ຂປລ
ຍີ່ປຸ່ນ ແລະ ສ.ອາເມລິກາ ພວມກຽມເອກະສານ ຂໍ້ມູນຄວາມຈິງ ຂອງ ໂຄງການ ລົງທຶນ ທີ່ມີ ສັກກາຍະພາບ ໃນສ.ອາເມລິກາ ໂດຍເປັນ ສ່ວນໜຶ່ງ ຂອງໂຄງການ ຈາກການລົງທຶນ ດ້ວຍ ມູນຄ່າ 5,5 ແສນລ້ານໂດລາ ສະຫະລັດ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ວ່າ, ຍີ່ປຸ່ນ ແລະ ສ.ອາເມລິກາ ພວມກຽມເອກະສານ ຂໍ້ມູນຄວາມຈິງ ຂອງ ໂຄງການ ລົງທຶນ ທີ່ມີ ສັກກາຍະພາບ ໃນສ.ອາເມລິກາ ໂດຍເປັນ ສ່ວນໜຶ່ງ ຂອງໂຄງການ ຈາກການລົງທຶນ ດ້ວຍ ມູນຄ່າ 5,5 ແສນລ້ານໂດລາ ສະຫະລັດ. ຕາມຂໍ້ຕົກລົງພາສີ ທີ່ ຍີ່ປຸ່ນ ແລະ ສ.ອາເມລິກາ ໄດ້ຕົກລົງກັນໄວ້ ເມື່ອເດືອນ ກັນຍາ ຜ່ານມາ. ຄາດວ່າ ມິດຊູບິຊີ ເອຟວີ ອິນດັສຕຣີສ ຈະເຂົ້າມາມີສ່ວນຮ່ວມໃນໂຄງການນີ້. ນອກຈານເອກະສານດັ່ງກ່າວ ຈະຄວບຄຸມ ໂຄງການ ລົງທຶນ ທີ່ມີ ສັກກາຍະພາບ ດ້ານການຜະລິດໄຟຟ້າ ແລະ ຜະລິດຕະພັນ ທີ່ກ່ຽວຂ້ອງ ກັບ ມິດຊູບິຊີ ເອຟວີ ອີຍດັສຕຣີສ ເປັນພິເສດ ແລະ ຄາດວ່າຈະເລືອກ ໂຄງການທຳອິດ ຢ່າງໄວທີ່ສຸດພາຍໃນປີນີ້.
KPL