ໄລຍະໂຄວິດ-19 ລະບາດ ການບໍລິການ ວາງແຜນຄອບຄົວມີທ່າອ່ຽງຫລຸດລົງຫລາຍ

22/06/2022 11:03
Email Print 9316
ຂປລ ຂປລ. ນັບແຕ່ປີ 2012-2021, ຢູ່ ສປປ ລາວ ເຫັນວ່າຈໍ​ນວນ​ຜູ້​ທີ່ນໍາໃຊ້ ການບໍລິ ການວາງແຜນ ຄອບຄົວມີພຽງ 190.000 ຄົນ ​ໂດຍ​ສະ​ເພາະ ໄລຍະການແຜ່ລະບາດຂອງໂຄວິດ-19 ນີ້, ການເຂົ້າເຖິງການບໍລິການ ການວາງແຜນຄອບຄົວ ມີທ່າອ່ຽງຫລຸດລົງຢ່າງຫລວງຫລາຍ.

ຂປລ. ນັບແຕ່ປີ 2012-2021, ຢູ່ ສປປ ລາວ ເຫັນວ່າຈໍ​ນວນ​ຜູ້​ທີ່ນໍາໃຊ້ ການບໍລິ ການວາງແຜນ ຄອບຄົວມີພຽງ 190.000 ຄົນ ​ໂດຍ​ສະ​ເພາະ ໄລຍະການແຜ່ລະບາດ ຂອງໂຄວິດ-19 ນີ້, ການເຂົ້າເຖິງການບໍລິການ ການວາງແຜນຄອບຄົວ ມີທ່າອ່ຽງຫລຸດລົງ ຢ່າງຫລວງຫລາຍ.

ໃນລະຫວ່າງວັນທີ 21-22 ມິຖຸນາ 2022 ນີ້, ກົມອະນາໄມ ແລະ ສົ່ງເສີມສຸຂະ ພາບ ແລະ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ຮ່ວມກັບ ກອງທຶນປະຊາກອນ ຂອງສະຫະປະຊາຊາດ (UNFPA) ຈັດກອງປະຊຸມທົບທວນຄືນ ວຽກງານສຸຂະພາບຈະເລີນພັນ/ ວາງແຜນຄອບຄົວ ແລະ ອຸປະກອນ-ຢາຄຸມກຳເນີດ ປະຈຳປີ 2021-2022 ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອກວດກາຄືນຄວາມຄືບໜ້າ ແລະ ຜົນສໍາເລັດ ຂອງແຜນງານ ການວາງແຜນຄອບຄົວ ໃນປີຜ່ານມາ ​ເຊິ່ງຄາດ​ວ່າ ຈະຕ້ອງມີຜູ້ໃຊ້ບໍລິການ ການວາງແຜນຄອບຄົວ ເພີ່ມຕື່ມອີກ 140.000 ຄົນ ພາຍໃນປີ 2030. ດັ່ງນັ້ນ, ແຜນງານດັ່ງກ່າວ ຈະຕ້ອງໄດ້ເລັ່ງສຸມໃສ່ຢ່າງຕັ້ງໜ້າ ເພື່ອຮັບປະກັນວ່າ ທຸກຄົນຈະສາມາດເຂົ້າເຖິງ ການວາງແຜນຄອບຄົວ.

ທ່ານ ບົວແກ້ວ ສຸວັນທອງ ຮອງ​ຫົວໜ້າ​ກົມ​ອະນາໄມ ​ແລະ ສົ່ງ​ເສີມ​ສຸຂະພາບ ​​ໄດ້ໃຫ້​ຮູ້​ວ່າ: ອັດຕາ​ການ​ເຂົ້າເຖິງ ການບໍລິການຢາ​ຄຸມ​ກຳ​ເນີດ ​ກ່ອນ​ການລະບາດ ຂອງພະຍາດ ​ໂຄ​ວິດ-19 ​ແມ່ນ​ມີ​ຄວາມ​ໝັ້ນ​ທ່ຽງ, ​ສປປ ລາວ ພວມ​ກ້າວ​ໄປ​ສູ່​ການ​​ ບັນລຸ​ເປົ້າໝາຍ​ທີ່​ວາງ​ໄວ້. ​ແຕ່​ເມື່ອ​ມີການລະບາດຂອງ ໂຄວິດ-19​ ການເຂົ້າເຖິງການວາງ ແຜນຄອບຄົວຫລຸດລົງ ຢ່າງຫລວງຫລາຍ. ລັດຖະບານ ສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາ ຕໍ່ ກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ ​ໃນ​ເດືອນ​ພະຈິກ 2019 ວ່າ: ຮອດປີ 2030 ຈະສາມາດຢຸດຕິອັດຕາ ການຕາຍຂອງແມ່ ໂດຍຜ່ານຄຸນນະພາບຂອງການ​ເບິ່ງ​ແຍງ, ພ້ອມທັງຍຸດທະສາດ ແລະ ນະໂຍບາຍກ່ຽວກັບ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ ເພື່ອຮັບປະກັນການ ສະໜອງການບໍລິການດ້ານສຸຂະພາບ ໂດຍອີງໃສ່ຄວາມສາມາດເຂົ້າເຖິງໄດ້ ແລະ ເປັນການບໍລິການທີ່ມີຄຸນນະພາບສູງ. ພ້ອມທັງໄດ້ວາງເປົ້າໝາຍ ໃນການເພີ່ມອັດຕາ ການນໍາໃຊ້ວິທີຄຸມກຳເນີດ (CPR) ​ໃຫ້​ໄດ້ 70% ພາຍໃນປີ 2030 ເນື່ອງຈາກການຄາດຄະເນ ໃນປັດຈຸບັນ ໄດ້ນໍາໃຊ້ CPR ພຽງແຕ່ 53% ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ສປປ ລາວ ຈະ​ຕ້ອງໄດ້​ເພີ່ມ​ 17% ​ໃນ 8 ປີ​ຕໍ່ໜ້າ ເພື່ອ​ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້.

ການວາງແຜນຄອບຄົວ ແມ່ນໜຶ່ງໃນສາມເສົາຫລັກ ທີ່ຊ່ວຍຫລຸດຜ່ອນ ອັດຕາການຕາຍ ຂອງແມ່ ແລະ ເດັກ, ທັງເປັນການປັບປຸງສຸຂະພາບ ແລະ ສະຫວັດດີການຂອງແມ່ຍິງ ແລະ ລູກຂອງເຂົາເຈົ້າ; ການວາງແຜນຄອບຄົວຊ່ວຍໃຫ້ແມ່ຍິງ ແລະ ຜູ້ຊາຍສາມາດຕັດສິນໃຈ ເຖິງການຢາກ ຫລື ບໍ່ຢາກມີລູກ, ການຍົກສູງການບໍລິການ ການວາງແຜນຄອບຄົວໃນປີ 2021 ສະແດງໃຫ້ເຫັນວ່າຈໍານວນຄົນຖືພາ ໂດຍບໍ່ຕັ້ງໃຈ ແມ່ນໄດ້ຫລຸດລົງໄປເຖິງ 243.000 ຄົນ, ການຫລຸລູກແບບ ບໍ່ປອດໄພຫລຸດລົງເຖິງ 63.000 ຄົນ ພ້ອມດຽວກັນນັ້ນ ຈໍານວນການຕາຍຂອງແມ່ ກໍໄດ້ຫລຸດລົງເຖິງ 170 ຄົນ.

ກອງ​ປະຊຸມ​ ຄັ້ງນີ້, ໄດ້​ເຫັນ​ດີ​​ປັບປຸງ​ການ​ວິ​ເຄາະ​ຂໍ້​ມູນ ​ແລະ ການ​ນຳ​ໃຊ້​ຂອງ ​ພາກ​ເອກະ​ຊົນ ພ້ອມທັງຫລຸດຜ່ອນ​ ການຢາກເຂົ້າເຖິງການ ບໍລິການວາງແຜນຄອບຄົວ ແຕ່ບໍ່ສາມາດ ເຂົ້າເຖິງໄດ້ຂອງໄວໜຸ່ມ, ປັບປຸງ​ການ​ຄຸ້ມ​ຄອງ​ ການສະໜອງແບບ ລະບົບ​ຕ່ອງ​ໂສ້, ສ້າງ​ຄວາມ​ສາມາດ​ ໃຫ້​ແກ່​ຜູ້​ໃຫ້​ບໍລິການ ​ດ້ານ​ສາທາລະນະ​ສຸກ ໂດຍສະເພາະ ​ດ້ານ​ການ​ບໍລິການ ​ແລະ ຂໍ້​ມູນ​ຂ່າວສານ, ​ເພີ່ມ​ການ​ລົງທຶນ​ ໃນ​ແຜນງານການວາງແຜນຄອບຄົວ ຈາກ​ແຫລ່ງງົບປະມານ ພາຍ​ໃນ​ປະ​ເທດ.


ຂ່າວ: ມະນີທອນ

ຂໍ້ມູນ: UNFPA


KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top