ຄໍາມ່ວນ-ຮ່າຕິງ ຮ່ວມກັນສົ່ງເສີມການຄ້າ ແລະ ການລົງທຶນ

09/08/2022 11:31
Email Print 5118
ຂປລ *ຄະນະຜູ້ແທນຂັ້ນສູງ ແຂວງຄໍາມ່ວນ (ສປປ ລາວ) ນໍາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ພ້ອມຄະນະ ແລະ ຄະນະຜູ້ແທນຂັ້ນສູງ ຝ່າຍແຂວງຮ່າຕິງ (ສສ ຫວຽດນາມ) ນໍາໂດຍ ສະຫາຍ ຮວ່າງ ຈຸງຢຸ່ງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຮ່າຕິງ ໄດ້ນຳພາຄະນະ ພ້ອມກັນປຶກສາຫາລື ແລະ ຜັນຂະຫຍາຍມູນເຊື້ອ ການຮ່ວມມືຮອບດ້ານ.










 



*ຄະນະຜູ້ແທນຂັ້ນສູງ ແຂວງຄໍາມ່ວນ (ສປປ ລາວ) ນໍາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ພ້ອມຄະນະ ແລະ ຄະນະຜູ້ແທນຂັ້ນສູງ ຝ່າຍແຂວງຮ່າຕິງ (ສສ ຫວຽດນາມ) ນໍາໂດຍ ສະຫາຍ ຮວ່າງ ຈຸງຢຸ່ງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຮ່າຕິງ ໄດ້ນຳພາຄະນະ ພ້ອມກັນປຶກສາຫາລື ແລະ ຜັນຂະຫຍາຍມູນເຊື້ອ ການຮ່ວມມືຮອບດ້ານ ທີ່ມີແຕ່ດົນນານນັ້ນ ໃຫ້ນັບມື້ຂະຫຍາຍຕົວ ຢ່າງຮອບດ້ານ. ພ້ອມທັງແລກປ່ຽນ ປະສົບການ ກ່ຽວກັບວຽກງານ ສົ່ງເສີມດຶງດູດ ການລົງທຶນ ກໍຄືການກໍານົດທິດທາງ ເນື້ອໃນການພົວພັນ ຮ່ວມມືໃນຕໍ່ໜ້າ ຊຶ່ງໃນໄລຍະຜ່ານມາ ການພົວພັນຮ່ວມມື ລະຫວ່າງສອງແຂວງ ສາມາດຍາດໄດ້ ບັນດາຜົນສໍາເລັດ ໃນການປະກອບສ່ວນ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ຕາມ ກອບຂອງການຮ່ວມມື ທັງສອງແຂວງ ດ້ວຍຜົນງານອັນໃຫຍ່ຫລວງ.

ໃນໄລຍະຜ່ານມາ ທັງສອງແຂວງ ໄດ້ພ້ອມກັນປະຕິບັດຕາມບົດບັນທຶກກອງປະຊຸມປະຈໍາປີ ລະຫວ່າງຜູ້ແທນຂັ້ນສູງ ສອງແຂວງ ຄໍາມ່ວນ ແລະ ຮ່າຕິງ, ການປະຊຸມພົບປະ ລະຫວ່າງຜູ້ແທນຂັ້ນສູງ ໃນຄັ້ງນີ້ກໍເພື່ອ ເປັນການເພີ່ມທະວີ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືການເພີ່ມທະວີ ຄວາມສາມັກຄີ ມິດຕະພາບແບບພິເສດ ລະຫວ່າງແຂວງຄໍາມ່ວນ ແລະ ແຂວງຮ່າຕິງ, ໄປຄຽງຄູ່ກັບການ ສືບຕໍ່ຍູ້ແຮງການພົວພັນ ຮ່ວມມື ອັນເປັນມູນເຊື້ອພິເສດ, ໝັ້ນຄົງ ລະຫວ່າງສອງປະເທດ ແລະ ສອງແຂວງຄໍາມ່ວນ-ຮ່າຕິງ.





ສະຫາຍ ວັນໄຊ ພອງສະຫວັນ ໄດ້ຍົກໃຫ້ເຫັນວ່າ: ໄລຍະຜ່ານມາ ກິດຈະການການລົງທຶນ ຂອງນັກທຸລະກິດຫວຽດນາມ ທີ່ໄປລົງທຶນຢູ່ແຂວງຄຳມ່ວນ ມີທັງໝົດ 24 ກິດຈະການ ມີທຶນທັງໝົດ 496 ລ້ານໂດລາ, ໃນນີ້ທຶນຈົດທະບຽນ 52 ລ້ານໂດລາ ກິດຈະ ການສ່ວນໃຫຍ່ ແມ່ນການປຸງແຕ່ງແຮ່ທາດ ເຊັ່ນ: ຫີນກາວ, ແຮ່ບາຣິດ, ປູກໄມ້ອຸດສະຫະກຳ, ຢາງພາລາ, ໂຮງງານປຸງແຕ່ງ ຜະລິດຕະພັນໄມ້, ບໍລິການຂົນສົ່ງ, ໂຮງແຮມ - ຮ້ານອາຫານ ແລະ ຈໍາໜ່າຍເຄື່ອງອຸປະໂພກ ບໍລິໂພກທົ່ວໄປ ສະເພາະການປຸງແຕ່ ງເກືອກາລີ ທີ່ ເປັນບໍລິສັດ ຂອງກຸ່ມເຄມີ ສສ ຫວຽດນາມ ທີ່ໄດ້ລົງທຶນ ຢູ່ແຂວງຄຳມ່ວນ ແມ່ນຍັງບໍ່ທັນໄດ້ ມີການດຳເນີນ ການຂຸດຄົ້ນເທື່ອ. ເພື່ອເປັນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຄໍາມ່ວນ ໃນອະນາຄົດ ແຂວງຄຳມ່ວນ ໄດ້ກຳນົດເຂດ ເພື່ອເປັນການດຶງດູດ ແລະ ສົ່ງ ເສີມການລົງທຶນ ເປັນຕົ້ນແມ່ນ ເຂດເສດຖະກິດພິເສດ ທ່າແຂກ (ຂົວມິດຕະພາບສາມ ຄຳມ່ວນ-ນະຄອນພະນົມ) ເຂດເສດຖະກິດ ພິເສດພູຂຽວ ແລະ ເຂດອຸດສາຫະກຳຫລັງຄັງ ຊຶ່ງເໝາະສົມ ໃນການລົງທຶນ ທາງດ້ານອຸດສະຫະກຳປຸງແຕ່ງ, ການຄ້າ ແລະ ການບໍລິການ.

ນອກນັ້ນ ແຂວງຄຳມ່ວນ ໄດ້ມີບັນຊີຮຽກການລົງທຶນ ທັງໝົດ 93 ກິດຈະການ ເຊັ່ນ: ດ້ານແຮ່ທາດ, ດ້ານກະສິກຳ, ດ້ານການພັດທະນາ ທ່ອງທ່ຽວ, ດ້ານບໍລິການ (ຕະຫລາດ) ແລະ ໂຄງການລົງທຶນ ເກັບມ້ຽນສິ່ງເສດເຫລືອ ພ້ອມທັງນະໂຍບາຍ ສົ່ງເສີມກິດ ຈະການ ຕາມຂະແໜງການ ທີ່ໄດ້ຮັບນະໂຍບາຍສົ່ງເສີມ ເປັນຕົ້ນການນໍາໃຊ້ ເຕັກໂນໂລຊີຂັ້ນສູງ-ທັນສະໄໝ, ກະສິກໍາສະອາດ-ປອດສານພິດ, ອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກໍາ, ອຸດສາຫະກໍາທ່ອງທ່ຽວ; ບໍລິການ-ພື້ນຖານໂຄງລ່າງ; ທະນາຄານ-ການເງິນ; ສູນ ການຄ້າທັນສະໄໝ ແລະ ສູນວາງສະແດງ-ຕະຫລາດນັດ ລວມເຖິງນະໂຍບາຍ ສົ່ງເສີມຕາມເຂດ ພ້ອມດຽວກັນ ຍັງໄດ້ເຊື້ອເຊີນບັນດາ ນັກທຸລະກິດທັງຫລາຍ ຈົ່ງໄດ້ປຶກສາຄົ້ນຄວ້າ ຄວາມເປັນໄປໄດ້ ໃນການລົງທຶນ ຢູ່ແຂວງຄຳມ່ວນ ໃນຂະແໜງການຕ່າງໆ ທີ່ໄດ້ສະເໜີ ມານັ້ນ.

ໃນໂອກາດດຽວກັນການນໍາແຂວງຮ່າຕິງ ຍັງໄດ້ສະເໜີມາຍັງການນໍາແຂວງຄໍາມ່ວນ ໃນການສືບຕໍ່ ຊ່ວຍເຫລືອສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ດໍາເນີນທຸລະກິດ, ຕະຫລອດເຖິງການ ດໍາລົງຊີວິດຂອງປະຊາຊົນ ແລະ ຊາວຜູ້ອອກ ແຮງງານ ທີ່ດໍາລົງຊີວິດ ຢູ່ແຂວງຄໍາມ່ວນ, ສືບຕໍ່ຊ່ວຍເຫຼືອ ໃຫ້ແກ່ທຸລະກິດ ທັງສອງຝ່າຍໄດ້ເຂົ້າຮ່ວມ ໃນການວາງສະແດງສິນຄ້າ, ປະຊຸມແລກປ່ຽນບົດ ຮຽນດ້ານການຄ້າ, ສົ່ງເສີມການລົງທຶນ ນໍາພາການຈັດຕັ້ງ ປະຕິບັດໃຫ້ເປັນຮູປະທໍາ, ພ້ອມດຽວກັນນັ້ນ ບັນດາ ຄະ ນະຜູ້ແທນ ທັງສອງແຂວງ ຍັງໄດ້ແລກປ່ຽນບົດຮຽນ ຮ່ວມກັນຕາມແຕ່ລະຂະແໜງການ./.




KPL

ຂ່າວອື່ນໆ

ads
ads

Top