກຕ້ອງກ່ຽວກັບ ນະໂຍບາຍຕໍ່ສື່ມວນຊົນ. ມະຕິ 36/ກມສພ ກໍ່ເວົ້າແຈ້ງວ່າ, “ໃນດ້ານ ພວກເຮົາຄວນຮັບຮູ້ວ່າ ຈະແມ່ນໃນລະບອບ ຫລື ເງື່ອນໄຂຂອງກົນໄກ ອັນໃດກໍ່ຕາມ ແມ່ນລ້ວນແຕ່ຈໍາເປັນ ຕ້ອງມີສື່ມວນຊົນ ເພື່ອຕອບສະໜອງ ຄວາມຕ້ອງການ ທາງດ້ານຈິດ ໃຈຂອງຄົນ. ສະນັ້ນ ຈຶ່ງຕ້ອງມີກ້ອນທຶນ ໃນລະດັບອັນຈໍາເປັນ ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນໄຫວ ອັນເປັນປົກກະຕິ ແລະ ມີຄຸນປະໂຫຍດ ຕໍ່ທົ່ວສັງຄົມ. ສ່ວນໃນດ້ານໜຶ່ງອີກ ສື່ມວນຊົນ ກໍ່ຕ້ອງຄົ້ນຄວ້າ ຊອກຫາ ຊ່ອງທາງ, ວິທີການ ເພື່ອຫັນໄປສູ່ອັນໃໝ່ ເພື່ອສ້າງລາຍຮັບ ສະໜອງຄວາມຕ້ອງການ ໃຊ້ຈ່າຍຂອງຕົນ ສ່ວນໃດສ່ວນໜຶ່ງ ດ້ວຍການລະດົມ ການປະກອບສ່ວນ ຈາກມະຫາຊົນ ແລະ ພາກສ່ວນ ເສດຖະກິດຕ່າງໆ (ໃນ ສ່ວນ ທີ່ເຮັດໄດ້ ແລະ ອະນຸຍາດ) ເພື່ອຫລຸດຜ່ອນ ການແບກຫາບ ດ້ານງົບປະມານຂອງລັດ ຕໍ່ສື່ມວນຊົນ,​ ແຕ່ບໍ່ໃຫ້ສື່ມວນຊົນ ເຮັດໜ້າທີ່ໜັກ ໄປທາງທຸລະກິດ ອັນເຮັດໃຫ້ບົດບາດ ສຶກສາອົບຮົມ,ຈັດຕັ້ງປຸກລະດົມ ຈືດ ຈາງໄປ, ເຄື່ອນໄຫວບໍ່ຖືກ ຕາມຈຸດປະສົງ ແລະ ເປົ້າໝາຍຮັບໃຊ້ທາງການເມືອງ”.



* ຄ້ອງໃໝ່


KPL

ຂ່າວອື່ນໆ

ads
ads

Top